2 ວິທະຍາຄານ ແລກປ່ຽນບົດຮຽນ

0
954

ວິທະຍາຄານສັນຕິບານປະຊາຊົນ ( ວສປ ) ກະຊວງ ປກສ ແຫ່ງ ສປປ ລາວ ແລະ ວິທະຍາຄານ ປ້ອງກັນຄວາມສະຫງົບປະຊາຊົນ ຫວຽດນາມ ກະຊວງຕຳຫຼວດ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ ດ້ານວິຊາການ ໃນວັນທີ 22 ຕຸລາ 2019 ເນື່ອງໃນໂອກາດທີ່ ທາງຄະນະວິທະຍາຄານ ປ້ອງກັນຄວາມສະຫງົບປະຊາຊົນ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 22-25 ຕຸລາ 2019.

ກອງປະຊຸມພົບປະແລກປ່ຽນບົດຮຽນ ດ້ານວິຊາການ ຂອງ 2 ວິທະຍາຄານ ໃນຄັ້ງນີ້ ໄດ້ແບ່ງອອກເປັນ 2 ຈຸ ຄື:

ຈຸທີ 1: ຝ່າຍວິທະຍາຄານສັນຕິບານປະຊາຊົນ ນໍາໂດຍ ພັທ ປອ ສຸລິຍົງ ຈັນທະມານ ຫົວໜ້າຄະນະວິຊາຕ້ານນັກສືບ ພ້ອມຄະນະ, ຝ່າຍວິທະຍາຄານ ປ້ອງກັນຄວາມສະຫງົບປະຊາຊົນ ຫວຽດນາມ ນໍາໂດຍ ພັຕ ປອ ນາງ ຫງຽນທິ ເຝືອງລານ ຫົວໜ້າຫ້ອງພົວພັນຕ່າງປະເທດ ພ້ອມຄະນະ.

ຈຸທີ 1 ນີ້ ແມ່ນມີການປຶກສາຫາລື ຄົ້ນຄວ້າແລກປ່ຽນບົດຮຽນເຊິ່ງກັນແລະກັນ ໃນຫົວຂໍ້ການສ້າງຫໍສະໝຸດ, ສ້າງຫ້ອງອ່ານ ແລະ ການສ້າງຫ້ອງຮຽນນໍາໃຊ້ບັນດາຂະແໜງ.

ຈຸທີ 2: ຝ່າຍວິທະຍາຄານສັນຕິບານປະຊາຊົນ ນໍາໂດຍ ພັທ ປອ ສຸກັນ ຈັນເພັງສະເໜ່ ຫົວໜ້າຄຸ້ມຄອງວິທະຍາສາດ ພ້ອມຄະນະ, ຝ່າຍວິທະຍາຄານ ປ້ອງກັນຄວາມສະຫງົບປະຊາຊົນ ຫວຽດນາມ ນໍາໂດຍ ພັອ ຕ໋າວັນລ້ວນ ຫົວໜ້າຫ້ອງຄົ້ນຄວ້າວິທະຍາສາດ ພ້ອມຄະນະ.

ເຊິ່ງຈຸທີ 2 ນີ້ ແມ່ນຈະປຶກສາຫາລື ຄົ້ນຄວ້າແລກປ່ຽນບົດຮຽນກັນ ໃນຫົວຂໍ້ການສ້າງຫຼັກສູດປະລິນຍາຕີ ຂະແໜງປ້ອງກັນຄວາມສະຫງົບການສື່ສານ ແລະ ຫົວຂໍ້ການສ້າງຫຼັກສູດປະລິນຍາໂທ ໃນຂະແໜງປ້ອງກັນຄວາມສະຫງົບ.