ວິທະຍາຄານສັນຕິບານປະຊາຊົນ ( ວສປ ) ກະຊວງ ປກສ ເປີດຊຸດຮຽນ ລະບົບປະລິນຍາໂທ ຮຸ່ນທີ 11, ລະບົບປະລິນຍາຕີກໍ່ສ້າງ ຮຸ່ນທີ 24 ແລະ ລະບົບຕໍ່ເນື່ອງ ຮຸ່ນທີ 17 ປະຈໍາປີ 2019 ໃນວັນທີ 30 ຕຸລາ 2019, ເຂົ້າຮ່ວມເປັນປະທານໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ອຳນວຍການ ວສປ, ມີແຂກຮັບເຊີນ, ຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ພະນັກງານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັອ ປອ ວັນສົມ ສີສົມບັດ ຮອງອໍານວຍການ ວສປ ໃຫ້ຮູ້ວ່າ:

ລະບົບປະລິນຍາໂທ ຮຸ່ນທີ 11 ມີຈໍານວນ 40 ສະຫາຍ ຍິງ 1 ສະຫາຍ ໃນນັ້ນມີຊັ້ນ ພັທ 18 ສະຫາຍ, ພັຕ 16 ສະຫາຍ ຍິງ 1 ສະຫາຍ, ຮອ 5 ສະຫາຍ ແລະ ຮທ 1 ສະຫາຍ ໃຊ້ເວລາຮຽນ 2 ປີ, ປະກອບມີ 4 ພາກຮຽນ, ມີ 64 ໜ່ວຍກິດ.

ລະບົບປະລິນຍາຕີກໍ່ສ້າງ ຮຸ່ນທີ 24 ມີ 175 ສະຫາຍ ຍິງ 26 ສະຫາຍ ໃນນີ້ມີຊັ້ນ ຮອ 1 ສະຫາຍ, ຮທ 6 ສະຫາຍ, ຮຕ 17 ສະຫາຍ ຍິງ 1 ສະຫາຍ, ວທ 49 ສະຫາຍ ຍິງ 7 ສະຫາຍ, ສອ 61 ສະຫາຍ ຍິງ 8 ສະຫາຍ, ສທ 28 ສະຫາຍ ຍິງ 6 ສະຫາຍ, ສຕ 8 ສະຫາຍ ຍິງ 3 ສະຫາຍ, ຊັ້ນ I ມີ 3 ສະຫາຍ, ຊັ້ນ II ມີ 2 ສະຫາຍ ຍິງ 1 ສະຫາຍ ເຊິ່ງໃຊ້ເວລາຮຽນ 4 ປີ ແລະ ປະກອບມີ 5 ຂະແໜງການຮຽນ ຄື: ຂະແໜງຕ້ານນັກສືບ, ຂະແໜງຕ້ານປະຕິການ, ຂະແໜງສືບສວນ-ສອບສວນ, ຂະແໜງປ້ອງກັນພາຍໃນ ແລະ ຂະແໜງຄຸ້ມຄອງລັດ ກ່ຽວກັບ ຄວາມສະຫງົບຂອງຊາດ, ມີ 201 ໜ່ວຍກິດ, ປະກອບມີ 8 ພາກຮຽນ, ມີ 4 ໝວດວິຊາ ຄື: ໝວດຄວາມຮູ້ທົ່ວໄປ, ໝວດຄວາມຮູ້ພື້ນຖານ, ໝວດວິຊາສະເພາະລົງເລິກຂະແໜງການ ແລະ ໝວດວິຊາທາງເລືອກ.

ສ່ວນ ລະບົບຕໍ່ເນື່ອງປະລິນຍາຕີ ຮຸ່ນທີ 17 ມີຈໍານວນ 150 ສະຫາຍ ຍິງ 11 ສະຫາຍ ໃນນີ້ມີຊັ້ນ ພັທ 3 ສະຫາຍ, ພັຕ 4 ສະຫາຍ, ຮອ 24 ສະຫາຍ, ຮທ 47 ສະຫາຍ ຍິງ 1 ສະຫາຍ, ຮຕ 72 ສະຫາຍ ຍິງ 10 ສະຫາຍ, ມີ 5 ຂະແໜງການຮຽນ ຄື: ຂະແໜງຕ້ານນັກສືບ, ຂະແໜງຕ້ານປະຕິການ, ຂະແໜງສືບສວນ-ສອບສວນ, ຂະແໜງປ້ອງກັນພາຍໃນ ແລະ ຂະແໜງຄຸ້ມຄອງລັດ ກ່ຽວກັບ ຄວາມສະຫງົບຂອງຊາດ, ເຊິ່ງໃຊ້ເວລາຮຽນ 2 ປີ, ມີ 1.936 ຊົ່ວໂມງ, ມີ 121 ໜ່ວຍກິດ, ມີ 4 ພາກ, ມີ 4 ໝວດ ຄື: ໝວດວິຊາເລືອກ, ໝວດວິຊາຄວາມຮູ້ທົ່ວໄປ, ໝວດວິຊາບັງຄັບ ແລະ ໝວດວິຊາສະເພາະລົງເລິກຂະແໜງການ.

ພົຈວ ປອ ວັນເຮືອງ ນັນທະຈັກ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະອໍານວຍການ, ພະນັກງານຄູ-ອາຈານ ທົ່ວ ວສປ ຕ້ອງເຮັດທຸກສິ່ງທຸກຢ່າງ ເພື່ອປັບປຸງ ແລະ ພັດທະນາຄຸນນະພາບການຮຽນ-ການສອນ ໃຫ້ໄດ້ຕາມມາດຖານການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ຕາມ 5 ຫຼັກມູນ 10 ມາດຖານ ແລະ 50 ຕົວຊີ້ວັດ.

ພ້ອມນັ້ນ, ຍັງໄດ້ເນັ້ນນັກສຶກສາທັງ 3 ລະບົບ ຕ້ອງຕັດສິນໃຈຫັນເຂົ້າສູ່ ການປະຕິບັດຂໍ້ກໍານົດກົດລະບຽບຂອງ ວສປ ວາງອອກ ຢ່າງເຂັ້ມງວດ, ຕ້ອງຕັ້ງໃຈຄົ້ນຄວ້າຮໍ່າຮຽນ, ຝຶກຝົນຫຼ່ໍຫຼອມ ແລະ ເຂົ້າຮ່ວມຂະບວນການຕ່າງໆ ເປັນໜ້າທີ່ການເມືອງຂອງນັກສຶກສາ, ຫ້າມບໍ່ໃຫ້ມີການປະພຶດໃດໆ ທີ່ລະເມີດຕໍ່ກົດລະບຽບກົດໝາຍ ກໍຄື ຂໍ້ກໍານົດຂອງ ວສປ ວາງອອກ ພ້ອມທັງດຸໝັ່ນຄົ້ນຄວ້າຮໍ່າຮຽນ, ໝັ່ນຖາມ-ຕອບ ແລະ ຍາດແຍ່ງເອົາຄະແນນ, ເອົາຄວາມຮູ້ຈາກຄູ-ອາຈານ ແລະ ປະຕິບັດລະບຽບວິໄນເຂັ້ມງວດ.