ງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 18 ປີ 2019 ໄດ້ຈັດຂຶ້ນໃນວັນທີ 29 ຕຸລາ ຫາ 3 ພະຈິກ 2019, ທີ່ສູນການຄ້າລາວໄອ-ເຕັກ ເພື່ອເປັນການສົ່ງເສີມໃຫ້ ການຜະລິດເຄື່ອງຫັດຖະກຳ ທີ່ເປັນເອກະລັກຂອງທ້ອງຖິ່ນ ໃຫ້ກາຍເປັນສິນຄ້າຈຳໜ່າຍອອກສູ່ສັງຄົມ ແລະ ສ້າງລາຍໄດ້ໃຫ້ກັບຊຸມຊົນ, ເຊິ່ງເຂົ້າຮ່ວມມີ ທ່ານ ນາງ ນາລີ ສີສຸລິດ ທື່ປຶກສາກິດຕິມະສັກ ສະມາຄົມຫັດຖະກຳລາວ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ພ້ອມທັງມີບັນດາຫົວໜ້າກົມຮອງກົມ, ເອກອັກຄະຣັດຊະທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ ແລະ ຊາວຊ່າງຫັດຖະກໍາ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກຳລາວ ກ່າວວ່າ:

ຈຸດປະສົງຂອງການຈັດງານໃນຄັ້ງນີ້ ເພື່ອສືບຕໍ່ສ້າງໂອກາດໃຫ້ກັບ ຊາວຊ່າງຫັດຖະກໍາລາວ ທີ່ຢູ່ທ້ອງຖິ່ນໃນທົ່ວປະເທດ ໄດ້ນໍາເອົາສິນຄ້າຂອງຕົນມາວາງສະແດງ ແລະ ຈໍາໜ່າຍຂາຍສ້າງລາຍຮັບໃຫ້ກັບຕົນເອງ, ພ້ອມນີ້ ກໍສ້າງໂອກາດໃຫ້ຊາວຊ່າງຫັດຖະກໍາ ໄດ້ພົບປະກັນແລກປຽນບົດຮຽນກ່ຽວກັບ ການຜະລິດເຄື່ອງຫັດຖະກຳ ຮ່ວມກັນ, ສິ່ງໃດທີ່ຈະຕ້ອງໄດ້ແກ້ໄຂ ແລະ ສິ່ງໃດຈະຕ້ອງໄດ້ພັດທະນາຕື່ມ ຫຼື ຕໍ່ຍອດອອກໄປ.

ງານນີ້ຈະເປັນການສົ່ງເສີມ ສີມືແຮງງານຂອງຊາວຊ່າງຫັດຖະກຳ ໄປພ້ອມກັບ ເຄື່ອງຫັດຖະກໍາທີ່ຜະລິດອອກມາ ຈະຕ້ອງມີບ່ອນຂາຍ ແລະ ຈະຕ້ອງມີຜູ້ຊື້, ພ້ອມທັງສົ່ງເສີມຜະລິດຕະພັນຫັດຖະກຳ ໃຫ້ຕິດພັນກັບ ການທ່ອງທ່ຽວ ແລະ ການຜະລິດທີ່ໜັ້ນຄົງ ເພື່ອສ້າງໂອກາດໃຫ້ ຊາວຊ່າງຫັດຖະກຳ ຊອກຫາລຸກຄ້າ ແລະ ຫາຄູ່ຮ່ວມທຸລະກິດ.

ພາຍໃນງານປີນີ້ ມີຮ້ານຂາຍເຄື່ອງຫັດຖະກໍາ ປະມານ 200 ກວ່າຮ້ານ, ມີເຄື່ອງຫັດຖະກໍາຜ້າໄໝ, ຜ້າຝ່າຍພັນເມືອງ, ເຄື່ອງເງິນ-ວັດຖຸມີຄ່າ, ເຄື່ອງທອງເຫຼືອງ, ເຄື່ອງປັ້ນດິນເຜົາ, ເຄື່ອງຈັກສານຈາກໄມ້ປ່ອງ, ຫວາຍເຄື່ອງຊົນເຜົ່າຕ່າງໆ, ມີການສາທິດການຜະລິດສິນຄ້າຫັດຖະກໍາລາວ ດ້ວຍມື, ມີການເດີນແບບຊຸມຊົນ, ການເຮັດຮີດ ຄອງປະເພນີຂອງຊົນເຜົ່າ ເຜົ່າໄຕດໍາ-ໄຕແດງ ແບບບູຮານ ແລະ ຊົນເຜົ່າກຶມມຸ, ມີການສະແດງລະຄອນເວທີຫັດຖະກໍາ ຕິດພັນກັບ ການທ່ອງທ່ຽວ, ສະແດງກາຍະສິນ, ສະແດງຟ້ອນລາຍງ້າວ, ຂັບງື່ມ, ມວຍລາຍລາວ ແລະ ກິດຈະກໍາສະແດງສິລະປະຂອງຫຼານນ້ອຍເຍົາວະຊົນ ຈາກໂຮງຮຽນແຫ່ງຕ່າງໆ.

ນອກຈາກນັ້ນ, ຍັງມີກອງປະຊຸມສໍາມະນາ ໃນຫົວຂໍ້: ການອອກແບບ, ການຕະຫຼາດ, ການຫຸ້ມຫໍ່ຜະລິດຕະພັນ, ການເຂົ້າຫາແຫຼ່ງທຶນກອງທຶນ SMEs and ກອງທຶນສົມທົບ ເພື່ອສົ່ງເສີມທຸລະກິດ ( BAF ), ນະໂຍບາຍສົ່ງເສີມຂະແໜງຫັດຖະກໍາ, ການພົບປະເຊື່ອມໂຍງລະຫວ່າງ ບໍລິສັດທ່ອງທ່ຽວ ແລະ ຫັດຖະກໍາ, ກິດຈະກໍາປະກວດຫົວໜ່ວຍຫັດຖະກໍາທີ່ສ້າງສັນ, ປະກວດຮ້ານງາມ ແລະ ປະກວດຜະລິດຕະພັນຫັດຖະກໍາເຄື່ອງທີ່ລະນຶກ ແລະ ມີກິດຈະກໍາການສິດສອນການແປຮູບຜະລິດຕະພັນເຄື່ອງທີ່ລະນຶກ, ສອນເເຕ້ມຮູບ ໂດຍແມ່ນການຮ່ວມມືລະຫວ່າງ ສະມາຄົມຫັດຖະກໍາລາວ ແລະ ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ກົມ ພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ ( ທຸກກິດຈະກໍາເຂົ້າຮ່ວມ ໂດຍບໍ່ໄດ້ເສຍຄ່າສະໝັກ ).

ທັງນີ້, ກໍເພື່ອເປັນການອະນຸລັກຮັກສາພູມປັນຍາ ທາງດ້ານຫັດຖະກໍາ ໄປພ້ອມໆກັບ ການຟື້ນຟູການຜະລິດເຄື່ອງຫັດຖະກໍາຂອງຊົນເຜົ່າຕ່າງໆ ທີ່ຖືກປະຖີ້ມຄືນໃໝ່ ແລະ ສົ່ງເສີມໃຫ້ການຜະລິດເຄື່ອງຫັດຖະກໍາ ໃຫ້ກາຍເປັນສີນຄ້າ, ສ້າງລາຍໄດ້ໃຫ້ກັບຊຸມຊົນ ແລະ ເຮັດໃຫ້ເຂົາເຈົ້າສາມາດຊ່ວຍເຫຼືອຄອບຄົວສ້າງຊີວິດທີ່ດີ.

ພິເສດປີນີ້, ສະມາຊິກສະມາຄົມຫັດຖະກໍາລາວ ໄດ້ຮັບລາງວັນຊະນະເລີດ ການປະກວດແຂ່ງຂັນຜ້າໄໝ ອາຊຽນ ໂດຍຮ້ານໄຄສີຫັດຖະກໍາ ແລະ ລາງວັນທີ 3 ບໍລິສັດ ປູກມອນລ້ຽງມ້ອນ ແລະ ສາວໄໝ ແຂວງຊຽງຂວາງ.