ພະນະທ່ານ ຢາໂນສ ອາແດຣ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຮົງກາຣີ ( ສ.ຮົງກາຣີ ) ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ຄັ້ງປະຖົມມະລຶກ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 24-27 ຕຸລາ 2019 ໂດຍການຕ້ອນຮັບຂອງ ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຮົງກາຣີ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດ.

ພະນະທ່ານ ຢາໂນສ ອາແດຣ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຮົງກາຣີ – ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ໃນການພົບປະຄັ້ງນີ້, ພະນະທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ພະນະທ່ານ ຢາໂນສ ອາແດຣ ທີ່ໄດ້ນຳພາ ຄະນະຜູ້ແທນຂັ້ນສູງ ຂອງ ສ.ຮົງກາຣີ ເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ 2 ປະເທດ ລາວ-ຮົງກາຣີ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ.

ເຊິ່ງສອງຝ່າຍ ໄດ້ປຶກສາຫາລື ແລະ ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ຂະຫຍາຍກວ້າງອອກໃນຫຼາຍດ້ານ ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນເດືອນກັນຍາ ປີ 1962 ເປັນຕົ້ນມາ; ໃນນີ້ ທັງສອງຝ່າຍມີຄວາມເຂົ້າອົກເຂົ້າໃຈອັນເລິກເຊິ່ງ ແລະ ເຄົາລົບນັບຖືເຊິ່ງກັນແລະກັນ, ສະໜັບສະໜູນເຊິ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ.

ສອງຝ່າຍ ໄດ້ປຶກສາຫາລື ແລະ ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ

ນອກຈາກນີ້, ລັດຖະບານລາວ ໄດ້ຕີລາຄາສູງຕໍ່ ລັດຖະບານຮົງກາຣີ ທີ່ໄດ້ສືບຕໍ່ຊ່ວຍເຫຼືອດ້ານວິຊາການ ໃນຂະແໜງກະສິກຳ, ການສຶກສາ ລວມທັງໃຫ້ເງິນກູ້ຢືມທີ່ບໍ່ມີດອກເບ້ຍ; ໃນນັ້ນ, ຮົງກາຣີ ກໍໄດ້ສືບຕໍ່ໃຫ້ທຶນການສຶກສາແກ່ ສປປ ລາວ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ເພີ່ມຂຶ້ນ, ເຊິ່ງໃນປັດຈຸບັນ ມີນັກສຶກສາລາວຮຽນຢູ່ຮົງກາຣີ ຈໍານວນທັງໝົດ 185 ຄົນ.

ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືທິດທາງ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃນດ້ານຕ່າງໆ ໂດຍສະເພາະແມ່ນ ການຮ່ວມມືດ້ານການເມືອງ, ການທູດ, ກະສິກຳ, ການສຶກສາ, ການຄ້າ-ການລົງທຶນ, ການເງິນ, ວິທະຍາສາດ-ເຕັກໂນໂລຊີ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລວມທັງ ການຄຸ້ມຄອງນໍ້າແບບຍືນຍົງ ແລະ ຂະແໜງການອື່ນໆທີ່ທັງສອງຝ່າຍ ໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ.

ທັ້ງນີ້, ສ.ຮົງກາຣີ ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ໃນປີ 2018 ລັດຖະບານຮົງກາຣີ ໄດ້ໃຫ້ການຊ່ວຍເຫຼືອບັນເທົາທຸກໃຫ້ແກ່ ສປປ ລາວ ຢູ່ແຂວງອັດຕະປື.

ພະນະທ່ານ ຢາໂນສ ອາແດຣ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ໃນວັນດຽວກັນ, ພະນະທ່ານ ຢາໂນສ ອາແດຣ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ເຊິ່ງທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ທີ່ໄດ້ຮັບການເສີມຂະຫຍາຍໃນຫຼາຍດ້ານ ໃນໄລຍະ 50 ກວ່າປີຜ່ານມາ ເປັນຕົ້ນ ທາງດ້ານການເມືອງ, ການທູດ, ການພົບປະແລກປ່ຽນ ການຢ້ຽມຢາມຂອງການນໍາຂັ້ນສູງທັງສອງຝ່າຍ, ການຮ່ວມມືດ້ານກະສິກຳ, ການສຶກສາ ແລະ ເງິນກູ້ບໍ່ມີດອກເບ້ຍ.

ຫຼັງຈາກນັ້ນ, ພະນະທ່ານ ຢາໂນສ ອາແດຣ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ພະນະທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ທີ່ສະພາແຫ່ງຊາດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ ລາວ-ຮົງກາຣີ ໃຫ້ກ້າວຂຶ້ນສູ່ລະດັບໃໝ່.

ນອກຈາກນັ້ນ, ພະນະທ່ານ ປະທານາທິບໍດີ ຢາໂນສ ອາແດຣ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຮ່ວມ ພິທີວາງພວງມາລາ ທີ່ອານຸສາວະລີນັກຮົບນິລະນາມ ແລະ ໄປຢ້ຽມຢາມຟາມເພາະພັນປານໍ້າຫຸມ, ເຊິ່ງເປັນໜຶ່ງໃນບັນດາໂຄງການຮ່ວມມື ລາວ-ຮົງກາຣີ, ພົບປະກັບ ສະມາຄົມມິດຕະພາບ ລາວ-ຮົງກາຣີ ແລະ ອະດີດນັກສຶກສາລາວ ທີ່ ຮຽນຈົບມາຈາກຮົງກາຣີ ແລະ ໄດ້ທ່ຽວຊົມສະຖານທີ່ປະຫວັດສາດ ແລະ ວັດທະນະທຳຈຳນວນໜຶ່ງ ທີ່ ນະຄອນຫຼວງວຽງຈັນ ແລະ ໄດ້ເດີນທາງໄປຢ້ຽມຢາມ ແຂວງຫຼວງພະບາງ.