ປະກາດເລື່ອນຊັ້ນພັນໂທ ໃຫ້ນາຍຕໍາຫຼວດ 346 ສະຫາຍ ຍິງ 44 ສະຫາຍ

0
2909
ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ

ພິທີປະກາດເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ ໃຫ້ນາຍຕຳຫຼວດ ໃນກຳລັງປ້ອງກັນຄວາມສະຫງົບ ກົມກອງອ້ອມຂ້າງ ກະຊວງ ປກສ ແລະ ທ້ອງຖິ່ນ ຈຳນວນ 346 ສະຫາຍ ຍິງ 44 ສະຫາຍ ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2019 ທີ່ ກະຊວງ ປກສ, ປະດັບຊັ້ນໂດຍ ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ໂດຍມີບັນດາຄະນະບັນຊາ ແລະ ນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ໃນພິທີ, ພັທ ຄຳພອນ ແສງສາລີຈັນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 2066-2099/ປກສ ລົງວັນທີ 26 ກັນຍາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກົມກອງອ້ອມຂ້າງ ກະຊວງ ປກສ ແລະ ທ້ອງຖິ່ນ ໂດຍລັດຖະມົນຕີ ກະຊວງ ປກສ ຕົກລົງເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ ໃຫ້ບັນດາສະຫາຍທີ່ມີຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ຈຳນວນທັງໝົດ 346 ສະຫາຍ ເຊິ່ງໃນນີ້ມີ:

ກົມໃຫຍ່ການເມືອງ ປກສ 20 ສະຫາຍ ຍິງ 11 ສະຫາຍ
  • ກົມໃຫຍ່ການເມືອງ ປກສ 20 ສະຫາຍ ຍິງ 11 ສະຫາຍ
  • ກົມໃຫຍ່ສັນຕິບານ 19 ສະຫາຍ ຍິງ 1 ສະຫາຍ
  • ກົມໃຫຍ່ຕຳຫຼວດ 24 ສະຫາຍ ຍິງ 2 ສະຫາຍ
  • ກົມໃຫຍ່ພະລາທິການ 6 ສະຫາຍ ຍິງ 2 ສະຫາຍ
  • ຫ້ອງວ່າການ ກະຊວງ ປກສ 7 ສະຫາຍ ຍິງ 5 ສະຫາຍ
ກົມໃຫຍ່ສັນຕິບານ 19 ສະຫາຍ ຍິງ 1 ສະຫາຍ
  • ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ 1 ສະຫາຍ
  • ກົມ 504 ມີ 7 ສະຫາຍ ຍິງ 1 ສະຫາຍ
  • ກົມສື່ສານ 2 ສະຫາຍ
  • ກົມຕຳຫຼວດຄຸມຂັງ-ດັດສ້າງ 3 ສະຫາຍ ຍິງ 1 ສະຫາຍ
  • ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ 2 ສະຫາຍ
ກົມໃຫຍ່ຕຳຫຼວດ 24 ສະຫາຍ ຍິງ 2 ສະຫາຍ
  • ກອງບັນຊາການປ້ອງກັນທີ່ຕັ້ງ 1 ສະຫາຍ
  • ກອງບັນຊາການປ້ອງກັນສູນກາງ 31 ສະຫາຍ ຍິງ 4 ສະຫາຍ
  • ກອງບັນຊາການປ້ອງກັນເຄື່ອນທີ່ 3 ສະຫາຍ
  • ວິທະຍາຄານຕຳຫຼວດປະຊາຊົນ 5 ສະຫາຍ ຍິງ 3 ສະຫາຍ
  • ວິທະຍາຄານສັນຕິບານປະຊາຊົນ 4 ສະຫາຍ ຍິງ 1 ສະຫາຍ
ກົມໃຫຍ່ພະລາທິການ 6 ສະຫາຍ ຍິງ 2 ສະຫາຍ
  • ກອງບັນຊາການ ປກສ ແຂວງຜົ້ງສາລີ 16 ສະຫາຍ ຍິງ 3 ສະຫາຍ
  • ປກສ ແຂວງຫົວພັນ 9 ສະຫາຍ ຍິງ 1 ສະຫາຍ
  • ປກສ ແຂວງບໍ່ແກ້ວ 5 ສະຫາຍ
  • ປກສ ແຂວງຊຽງຂວາງ 9 ສະຫາຍ
  • ປກສ ແຂວງຫຼວງນໍ້າທາ 4 ສະຫາຍ
ຫ້ອງວ່າການ ກະຊວງ ປກສ 7 ສະຫາຍ ຍິງ 5 ສະຫາຍ
  • ປກສ ແຂວງໄຊຍະບູລີ 15 ສະຫາຍ ຍິງ 1 ສະຫາຍ
  • ປກສ ແຂວງວຽງຈັນ 28 ສະຫາຍ ຍິງ 1 ສະຫາຍ
  • ປກສ ແຂວງໄຊສົມບູນ 5 ສະຫາຍ
  • ປກສ ນະຄອນຫຼວງວຽງຈັນ 26 ສະຫາຍ ຍິງ 3 ສະຫາຍ
  • ປກສ ແຂວງບໍລິຄຳໄຊ 15 ສະຫາຍ ຍິງ 1 ສະຫາຍ
  • ປກສ ແຂວງຄຳມ່ວນ 16 ສະຫາຍ
  • ປກສ ແຂວງສະຫວັນນະເຂດ 7 ສະຫາຍ
  • ປກສ ແຂວງຈຳປາສັກ 39 ສະຫາຍ ຍິງ 3 ສະຫາຍ
  • ປກສ ແຂວງສາລະວັນ 7 ສະຫາຍ
  • ປກສ ແຂວງເຊກອງ 1 ສະຫາຍ
  • ປກສ ແຂວງອັດຕະປື 9 ສະຫາຍ

ໂອກາດດັ່ງກ່າວ, ພົຕ ວັນທອງ ກອງມະນີ ໄດ້ໂອ້ລົມໃຫ້ທິດເຍືອງທາງຕໍ່ບັນດາສະຫາຍ ທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້ ເຊິ່ງທ່ານກ່າວວ່າ:

ບັນດາສະຫາຍ ແມ່ນຜູ້ທີ່ປະຕິບັດວຽກງານວິຊາສະເພາະຕົວຈິງ; ດັ່ງນັ້ນ, ຕ້ອງຍົກສູງຄວາມເປັນແບບຢ່າງນໍາໜ້າ, ປັບປຸງຍົກລະດັບຄວາມຮູ້-ຄວາມສາມາດຂອງຕົນ ໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່, ເດັດດ່ຽວຕັດສິນໃຈແກ້ໄຂບັນຫາຄົງຄ້າງຕ່າງໆ ພ້ອມທັງຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງ ທາງດ້ານຄຸນສົມບັດສິນທຳປະຕິວັດ, ອຸທິດຄວາມຮູ້, ສະຕິປັນຍາ ແລະ ຄວາມສາມາດຂອງຕົນ ເພື່ອຮັບໃຊ້ປະເທດຊາດ, ຍົກສູງຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ເຮັດໃຫ້ວຽກງານທີ່ຕົນຮັບຜິດຊອບ ມີຄວາມເດັ່ນຊັດຂຶ້ນຢ່າງຈະແຈ້ງ.