ກອງບັນຊາການ ປກສ ແຂວງຈຳປາສັກ ປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ໃນອາທິດທີ່ຜ່ານມາ, ເປັນປະທານ ແລະ ປະດັບຊັ້ນໂດຍ ພັທ ສຸກພະຈັນ ສີລາເພັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ; ມີຄະນະພັກ-ຄະນະບັນຊາຈາກຫ້ອງ, ກອງບັນຊາການ ປກສ ເມືອງ-ນະຄອນ, ໂຮງຮຽນ ປກສ ຊັ້ນສູງ ເລກ 4, ກອງພັນປ້ອງກັນເຄື່ອນທີ່ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ເກດແກ້ວ ບຸນສະຫວັດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 2086/ປກສ ລົງວັນທີ 26 ກັນຍາ 2019; ຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ເລກທີ 2828/ກມປສ ລົງວັນທີ 3 ກັນຍາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງຈຳປາສັກ ແລະ ຂໍ້ຕົກລົງຂອງ ກອງບັນຊາການ ປກສ ແຂວງຈຳປາສັກ ວ່າດ້ວຍ ການເລື່ອນຊັ້ນໃຫ້ພົນຕຳຫຼວດ ເຊິ່ງລວມທັງໝົດ 291 ສະຫາຍ ໃນນັ້ນໄດ້ເລື່ອນຊັ້ນດັ່ງນັ້ນ:

  • ຮອ ຂຶ້ນ ພັຕ ມີ 30 ສະຫາຍ ຍິງ 3 ສະຫາຍ
  • ຮທ ຂຶ້ນ ຮອ 40 ສະຫາຍ ຍິງ 13 ສະຫາຍ
  • ຮຕ ຂຶ້ນ ຮທ ມີ 96 ສະຫາຍ ຍິງ 13 ສະຫາຍ
  • ວທ ຂຶ້ນ ຮຕ ມີ 68 ສະຫາຍ ຍິງ 5 ສະຫາຍ
  • ສອ ຂຶ້ນ ວທ ມີ 36 ສະຫາຍ ຍິງ 5 ສະຫາຍ
  • ສທ ຂຶ້ນ ສອ ມີ 3 ສະຫາຍ
  • ສຕ ຂຶ້ນ ສທ ມີ 18 ສະຫາຍ ຍິງ 8 ສະຫາຍ
ພັທ ສຸກພະຈັນ ສີລາເພັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ
ພັທ ສຸກພະຈັນ ສີລາເພັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ

ໃນພິທີດັ່ງກ່າວ ຍັງໄດ້ຜ່ານຂໍ້ຕົກລົງຂອງ ເຈົ້າແຂວງໆຈຳປາສັກ ວ່າດ້ວຍ ການຍ້ອງຍໍໃຫ້ແກ່ພະນັກງານ-ນັກຮົບຢູ່ ກອງບັນຊາການ ປກສ ແຂວງຈຳປາສັກ ຜູ້ທີ່ມີຜົນງານດີເດັ່ນ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ເປັນຕົ້ນແມ່ນ ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ມີຈຳນວນ 28 ສະຫາຍ.

ຕອນທ້າຍກອງປະຊຸມ, ທ່ານປະທານຍັງໄດ້ໃຫ້ກຽດໂອ້ລົມ ໂດຍທ່ານໄດ້ເນັ້ນໜັກໃຫ້ ສະຫາຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບແຕ່ລະຂັ້ນ ຕ້ອງໄດ້ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ, ເອົາໃຈໃສ່ປະຕິບັດທຸກມະຕິ-ຄຳສັ່ງຂອງຂັ້ນເທິງ ຢ່າງເຂັ້ມງວດ ພ້ອມກັນສືບຕໍ່ປະກອບສ່ວນເຮັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ເພື່ອແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ.