ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ນຳເອົາສຳນວນຄະດີອາຍາ 2 ເລື່ອງ ລວມມີຈໍາເລີຍ 2 ຄົນ ຂຶ້ນພິ ຈາລະນາຄົ້ນຄວ້າຕາມຂໍ້ກ່າວຫາ ແລະ ສະຖານການກະທຳຜິດຂອງພວກຈໍາເລີຍ ໃນກາງເດືອນຕຸລານີ້. ຜ່ານການວິນິດໄສຂອງສານຢ່າງລະອຽດຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ຈຶ່ງລົງໂທດຕັດອິດສະຫຼະພາບຜູ້ລະ 5 ປີ ປັບໃໝຜູ້ລະ 10.000.000 ກີບ.

ເລື່ອງທີ່ 1. ຈໍາເລີຍຊື່ ທ້າວ ສຸພັນ ອາຍຸ 29 ປີ ຢູ່ບ້ານນາຊາຍເໜືອ ເມືອງນາຊາຍທອງ ໃນສຳນວນຄະດີຈຳ ເລີຍ ສາລະພາບວ່າ: ໄດ້ເລີ່ມເສບຢາບ້າມາ ແຕ່ປີ 2015 ໂດຍຊື້ນໍາ ທ້າວ ເລ້ ອາ ຍຸປະມານ 30 ປີ. ນອກຈາກນີ້, ຍັງໄດ້ຊື້ນຳທ້າວ ໂບ້ ອາຍຸປະມານ 32 ປີ ທັງ 2 ຄົນ ເປັນຄົນບ້ານດຽວກັນ ຊື້ໄປເສບຄັ້ງລະ 4-5 ເມັດ. ມາໃນເດືອນພະຈິກ 2018, ຈຳເລີຍໄດ້ເລີ່ມເຄື່ອນໄຫວຂາຍຢາເສບຕິດ, ເຊິ່ງຢາບ້າທີ່ເອົາໄປຂາຍ ແມ່ນຊື້ ທ້າວ ລີ ອາຍຸປະມານ 33 ປີ ຢູ່ບ້ານຫົວຊ້າງ ເມືອງນາຊາຍທອງ ຄັ້ງລະ 1 ຖົງ ເທົ່າກັບ 200 ເມັດ, ເມື່ອໄດ້ຢາບ້າມາແລ້ວ ກໍເອົາຢາບ້າໄປຂາຍໃຫ້ກຸ່ມມົ້ວສຸມ ແລະ ຂາຍໃຫ້ກັບ ທ້າວ ແສນ ອາຍຸປະມານ 31 ປີ, ທ້າວ ປຸ້ຍ ອາຍຸປະມານ 35 ປີ, ທ້າວ ໂທ ອາຍຸ ປະມານ 30 ປີ ແລະ ໄວ້ລຸ້ນທົ່ວໄປ ບໍ່ຮູ້ຊື້ຢູ່ພາຍໃນບ້ານ, ຂາຍຄັ້ງລະ 10-50 ເມັດ. ມາວັນທີ 23 ມັງກອນ 2019, ເວລາປະມານ 8:00 ໂມງ ຈຳເລີຍໄດ້ ຊື້ຢາບ້ານໍາ ທ້າວ ລີ ຈໍານວນ 1 ຖົງ ແລ້ວເອົາໄປຂາຍໃຫ້ ທ້າວ ແສນ ຈໍານວນ 40 ເມັດ ແລະ ເສບຈໍານວນ 3 ເມັດ ຍັງເຫຼືອຢາບ້າ 157 ເມັດ. ມາວັນ ທີ 24 ມັງກອນ, ຈໍາເລີຍ ຖືກເຈົ້າໜ້າທີ່ ກັກຕົວພ້ອມຂອງກາງຢາບ້າຈໍານວນດັ່ງກ່າວໄປດໍາເນີນຄະດີ.

ຄະດີຢາເສບຕິດ ຮັບໂທດຄົນລະ 5 ປີ

ເລື່ອງທີ່ 2. ຈໍາເລີຍ ຊື່ ທ້າວ ນວນຕາ ຫຼື ຕາ ອາຍຸ 49 ປີ ຢູ່ບ້ານນາຊາຍທອງເໜືອ ເມືອງນາຊາຍທອງ ໂດຍ ເນື້ອໃນຄະດີຂອງ ທ້າວ ນວນຕາ ແມ່ນເລີ່ມເສບຢາເສບຕິດປະເພດຢາບ້າມາ ແຕ່ເດືອນສິງຫາ 2018 ຊື້ຈາກ ທ້າວ ລີ ທີ່ຈຳເລີຍເຄີຍໄປຊື້ມາຂາຍ, ຊື້ຄັ້ງລະ 5-6 ເມັດ ມາເດືອນພະຈິກ 2018 ທ້າວ ນວນຕາ ໄດ້ເລີ່ມຂາຍຢາບ້າຢາບ້າ ທີ່ເອົາໄປຂາຍແມ່ນໄດ້ຊື້ຈາກ ທ້າວ ລີ ຊື້ຄັ້ງລະ 20-100 ເມັດ ແລ້ວກໍເອົາໄປຂາຍຕໍ່ໃຫ້ ທ້າວ ໂຂງ ຄົນບ້ານ ດຽວກັນ, ຂາຍໃຫ້ທ້າວ ຂຽດ, ທ້າວ ຫຼ້າ ທັງ 2 ຢູ່ບ້ານດ່ານຊີ ແລະ ຂາຍໃຫ້ ໄວລຸ້ນທີ່ມົ້ວສຸມເສບຢາ ມາວັນທີ 24 ມັງກອນ 2019 ທ້າວ ນວນຕາ ໄດ້ຊື້ຢາບ້ານໍາ ທ້າວ ລີ ຈຳນວນ 100 ເມັດ ແລ້ວນຳໄປເສບ 2 ເມັດ. ຈາກນັ້ນ, ຖືກເຈົ້າໜ້າທີ່ຕໍາຫຼວດ ເຂົ້າຈັບຕົວ ແລະ ກວດຄົ້ນຕົວພົບຂອງກາງຢາບ້າ 98 ເມັດ ໄປດຳເນີນຄະດີ.

ຄະດີຢາເສບຕິດ ຮັບໂທດຄົນລະ 5 ປີ

ການກະທຳຂອງພວກຈຳເລີຍທັງ 2 ເປັນການກະທຳຜິດທາງອາຍາ ໃນສະຖານການຄ້າຂາຍຢາເສບຕິດທີ່ກົດ ໝາຍລະບຸໄວ້ວ່າ: ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ໃນຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ-ສົ່ງອອກ, ຂົນສົ່ງນໍາຢາອີ, ຢາບ້າ, ຢາໄອສ໌ (Ice) ຫຼື ວັດຖຸອອກລິດຕໍ່ຈິດປະສາດຜ່ານ ສປປ ລາວ ເກີນກວ່າ 0,3-100 ກຼາມ ຈະຖືກລົງໂທດຕັດອິດສະລະພາບ 5-10 ປີ ຈະຖືກປັບໃໝແຕ່ 10.000. 000-100.000.000 ກີບ ແລະ ຈະຖືກຮີບຊັບຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 34 ຂອງກົດໝາຍອາຍາ.