ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຄຳມ່ວນ ໄດ້ຈັດພິທີເຜີຍແຜ່ກົດລະບຽບໃຫ້ນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກ ດັດສ້າງ ໃນທ້າຍອາທິດຜ່ານມາ; ໂດຍການເຜີຍເເຜ່ຂອງ ພັທ ວໍລະຈິດ ດວງລາຕີ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຄໍາມ່ວນ, ມີຄະນະຄ້າຍຄຸມຂັງ-ດັດສ້າງ ແລະ ນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືດັດສ້າງ ເຂົ້າຮ່ວມ.

ພັທ ວໍລະຈິດ ດວງລາຕີ ໃຫ້ຮູ້ວ່າ:

ກົດລະບຽບສະບັບນີ້ ໄດ້ກຳນົດຫຼັກການ, ລະບຽບການ, ທີ່ຕັ້ງ, ສິດ ແລະ ພັນທະ, ຂໍ້ຫ້າມ, ນະໂຍບາຍ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດກົດລະບຽບດັ່ງກ່າວ, ເຊິ່ງປະກອບ ມີ 4 ໝວດ 17 ມາດຕາ.

  • ໝວດທີ 1 ບົດບັນຍັດທົ່ວໄປ
  • ໝວດທີ 2 ໄດ້ລະບຸກ່ຽວກັບ ລະບຽບການຕ່າງໆຂອງນັກ ໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງ
  • ໝວດທີ 3 ໄດ້ລະບຸກ່ຽວກັບ ນະໂຍບາຍຕໍ່ຜູ້ທີ່ມີຜົນງານສຳລັບ ນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງ ຜູ້ທີ່ຫ້າວຫັນຕັ້ງໜ້າຝຶກຝົນຫຼໍ່ຫຼອມ, ດັດສ້າງຕົນເອງ, ປະຕິບັດກົດລະບຽບສະບັບນີ້ໄດ້ດີ ຈະໄດ້ຮັບການຄົ້ນຄວ້າພິຈາລະນາສະເໜີການອະໄພຍະໂທດ, ຜ່ອນໂທດ, ປ່ອຍຕົວຕາມລັດຖະບັນຍັດ, ປ່ອຍຕົວກ່ອນກຳນົດ ໂດຍມີເງື່ອນໄຂຕາມກົດໝາຍ, ໄດ້ຮັບການພົບປະຢ້ຽມຍາດເດືອນລະ 2 ຄັ້ງ ແລະອື່ນໆ ຕາມລະບຽບການ ແລະ ຍັງມີມາດຕະການຕໍ່ຜູ້ລະເມີດສຳລັບ ນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງ ທີ່ບໍ່ຍອມຝຶກຝົນຫຼໍ່ຫຼອມ, ດັດສ້າງຕົນເອງ, ບໍ່ປະຕິດບັດກົດລະບຽບສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ຂຽນໃບສຳຫຼວດປະຕິຍານຕົນເອງ, ງົດການພົບປະຢ້ຽມຍາດ, ໃສ່ລະບຽບຂອງຄ້າຍຄຸມຂັງ-ດັດສ້າງ, ບໍ່ໄດ້ຮັບການຄົ້ນຄວ້າອະໄພຍະໂທດ, ຜ່ອນໂທດ ຫຼື ປ່ອຍຕົວກ່ອນກຳນົດ ຖ້າຮ້າຍແຮງຈະຖືກດຳເນີນຄະດີຕາມກົດໝາຍ.

ການເຜີຍແຜ່ກົດລະບຽບໃນຄັ້ງນີ້ ເພື່ອເປັນການສຶກສາອົບຮົມ ນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ໃຫ້ເຄື່ອນໄຫວຕາມລະບຽບກົດໝາຍ ແລະ ມີຄວາມຕັ້ງໜ້າຝຶກຝົນຫຼໍ່ຫຼອມດັດສ້າງຕົນເອງ, ຕື່ນຕົວປັບປຸງທັດສະນະຄະຕິ ແລະ ແນວຄິດຂອງຕົນ, ເອົາໃຈໃສ່ປະຕິບັດກົດລະບຽບຂອງ ຄ້າຍຄຸມຂັງ-ດັດສ້າງ ໃຫ້ໄດ້ດີ, ຫ້າວຫັນໃນຂະບວນການອອກແຮງງານ ເພື່ອໃຫ້ຕົນເອງໄດ້ມີຜົນງານ ແລະ ເປັນມາດຖານເງື່ອນໄຂ ໃນການຄົ້ນຄວ້າພິຈາລະນາສະເໜີການອະໄພຍະໂທດ, ຜ່ອນໂທດ ແລະ ປ່ອຍຕົວກ່ອນກຳນົດ; ໃນເມື່ອເວລາພົ້ນໂທດອອກໄປ ກໍໃຫ້ກາຍເປັນພົນລະເມືອງທີ່ດີຂອງສັງຄົມ, ກາຍເປັນລູກທີ່ດີຂອງພໍ່-ແມ່ ແລະ ບໍ່ກັບໄປກະທຳຜິດຕໍ່ລະບຽບກົດໝາຍອີກ.