ກອງປະຊຸມກ່ອນພິທີປະດັບຊັ້ນຂອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ
ກອງປະຊຸມກ່ອນພິທີປະດັບຊັ້ນຂອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ

ພິທີປະກາດເລື່ອນປະດັບທຽບຊັ້ນໃຫ້ນາຍທະຫານ ທີ່ຮຽນຈົບຈາກວິຊາສະເພາະຂັ້ນປະ ລິນຍາຕີ, ຊັ້ນສູງ, ຊັ້ນກາງຈາກສາຍລັດ ຢູ່ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ໃນວັນທີ 22 ຕຸລາ 2019; ເຂົ້າຮ່ວມໂດຍ ພັອ ບົວເງິນ ຫົງໄຂຄຳ ຫົວໜ້າຫ້ອງການເມືອງ ທະຫານ ນວ, ມີຄະນະພັກ-ຄະນະ ບັນຊາກົມກອງ, ຜູ້ຮັບຜິດຊອບວຽກງານກ່ຽວຂ້ອງ ແລະ ພະນັກງານທີ່ໄດ້ຮັບເລື່ອນຊັ້ນໃໝ່ ເຂົ້າຮ່ວມ.

ພັອ ບົວເງິນ ຫົງໄຂຄຳ ໃຫ້ກຽດຂຶ້ນປະດັບຊັ້ນໃຫ້ນັກຮຽນທີ່ຈົບໃໝ່
ພັອ ບົວເງິນ ຫົງໄຂຄຳ ໃຫ້ກຽດຂຶ້ນປະດັບຊັ້ນໃຫ້ນັກຮຽນທີ່ຈົບໃໝ່

ພັທ ເຂັມເພັດ ຫັນທະວົງ ຫົວໜ້າພະແນກພະນັກງານທະຫານ ນວ ຂຶ້ນຜ່ານຂໍ້ຕົກລົງຂອງ ກົມໃຫ່ຍການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນນັກຮຽນທີ່ຮຽນຈົບວິຊາສະເພາະຈາກ ສາຍລັດສະບັບເລກທີ 5230 ລົງວັນທີ 11 ຕຸລາ 2019 ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 3 ມາດຕາ 19 ມາດຕາ 20 ວ່າດ້ວຍການເລື່ອນຊັ້ນ, ປະດັບຊັ້ນ, ປະດັບທຽບຊັ້ນເປັນນາຍທະຫານ; ໃນນີ້, ປະກອບມີ 8 ສະຫາຍ ຄື: ປະດັບທຽບຊັ້ນຮ້ອຍໂທ ຈໍານວນ 7 ສະຫາຍ ແລະ ປະດັບທຽບຊັ້ນ ຮ້ອຍຕີ 1 ສະຫາຍ.

ພັອ ບົວເງິນ ຫົງໄຂຄຳ ໃຫ້ກຽດຂຶ້ນປະດັບຊັ້ນໃຫ້ນັກຮຽນທີ່ຈົບໃໝ່
ພັອ ບົວເງິນ ຫົງໄຂຄຳ ໃຫ້ກຽດຂຶ້ນປະດັບຊັ້ນໃຫ້ນັກຮຽນທີ່ຈົບໃໝ່

ໂອກາດນີ້, ທ່ານຫົວໜ້າຫ້ອງການເມືອງທະຫານ ນວ ໄດ້ຍ້ອງຍໍຕໍ່ຜູ້ທີ່ໄດ້ຮັບການປະດັບຊັ້ນໃນຄັ້ງນີ້ ແລະ ຮຽກຮ້ອງໃຫ້ບັນດາຜູ້ທີ່ໄດ້ຮັບການປະດັບຊັ້ນໃນຄັ້ງນີ້ຮັກສາຜົນງານນີ້ໄວ້ສ້າງ ຜົນງານໃຫ້ດີຂຶ້ນໄປເລື້ອຍໆ, ເອົາໃຈໃສ່ເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບ ໝາຍໃຫ້, ຍົກສູງຄວາມຮັບຜິດຊອບຂອງຕົນໃຫ້ມີທ່າກ້າວຂະຫຍາຍຕົວ ເພື່ອສ້າງເງື່ອນໄຂຕົນເອງໃຫ້ກ້າວຂຶ້ນໄປເປັນພະນັກງານລຸ້ນສືບທອດໃນອະນາຄົດ.