ກະຊວງພາຍໃນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການອອກແບບໂຄງການຈັດຕັ້ງປະຕິບັດ ຍຸດທະສາດວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025 ໃນວັນທີ 29 ຕຸລາ 2019, ເປັນປະທານໂດຍ ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີ ກະຊວງພາຍໃນ, ມີ ຄະນະຮັບຜິດຊອບ, ຕາງໜ້າຈາກບັນດາກະຊວງ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີ ກະຊວງພາຍໃນ

ທ່ານ ສີພຸກ ວົງພັກດີ ກ່າວວ່າ:

ການປຶກສາຫາລືໃນຄັ້ງນີ້ ແມ່ນເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດ ຍຸດທະສາດວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ປີ 2016-2025 ໂດຍສະເພາະ ວິໄສທັດ ທີ່ວ່າ: ຮອດປີ 2030 ພົນລະເມືອງລາວທຸກຄົນ ຈະໄດ້ຊົມໃຊ້ການບໍລິການຂອງ ລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງ ຢ່າງທົ່ວເຖິງ ແລະ ມີປະສິດທິພາບ, ເຊິ່ງເປັນການເອື້ອອໍານວຍຄວາມສະດວກໃຫ້ແກ່ ການປະຕິບັດສິດ ແລະ ຜົນປະໂຫຍດຂອງພົນລະເມືອງ ແລະ ສະໜັບສະໜູນການປົກຄອງທີ່ດີ ແລະ ການພັດທະນາ ເພື່ອຈັດຕັ້ງປະຕິບັດຄໍາໝັ້ນສັນຍາອື່ນໆຂອງ ສປປ ລາວ ຕໍ່ສາກົນ ເປັນຕົ້ນແມ່ນ ສົນທິສັນຍາ ວ່າດ້ວຍ ສິດທິມະນຸດ, ສິດທິເດັກ, ສິດທິຂອງພົນລະເມືອງ ແລະ ສິດທິທາງການເມືອງ, ການປົກປ້ອງແຮງງານ ແລະ ຄອບຄົວ, ການຕົກລົງຮ່ວມໃນການປັບປຸງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງ ໃນລະດັບພາກພື້ນອາຊີ-ປາຊີຟິກ ໃນເດືອນທັນວາ ປີ 2012 ແລະ ຖະແຫຼງການລັດຖະມົນຕີ ອາຊີ-ປາຊີຟິກ ໃນເດືອນພະຈິກ 2014.

ຄາດຄະເນຜົນໄດ້ຮັບຈາກໂຄງການດັ່ງກ່າວ ແມ່ນເພື່ອສ້າງ ລະບົບຖານຂໍ້ມູນຄຸ້ມຄອງພົນລະເມືອງ ເອເລັກໂຕຣນິກ ທີ່ເດີນແມ່ນແລ່ນສະດວກ ແລະ ປັບປຸງອັດຕາການປົກຄຸມຂອງ ການຈົດທະບຽນເຫດການສຳຄັນໃນຊີວິດຂອງພົນລະເມືອງ ໂດຍສະເພາະ ການຈົດທະບຽນການເກີດ ແລະ ການເສຍຊີວິດຢູ່ ສປປ ລາວ, ສະໜອງເອກະສານທາງກົດໝາຍ ໃຫ້ກັບແຕ່ລະບຸກຄົນກ່ຽວກັບ ການຈົດທະບຽນຄອບຄົວ ແລະ ເຫດການສໍາຄັນໃນຊີວິດອື່ນໆ ຕາມຄວາມຈໍາເປັນ ເພື່ອອ້າງອີງເອກະລັກ, ສະຖານະພົນລະເມືອງ ແລະ ຮັບປະກັນສິດທິ, ຜະລິດ ແລະ ເຜີຍແຜ່ສະຖິຕິສໍາຄັນໃນຊີວິດທີ່ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ ( ລວມທັງສາເຫດຂອງການເສຍຊີວິດ ) ໂດຍອີງໃສ່ຂໍ້ມູນບັນທຶກການຈົດທະບຽນ.

ກອງປະຊຸມປຶກສາຫາລືກ່ຽວກັບ ການອອກແບບໂຄງການຈັດຕັ້ງປະຕິບັດ ຍຸດທະສາດວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025