ທ່ານ ບົວສອນ ສີນວນທອງ ຮອງ ເຈົ້າແຂວງໆຊຽງຂວາງ ແລະ ທ່ານ ສອນເພັດ ເມືອງວົງ ປະທານບໍລິສັດແສງເພັດກໍ່ສ້າງຂົວທາງຈຳກັດ ຮັບເໝົາກໍ່ສ້າງພື້ນຖານໂຄງລ່າງບ້ານຈັດສັນໃໝ່ (ບ້ານຊຽງ ແດດ), ທ່ານ ພູວຽງ ພົງສະຫັວດ ຮອງຜູ້ອຳນາຍການໃຫຍ່ບໍລິສັດໄຟຟ້ານ້ຳງື່ມ 3 ພາວເວີຈຳກັດ; ບໍລິສັດພູທີ່ປຶກສາສິ່ງ ແວດລ້ອມ(ຮັບເໝົາຟື້ນຟູຊີວິດການ ເປັນຢູ່) ພ້ອມດ້ວຍຄະນະໄດ້ກວດກາ ການກໍ່ສ້າງບ້ານຈັດສັນ ແລະ ໂຄງລ່າງພື້ນຖານບ້ານຊຽງແດດ ເມືອງພູກູດ ແຂວງ ຊຽງຂວາງ ຂອງໂຄງການເຂື່ອນໄຟຟ້ານ້ຳງື່ມ 3 ໃນວັນທີ 17 ຕຸລາ 2019.

ບ້ານຈັດສັນ
ບ້ານຈັດສັນ

ການລົງກວດກາຄັ້ງນີ້ໄດ້ກວດກາເບິ່ງ ການກໍ່ສ້າງເຮືອນ, ເສັ້ນທາງ, ສຸກສາລາ, ໂຮງຮຽນ, ສວນສາທິດ, ສິ່ງແວດລ້ອມ ແລະ ສັງຄົມ, ໂອກາດນີ້ ທ່ານ ຕິ່ງຄຳແກ້ວ ອາສາວົງ ຫົວໜ້າຫ້ອງການສິ່ງແວດລ້ອມ ບໍລິສັດ ນ້ຳງື່ມ 3 ກໍໄດ້ລາຍງານເຖິງ ຄວາມຄືບໜ້າແຕ່ລະໜ້າວຽກໃນການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 3, ວຽກງານກໍ່ສ້າງບ້ານຈັດສັນໃໝ່ ບ້ານຊຽງແດດ ສຳເລັດແລ້ວ 64,98%; ວຽກງານຟື້ນຟູ ແລະ ປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນບ້ານຊຽງແດດ ມີຄວາມຄືບໜ້າ 38,78%, ວຽກງານກິດຈະກຳສວນສາທິດ ຄືບໜ້າ 87,71%, ຄວາມຄືບໜ້າທັງ ໝົດໃນການຜະລິດທໍ່ສົ່ງນ້ຳ 71,57%, ການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 3 ປັດຈຸ ບັນໄດ້ 72,42%.

ຮອງເຈົ້າແຂວງລົງກວດກາກໍ່ສ້າງບ້ານຈັດສັນ-ໂຄງການເຂື່ອນໄຟຟ້ານ້ຳຕົກ ນ້ຳງື່ມ 3
ຮອງເຈົ້າແຂວງລົງກວດກາກໍ່ສ້າງບ້ານຈັດສັນ-ໂຄງການເຂື່ອນໄຟຟ້ານ້ຳຕົກ ນ້ຳງື່ມ 3

ໂອກາດນີ້, ປະຊາຊົນ ບ້ານຊຽງແດດ ໄດ້ສະເໜີໃຫ້ບໍລິສັດກວດກາ ເກັບກຳຂໍ້ມູນຄືນເນື້ອທີ່ດິນຕົກຄ້າງ, ການຍ້າຍປ່າຊ້າຂອງບ້ານ ໂອກາດນີ້ທ່ານຮອງເຈົ້າ ແຂວງໆຊຽງຂວາງ ກໍໄດ້ມີຄຳຄິດເຫັນໂອ້ລົມປະຊາຊົນ ແລະ ຊີ້ນຳບໍລິສັດໃຫ້ຮີບຮ້ອນກໍ່ສ້າງນ້ຳລິນ, ສ້າງເສັ້ນທາງໄປປ່າຊ້າ, ກຳນົດບ່ອນຖິ້ມຂີ້ເຫື້ອຍ, ສ້າງໃຫ້ເປັນບ້ານຕົວແບບພາຍໃນແຂວງ, ປະຊາຊົນຕ້ອງເຂົ້າໃຈໃນການພັດທະນາ; ການດຳລົງຊີວິດມີການປ່ຽນແປງ, ຮ່ຳຮຽນເອົາວິທີ ເຕັກນິກການປູກຝັງລ້ຽງສັດຈາກສວນສາທິດ, ມີແນວຄິດສ້າງສາພັດທະນາ, ກຸ້ມຕົນເອງຕາມທິດສີຂຽວຍືນຍົງ, ຄະນະບ້ານຕ້ອງສຶກສາອົບຮົມ ແນວຄິດຈິດໃຈໃນການຍົກຍ້າຍມາຢູ່ບ້ານຈັດສັນ, ຕ້ອງຮັດແໜ້ນຄວາມ ສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນກຳ ນົດເປັນບ່ອນທ່ອງທ່ຽວ ພັກແວ່ກິນປາຂາຍເຄື່ອງປູກ, ຫັດຖະກຳເພື່ອແກ້ໄຂຄວາມທຸກຍາກເທື່ອລະກ້າວ.