ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດໂຍກຍ້າຍ ຫົວໜ້າ-ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄປຮັບໜ້າທີ່ໃໝ່ ແລະ ແຕ່ງຕັ້ງ ພັອ ສົມໝາຍ ພົມມະຈັນ ຈາກ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ ເປັນ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃນວັນທີ 31 ຕຸລາ 2019, ໂດຍການເຂົ້າຮ່ວມຂອງ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ, ມີບັນດາການນໍາ ແຂວງສະຫວັນນະເຂດ ພ້ອມດ້ວຍ ຄະນະພັກ-ຄະນະນຳ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງ ປກສ ແຂວງ ເຂົ້າຮ່ວມ.

ພັທ ຄອນສະຫວັນ ສົມພະໄຊ ຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ທ່ານລັດຖະມົນຕີ ກະຊວງ ປກສ ເລກທີ 1506/ ປກສ ວ່າດ້ວຍ ການໂຍກຍ້າຍນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ເຊິ່ງໄດ້ຕົກລົງໂຍກຍ້າຍ ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄປຮັບໜ້າທີ່ໃໝ່ຢູ່ ກະຊວງປ້ອງກັນຄວາມສະຫງົບ ແລະ ຂໍ້ຕົກລົງ ເລກທີ 2173/ປກສ ໂຍກຍ້າຍ ພັອ ລຳຄູນ ວໍລະວົງ ຈາກ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງວ່າການປົກຄອງ ແຂວງສະຫວັນນະເຂດ, ໂຍກຍ້າຍ ພັອ ວັນໄຊ ລີໄຊຍະລາດ ຈາກ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄປຮັບໜ້າທີ່ໃໝ່ຢູ່ ກະຊວງປ້ອງກັນຄວາມສະຫງົບ.

ຈາກນັ້ນ, ຜ່ານຂໍ້ຕົກລົງ ເລກທີ 2171/ປກສ ໂຍກຍ້າຍ ພັອ ສົມໝາຍ ພົມມະຈັນ ຈາກ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ ໄປຮັບໜ້າທີ່ໃໝ່ຢູ່ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ແລະ ຂໍ້ຕົກລົງ ເລກທີ 2174/ ປກສ ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ, ໃນນີ້ໄດ້ແຕ່ງຕັ້ງ ພັອ ສົມໝາຍ ພົມມະຈັນ ເປັນ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ພັທ ບຸນເລີດ ຂະທຸມພົນ ເປັນຮອງ, ພັທ ສັງທອງ ສີປະເສີດ ເປັນຮອງ; ສ່ວນຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ໃນໂອກາດນີ້, ພົທ ວິໄລ ຫຼ້າຄຳຟອງ ກ່າວວ່າ:

ການໂຍກຍ້າຍ ແລະ ແຕ່ງຕັ້ງໃນຄັ້ງນີ້ ແມ່ນຍ້ອນຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງ ແລະ ເປັນກົດເກນພາວະວິໄສ, ແມ່ນລະບຽບຫຼັກການຂອງພັກ ເພື່ອປັບປຸງການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນເຕີບໃຫຍ່ເຂັ້ມແຂງ, ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງ ໃນແຕ່ລະໄລຍະ.

ສະນັ້ນ, ນາຍຕໍາຫຼວດທີ່ໄດ້ຮັບການແຕ່ງຕັ້ງ ແລະ ໂຍກຍ້າຍ ຈົ່ງເພີ່ມທະວີຍົກສູງສະຕິຄວາມຮັບຜິດຕໍ່ ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ເປັນແບບຢ່າງ ໃນການຈັດຕັ້ງປະຕິບັດແນວທາງຂອງພັກ, ເອົາໃຈໃສ່ປະຕິບັດຫຼັກການລວມສູນປະຊາທິປະໄຕ ແລະ ເຮັດວຽກເປັນໝູ່ຄະນະ.

ສ່ວນຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ເປັນ ຮັກສາການ ຕ້ອງເພີ່ມທະວີຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ ເພື່ອເປັນຈິດໜຶ່ງໃຈດຽວ ໃນການປະຕິບັດຕາມແນວທາງຂອງພັກ, ມະຕິຄຳສັ່ງຂອງຂັ້ນເທິງ ເຮັດສຳເລັດໜ້າທີ່-ທີ່ໄດ້ຮັບ ມອບໝາຍ ເປັນຕົ້ນແມ່ນ ການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ຢູ່ໃນກຳລັງໃຫ້ໝົດໄປ, ຕ້ານ ແລະ ສະກັດກັ້ນ ການສໍ້ລາດບັງຫຼວງ, ການສວຍໃຊ້ໜ້າທີ່ຕຳແໜ່ງ ໃນທາງທີ່ບໍ່ຖືກຕ້ອງ ໃຫ້ເດັດຂາດ ເຊິ່ງຖ້າຫາກເກີດຂຶ້ນບ່ອນໃດ ແກ້ໄຂຢູ່ບ່ອນນັ້ນໃຫ້ທັນເວລາ ແລະ ຈັດຕັ້ງລະບອບປະຈຳການ ໃຫ້ເຂັ້ມງວດ.

ນອກຈາກນີ້, ກໍໃຫ້ຫັນພະນັກງານ ລົງກໍ່ສ້າງຮາກຖານ ປຸກລະດົມປະຊາຊົນໃຫ້ເຂົ້າຮ່ວມ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອສະກັດກັ້ນ ແລະ ແກ້ໄຂບັນດາໜໍ່ແໜງທີ່ສ້າງຄວາມບໍ່ສະຫງົບ ທາງດ້ານການເມືອງ, ຄວາມບໍ່ເປັນລະບຽບຮຽບທາງສັງຄົມ ເປັນຕົ້ນແມ່ນ:

ບັນຫາຢາເສບຕິດ, ສໍ້ໂກງຊັບ, ລັກຊັບ, ອຸບັດຕິເຫດຕາມທ້ອງຖະໜົນ, ຄ້າຂາຍເຖື່ອນ, ການເຂົ້າ-ອອກເມືອງບໍ່ຖືກຕ້ອງ, ແກ້ໄຂຄົນ ຕ່າງປະເທດ ທີ່ມາເຄື່ອນໄຫວຜິດກົດໝາຍຂອງ ສປປ ລາວ, ແກ້ໄຂບັນຫາໂສເພນີ ແລະ ບັນຫາການຄ້າມະນຸດ ໃຫ້ຫຼຸດໜ້ອຍລົງ ເພື່ອເຮັດໃຫ້ ແຂວງສະຫວັນນະເຂດ ມີຄວາມສະຫງົບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນ ມີຄວາມປອດໄພ.