ປກສ ເມືອງສິງ ສຶກສາອົບຮົມຜູ້ຖືກຫາ ແລະ ຄົນເລ່ລ໋ອນ

0
937

ໃນອາທິດຜ່ານມາ, ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້ທາ ໄດ້ສຶກສາອົບຮົມຜູ້ຖືກຫາ ແລະ ຄົນເລ່ລອນ, ເຂົ້າຮ່ວມໂດຍທ່ານ ນາງ ສໍາລານ ດວງຍາວົງ ກໍາມະການພັກເມືອງ ເລຂາຊາວໜຸ່ມເມືອງສິງ; ມີ ພັທ ຄໍາເຕົ່າ ກໍາລັດສາລີ ຮອງກອງບັນຊາການ ປກສ ເມືອງສິງ, ພາກສ່ວນທີ່ກ່ຽວຂ້ອງ ແລະ ຜູ້ຖືກຫາ-ຄົນເລ່ລອນ ເຂົ້າຮ່ວມ 9 ຄົນ, ຍິງ 3 ຄົນ.

ພັທ ຄໍາເຕົ່າ ກໍາລັດສາລີ ຮອງກອງບັນຊາການ ປກສ ເມືອງສິງ ໄດ້ຍົກໃຫ້ເຫັນເຖິງຜົນຮ້າຍຂອງຢາເສບຕິດ, ກະປະພຶດທີ່ຜິດຕໍ່ລະບຽບໃນໄລຍະຜ່ານມາ, ຈຸດປະສົງກໍ່ເພື່ອໃຫ້ຜູ້ຖືກຫາ, ຄົນເລ່ລ໋ອນ ໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ເຂົ້າໃຈເຖິງມູນເຊື້ອການປົດປ່ອຍປະເທດຊາດຂອງປະຊາຊົນລາວບັນດາເຜົ່າ ແລະ ຮູ້ຈໍາແນກສິ່ງທີ່ດີ ແລະ ບໍ່ດີໃນສັງຄົມ; ຮູ້ເຖິງບາບບຸນຄຸນໂທດ ແລະ ຜົນສະທ້ອນຕໍ່ການກະທໍາຂອງຕົນເອງທັງເປັນການບໍາບັດ ຟື້ນຟູສ້າງກໍາລັງໃຈກໍາລັງກາຍໃຫ້ມີຄວາມໝັ້ນທ່ຽງ ແລະ ການດໍາລົງຊີວິດຢູ່ໃນສັງຄົມໃຫ້ຖືກຕ້ອງນອກນັ້ນຍັງເຮັດໃຫ້ຜູ້ຖືກຫາ, ຄົນເລ່ລ໋ອນທີ່ລະເມີດລະບຽບກົດໝາຍຂອງບ້ານເມືອງ, ຮູ້ສຶກກິນແໜງແຄງໃຈເພື່ອປັບປຸງກໍ່ສ້າງຕົນເອງໃຫ້ຢຸດເຊົາໃນການປະພຶດຕົວໃນທາງທີ່ບໍ່ຖືກຕ້ອງປ່ຽນແນວຄິດຈິດໃຈຂອງຕົນເອງໃຫ້ໄປໃນທາງທີ່ດີ ເວລາພົ້ນໂທດອອກໄປໃຫ້ກາຍເປັນພົນລະເມືອງທີ່ດີຂອງສັງຄົມ.

ພ້ອມດຽວກັນນັ້ນ ກໍໄດ້ສ້າງບົດບັນທຶກສຶກສາອົບຮົມ ກ່າວເຕືອນ ແລະ ມອບໃຫ້ຜູ້ປົກຄອງ, ອຳນາດການປົກຄອງບ້ານ ສືບຕໍໃຫ້ຄວາມອົບອຸ່ນ ແລະ ໃຫ້ກຳລັງໃຈແກ່ເຂົາເຈົ້າກັບສູ່ຄອບຄົວຍາດຕິພີ່ນ້ອງດ້ວຍຄວາມອົບອຸ່ນ.