ປະທານາທິບໍດີ ໂຈໂຄ ວິໂດໂດ ເດີນທາງໄປຢ້ຽມຢາມເມືອງຫຼາຍແຫ່ງໃນເຂດປາປົວທີ່ຢູ່ທາງພາກຕາເວັນອອກຂອງປະເທດ ໃນລະຫວ່າງວັນທີ 27-28 ຕຸລາ ນີ້ ໂດຍເຂດພາກພື້ນດັ່ງກ່າວແບ່ງອອກເປັນ 2 ແຂວງ ຄື: ແຂວງປາປົວ ແລະ ແຂວງປາປົວຕາເວັນຕົກ.

ທ່ານ ໂຈໂຄ ວິໂດໂດ ເລືອກເດີນທາງໄປຢ້ຽມຢາມເຂດພາກພື້ນປາປົວເປັນແຫ່ງທຳອິດ ຫຼັງຈາກສາບານຕົນເຂົ້າຮັບຕຳແໜ່ງປະທານາທິບໍດີເປັນສະໄໝທີ່ສອງ ໃນອາທິດຜ່ານມາ, ຖືເປັນສັນຍານທີ່ດີຈາກສູນກາງໃນການສະ ແດງຄວາມສາມັກຄີປອງດອງຕໍ່ເຂດພາກພື້ນທີ່ຫ່າງໄກ ແລະ ທຸກຍາກທີ່ສຸດຂອງປະເທດຢ່າງເຫັນໄດ້ຊັດເຈນ ເນື່ອງຈາກວ່າ ໃນໄລຍະ 2 ເດືອນທີ່ຜ່ານມາ, ເກີດເຫດການປະທ້ວງຄັ້ງໃຫຍ່ໃນເຂດພາກພື້ນປາປົວ ຕັ້ງແຕ່ວັນຊາດຂອງອິນໂດເນເຊຍ ໃນວັນທີ 17 ສິງຫາ ທີ່ຜ່ານມາ ແລະ ເຂົ້າສູ່ສະພາບປົກກະຕິເມື່ອບໍ່ນານມານີ້ ແຕ່ມີຜູ້ເສຍຊີວິດເຖິງ 33 ຄົນ.

ໃນໂອກາດດຽວກັນນີ້, ຜູ້ນຳອິນໂດເນເຊຍ ເປັນປະທານໃນພິທີເປີດຂົວຂ້າມແມ່ນ້ຳແຫ່ງໃໝ່ທີ່ເມືອງຈາຍາປູຣາ ເມືອງເອກຂອງແຂວງປາປົວທາງຕາເວັນອອກສຸດຂອງປະເທດ ໃນວັນທີ 27 ຕຸລາ ທີ່ຜ່ານມາ ໂດຍລັດຖະບານອິນໂດເນເຊຍ ຮັບຜິດຊອບງົບປະມານໃນການກໍ່ສ້າງທັງໝົດ ລວມມູນຄ່າທັງໝົດປະມານ 1.8 ລ້ານລ້ານຣູເປຍ. ນອກຈາກນີ້, ທ່ານ ໂຈໂຄ ວິໂດໂດ ຍັງສັ່ງເລັ່ງການກໍ່ສ້າງຕະຫຼາດແຫ່ງໃໝ່ໃນເຂດວາມີນາ ໃນເມືອງຈາຍາປູຣາ ທີ່ຖືກຈູດເຜົາໃນໄລຍະການກໍ່ເຫດປະທ້ວງ ແລະ ການພັດທະນາລະບົບໂຄງສ້າງພື້ນ ຖານທີ່ລວມເຖິງຖະໜົນປູຢາງ ແລະ ສະໜາມບິນແຫ່ງໃໝ່, ເຊິ່ງຜູ້ນຳອິນໂດເນເຊຍ ກ່າວວ່າ ຖ້າຫາກທຸກຝ່າຍມີຄວາມເປັນນ້ຳໜຶ່ງໃຈດຽວກັນ ຈະເຮັດໃຫ້ການພັດທະນາເຂດພາກພື້ນປາປົວ ມີການພັດທະນາໄວຂຶ້ນ, ເຊິ່ງຄວາມຈະເລີນ ແລະ ຜົນປະໂຫຍດທີ່ຈະຕາມມາແມ່ນການຍົກລະດັບຄຸນນະພາບຊີວິດໃຫ້ຊາວປາປົວທົງໝົດ.