ໃນວັນອາທິດຜ່ານມາ, ຫ້ອງການກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ພັທ ສົມຄິດ ດວງພະຈັນ ຫົວໜ້າຫ້ອງການ ( ຜູ້ເກົ່າ ) ແລະ ພັທ ດວງໃຈ ມະນີວັນ ຫົວໜ້າຫ້ອງການ ( ຜູ້ໃໝ່ ), ໂດຍການເຂົ້າຮ່ວມໂດຍ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີຕາງໜ້າຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ ພ້ອມດ້ວຍ ພະນັກງານ-ນັກຮົບພາຍໃນຫ້ອງ ເຂົ້າຮ່ວມ.

ພັທ ຄໍາແຝງ ສີມູນ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 305-306/ປກສ ລົງວັນທີ 27 ກຸມພາ 2019 ວ່າດ້ວຍ ການຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງວຽງຈັນ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງມີຄວາມເຂັ້ມແຂງ ໃນການຊີ້ນຳ-ບັນຊາຢູ່ ຫ້ອງການກອງບັນຊາການ ປກສ ແຂວງ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ແລະ ຖືກຕ້ອງຕາມລະບຽບຫຼັກການ.

ໃນນີ້ ໄດ້ຍົກຍ້າຍ ແລະ ແຕ່ງຕັ້ງ ພັທ ດວງໃຈ ມະນີວັນ ຈາກ ກອງບັນຊາການ ປກສ ເມືອງວັງວຽງ ມາເປັນ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ ( ຜູ້ໃໝ່ ) ເນື່ອງຈາກ ພັທ ສົມຄິດ ດວງພະຈັນ ຫົວໜ້າຫ້ອງການ ( ຜູ້ເກົ່າ ) ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ເຊິ່ງໃນພິທີດັ່ງກ່າວໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ຢ່າງສົມກຽດ.

ພົຈວ ປອ ທອງເຄນ ບຸນໝັ້ນ  ໄດ້ຍົກໃຫ້ເຫັນຄວາມສຳຄັນໃນ ການປັບປຸງການຈັດຕັ້ງຄັ້ງນີ້ ແມ່ນ ຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະ ໃໝ່, ມັນແມ່ນກົດເກນພາວະວິໃສ ໃນການສັບຊ້ອນໝູນວຽນຂອງ ພະນັກງານເພື່ອເຮັດໃຫ້ກຳລັງປ້ອງ ກັນຄວາມສະຫງົບມີຄວາມເຂັ້ມ ແຂງ ພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ ໄປ ຮັບໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ເຕົ້າ ໂຮມຄວາມສາມັກຄີພາຍໃນໝູ່ ຄະນະໃຫ້ເປັນປຶກແຜ່ນ, ສ້າງແບບ ແຜນວິເຮັດວຽກ, ແບບແຜນວິທີ ນຳພາ ເພື່ອຊີ້ນຳໆພາພະນັກງານ-ນັກຮົບເຮັດຽກງານວິຊາສະເພາະ ຂອງຕົນໃຫ້ໄດ້ຮັບຜົນສຳເລັດຢ່າງ ຈົບງາມ ແລະ ມີປະສິດທິຜົນດີຂຶ້ນ ກວ່າເກົ່າ.