ຂ່າວຕ່າງປະເທດລາຍງານ ໃນວັນທີ 28 ຕຸລາ ນີ້ວ່າ: ທ່ານ ກາວິນ ນິວຊອມ ຜູ້ວ່າການລັດກາລິຟໍເນຍ ລົງນາມປະກາດພາວະສຸກເສີນຈາກໄພທຳມະຊາດລະດັບລັດ ເນື່ອງຈາກເກີດໄຟປ່າຮ້າຍແຮງຫຼາຍຈຸດທາງເໜືອຂອງລັດກາລິຟໍເນຍ ບໍລິເວນອ່າວຊານຟຣານຊິສໂກ ແລະ ຄາດວ່າ ໄຟປ່າຈະລຸກລາມເຂົ້າສູ່ເຂດໂຊໂນມາທີ່ຢູ່ໃກ້ຄຽງກັນ ແລະ ເປັນເຂດໜຶ່ງທີ່ສຳຄັນໃນປູກໝາກລາແຊ່ງສໍາລັບຜະລິດເຫຼົ້າວາຍຂອງປະເທດ ໂດຍສະເພາະໄຟປ່າຄິນເຄດ, ເຊິ່ງມີຂະໜາດໃຫຍ່ທີ່ສຸດໃນບັນດາໄຟປ່າຈຳນວນ 20 ກວ່າແຫ່ງທີ່ກຳລັງລຸກໄໝ້ໃນຕອນນີ້, ເຊິ່ງເຜົາທຳລາຍພື້ນທີ່ປ່າໄປແລ້ວຫຼາຍກວ່າ 30.000 ເອເຄີ ແຕ່ເຈົ້າໜ້າທີ່ຄວບຄຸມສະຖານນະການໄດ້ພຽງ 10%.

ຂະນະທີ່ທຸກຝ່າຍມີຄວາມກັງວົນວ່າ ໄຟປ່າຄິນເຄດລຸກລາມເຂົ້າສູ່ໄຮ່ໝາກລາແຊ່ງ ແລະ ໂຮງກັ່ນເຫຼົ້າວາຍ ໂຊ ດາຣ໊ອກ, ເຊິ່ງມີອາຍຸເກົ່າແກ່ 150 ປີ ໂດຍໄຟປ່າຄິນເຄດ ເກີດຂຶ້ນຕັ້ງແຕ່ອາທິດຜ່ານມາ ແລະ ຂະ ຫຍາຍອອກເປັນວົງກວ້າງຢ່າງວ່ອງໄວ ຍ້ອນກະແສລົມພັດແຮງເຖິງ 145 ກິໂລແມັດຕໍ່ຊົ່ວໂມງ ແລະ ສະພາບອາກາດແຫ້ງແລ້ງຫຼາຍ. ນອກຈາກນີ້, ທາງການລັດກາລິຟໍເນຍ ໄດ້ສັ່ງໃຫ້ປະຊາຊົນອົບພະຍົບອອກຈາກທີ່ຢູ່ອາໃສປະມານ 130.000 ຄົນ ແລະ ເພີ່ມຂຶ້ນອີກເປັນ 180.000 ຄົນ ໂດຍມີເຈົ້າໜ້າທີ່ກອງກໍາລັງຮັກສາແຜ່ນດິນລັດກາລິຟໍເນຍ ອອກກວດກາລາດຕະເວນຕາມພື້ນທີ່ສ່ຽງໄພ ເພື່ອຂໍຄວາມຮ່ວມມືໃຫ້ປະຊາຊົນອົບພະຍົບ, ເຊິ່ງໜຶ່ງໃນເມືອງທ່ອງທ່ຽວທີ່ສຳຄັນໃນພື້ນທີ່ ຄື: ເມືອງຮີນສະເບີກ ກາຍເປັນເມືອງຮ້າງ ຫຼັງ ຈາກປະຊາຊົນທັງໝົດເມືອງພາກັນອົບພະຍົບອອກຕາມຄຳສັ່ງຂອງເຈົ້າໜ້າທີ່.

ກ່ອນໜ້ານີ້, ແຫຼ່ງຜະລິດເຫຼົ້າວາຍຂອງລັດກາລິຟໍເນຍ ເຄີຍປະເຊີນກັບໄຟປ່າຄັ້ງຮ້າຍແຮງຫຼ້າສຸດໃນປີ 2017, ມີຜູ້ເສຍຊີວິດ 44 ຄົນ ຈາກໄຟປ່າທີ່ເກີດຂຶ້ນຫຼາຍກວ່າ 250 ແຫ່ງ ແລະ ເຫດໄຟປ່າທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງລັດກາລິຢໍເນຍ ເກີດຂຶ້ນໃນປີ 2018 ຄື: ໄຟປ່າແຄມ ເຮັດໃຫ້ມີຜູ້ເສຍຊີວິດເຖິງ 86 ຄົນ.