ພິທີປະກາດແຕ່ງຕັ້ງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ

0
1925

ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະກາດແຕ່ງຕັ້ງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໃນວັນທີ 25 ຕຸລາ 2019 ໂດຍມີ ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ທ່ານ ຈັນທອງ ແກ້ວປະເສີດ ຫົວໜ້າຄະນະຈັດຕັ້ງແຂວງ, ມີຫົວໜ້າ, ຮອງກອງບັນຊາການ ປກສ ແຂວງ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ

ພັທ ຄຳພອນ ແສງສາລີຈັນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເລກທີ 2063/ປກສ ລົງວັນທີ 26 ກັນຍາ 2019 ວ່າດ້ວຍ ການແຕ່ງຕັ້ງ ພັທ ຄຳຕຸ່ນ ບຸນລຽນຂັນ ເປັນຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ສ່ວນຫົວໜ້າ ແລະ ຮອງຫົວໜ້າກອງບັນຊາການທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ; ເຊິ່ງການປະກາດການຈັດຕັ້ງໃນຄັ້ງນີ້ ກໍເພື່ອຮັບປະກັນໃຫ້ແກ່ການຄຸ້ມຄອງນໍາພາ-ບັນຊາ ຖືກຕ້ອງຕາມລະບົບໂຄງຮ່າງການຈັດຕັ້ງ, ທັງຮັບປະກັນແກ້ໄຂດ້ານວຽກງານວິຊາສະເພາະ ຢູ່ແຕ່ລະຂົງເຂດສະດວກດີຂຶ້ນ.

ພິທີປະກາດແຕ່ງຕັ້ງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ

ໂອກາດດັ່ງກ່າວ, ພົຕ ວັນທອງ ກອງມະນີ ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ ຄະນະກອງບັນຊາການ ປກສ ແຂວງຫຼວງນໍ້າທາ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ ຄະນະພັກ-ຄະນະບັນຊາຢູ່ແຕ່ລະຂັ້ນ ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີພາຍໃນ ໂດຍຕ້ອງໄດ້ຖືເອົາວຽກງານການເມືອງ-ແນວຄິດ ໃຫ້ເປັນກົກ ພ້ອມທັງເພີ່ມທະວິຊີ້ນໍາວຽກງານປ້ອງກັນຄວາມສະຫງົບທົ່ວແຂວງ ໃຫ້ຮັກສາໄດ້ຄວາມສະຫງົບ-ປອດໄພ ໃຫ້ພໍ່ແມ່ປະຊາຊົນດໍາລົງຊີວິດ ດ້ວຍຄວາມຜາສຸກ ພ້ອມທັງສຸມໃສ່ສ້າງຂະບວນການດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ອົງຄະນະພັກກອງບັນຊາການ ໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້.

ຈາກນັ້ນ, ທ່ານຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມຄະນະ ກໍໄດ້ໄປຢ້ຽມຢາມໂຮງໝໍ ແລະ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫຼວງນໍ້າທາ.