ແຂວງອຸດົມໄຊ ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 18 ປີ (12
ຕຸລາ 2001-12 ຕຸລາ 2019), ມີ ພັທ ສີວອນ ໄຊຍະວົງ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ພ້ອມດ້ວຍບັນດາພະແນກການ, ອົງການຈັດຕັ້ງ, ພະນັກງານ-ລັດຖະກອນຂັ້ນແຂວງ, ເມືອງ ເຂົ້າ ຮ່ວມ.

ພັທ ສີວອນ ໄຊຍະວົງ ກ່າວວ່າ: ບັນຫາຢາເສບຕິດ ເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງພາຍໃນປະເທດ, ພາກພື້ນ ແລະ ສາກົນ ກະທົບເຖິງຄວາມໝັ້ນຄົງ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ສຳລັບ ສປປ ລາວ ໄດ້ກຳ ນົດເອົາວັນທີ 12 ຕຸລາ ຂອງທຸກໆປີເປັນວັນແຫ່ງຊາດ ເພື່ອຕ້ານຢາເສບຕິດ ແລະ ຢູ່ແຂວງອຸດົມໄຊ; ເຊິ່ງໃນໄລຍະຜ່ານມາ, ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ເວົ້າສະເພາະກໍາລັງປ້ອງກັນຄວາມສະຫງົບ ພ້ອມກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ດ້ວຍຄວາມຮັບຜິດຊອບສູງ, ເຊິ່ງສາມາດມ້າງຄະດີຢາເສບຕິດໄດ້ 146 ເລື່ອງ, ກັກຜູ້ຖືກຫາໄດ້ 189 ຄົນ. ໃນນັ້ນ, ຢຶດຂອງກາງເຮໂຣອິນ ໄດ້ 4,3 ກິໂລກຼາມ, ຢາບ້າ 73,26 ກິໂລກຼາມ, ຝິ່ນ 683 ກຼາມ, ຢາໄອສ໌ ຈຳນວນ 2 ກິໂລກຼາມ, ແປ້ງຝຸ່ນໃຊ້ປະສົມ ເຮັດຢາເສບຕິດ 2.000 ກິໂລກຼາມ ພ້ອມວັດຖຸເງິນ-ຄຳ, ພາຫະນະ ແລະ ອາວຸດ ຈຳ ນວນໜຶ່ງ.

ໃນໂອກາດສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 18 ປີຄັ້ງນີ້, ແຂວງອຸດົມໄຊ ໄດ້ນໍາເອົາຢາ ເສບຕິດທີ່ສານປະຊາຊົນຕັດສິນສຳເລັດມາຈູດທຳລາຍຖິ້ມ. ໃນນັ້ນ, ມີເຮໂຣອິນ ຈຳນວນ 32 ແທ່ງ, ຢາບ້າ ຈຳນວນ 290.575 ເມັດ ແລະ ແປ້ງຝຸ່ນໃຊ້ປະສົມ ເຮັດຢາເສບຕິດ ຈໍານວນ 262 ກິໂລກຼາມ.