ໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງສັ່ງຟອງສຳນວນຄະດີອາຍາຂອງ ທ້າວ ກອດຕີ້ ອາຍຸ 18 ປີ ຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ແລະ ສຳນວນຄະດີຂອງ ທ້າວ ໄກ່ໂຕ້ງ ອາຍຸ 36 ປີ ຢູ່ບ້ານໂນນແຕ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຂຶ້ນສານຂັ້ນຕົ້ນ ຖືກກ່າວຫາຄ້າຂາຍຢາເສບຕິດປະເພດຢາບ້າ, ໃນຫ້ອງປະຊຸມສານປະຊາຊົນນະຄອນຫຼວງວຽງຈັນ ໃນວັນທີ 16 ຕຸລາ 2019 ເພື່ອໃຫ້ພິຈາລະນາຕັດສິນຕາມກົດ ໝາຍ. ຜ່ານການວິນິດໄສຂອງຄະນະສານແລ້ວ ຈຶ່ງໄດ້ຕັດສິນຈຳຄຸກ ທ້າວ ກອດຕີ້ 5 ປີ 9 ເດືອນ ປັບໃໝ 22 ລ້ານກີບ ແລະ ຕັດສິນ ທ້າວ ໄກ່ໂຕ້ງ 5 ປີ ປັບໃໝ 5 ລ້ານກີບ ສະຖານຄ້າຂາຍຢາເສບຕິດ.

ໄອຍະການປະຊາຊົນໄດ້ຖະແຫຼງເນື້ອໃນຄະດີການກະທຳຜິດຂອງພວກຈຳເລີຍ ທີ່ໄດ້ກະທຳຜິດຕໍ່ກົດໝາຍອາ ຍາທີ່ໄດ້ກຳນົດໄວ້ວ່າ: ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ໃນຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ-ສົ່ງອອກ, ຂົນສົ່ງ-ນໍາຢາອີ, ຢາບ້າ, ຢາໄອສ໌ (Ice) ຫຼື ວັດຖຸອອກລິດຕໍ່ຈິດປະສາດ ຜ່ານ ສປປ ລາວ ເກີນກວ່າ 0,3–100 ກຼາມ ຈະຖືກລົງໂທດຕັດອິດສະລະພາບ 5-10 ປີ ຈະຖືກປັບໃໝແຕ່ 10.000.000 -100.000.000 ກີບ ແລະ ຈະຖືກຮີບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ.

ສຳລັບເນື້ອໃນສຳນວນຄະດີຂອງ ທ້າວ ກອດຕີ້ (ຈຳເລີຍເລື່ອງທີ 1) ໄດ້ເລີ່ມເສບ ແລະ ຂາຍຢາບ້າມາແຕ່ເດືອນມັງກອນ 2018, ໂດຍຊື້ນຳ ທ້າວ ໂຈ້ ຄົນບ້ານດຽວກັນ ຄັ້ງລະ 2-5 ເມັດ ແລະ ຊື້ມາແລ້ວຫຼາຍຄັ້ງ ບໍ່ສາມາດຈື່ ໄດ້, ພາຍຫຼັງໄດ້ຢາບ້າແລ້ວ ກໍເສບເອງ ແລະ ຂາຍໃຫ້ກັບໄວລຸ້ນທີ່ມົ້ວສຸມ. ວັນທີ 26 ກຸມພາ 2019, ຈຳເລີຍໄດ້ຊື້ຢາບ້ານໍາຄົນຫວຽດນາມ ບໍ່ຮູ້ຊື່ ຢູ່ເຂດໜ້າຄິວລົດໂດຍສານສາຍໃຕ້ ຈໍານວນ 213 ເມັດ, ເມື່ອຊື້ຢາບ້າມາແລ້ວຍັງບໍ່ທັນໄດ້ຂາຍເທື່ອ ແຕ່ຖືກເຈົ້າໜ້າທີ່ຈັບຕົວ ພ້ອມຂອງກາງຢາບ້າຈໍານວນ 213 ເມັດ.

ສ່ວນເນື້ອໃນສຳນວນຄະດີຂອງ ທ້າວ ໄກ່ໂຕ້ງ (ຈຳເລີຍເລື່ອງທີ 2) ເລີ່ມພົວພັນເສບຢາເສບຕິດ ມາເເຕ່ປີ 2014. ມາຮອດເດືອນສິງຫາ 2018, ໄດ້ເລີ່ມຂາຍຢາເສບຕິດປະເພດຢາບ້າ ໂດຍ ຊື້ນໍາທ້າວ ຫວັນ ອາຍຸ 39 ປີ ຢູ່ບ້ານດົງໝາກຄາຍ ເມືອງໄຊທານີ ຊື້ຄັ້ງລະ 10-20 ເມັດ ແລ້ວນຳໄປຂາຍໃຫ້ກັບກຸ່ມໄວລຸ້ນທີ່ມົ້ວສຸມ ແລະ ເສບເອງ. ມາຮອດວັນທີ 4 ທັນວາ 2018, ໄດ້ຊື້ ຢາບ້ານໍາ ທ້າວ ຫວັນ ອີກຈໍານວນ 20 ເມັດ ເມື່ອໄດ້ຢາບ້າມາແລ້ວກໍເອົາມາເສບເອງໝົດ; ຈາກນັ້ນ, ເມື່ອເສບໝົດຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີ.

ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ໄດ້ຕັດສິນຈຳຄຸກພວກຈຳເລີຍເລື່ອງທີ່ 1 ຈຳຄຸກ 5 ປີ 9 ເດືອນ ປັບ ໃໝ 22.000.000 ກີບ ແລະ ຕັດສິນຈຳເລີຍເລື່ອງທີ່ 2 ຈຳຄຸກ 5 ປີ ປັບໃໝ 10.000.000 ກີບ ແມ່ນໄດ້ອີງຕາມຂໍ້ມູນມີຫຼັກຖານທີ່ຮັດກຸມ, ໜັກແໜ້ນ ແລະ ພຽງພໍໃນການຢັ້ງຢືນວ່າ: ການກະທໍາຂອງພວກຈຳເລີຍ, ເປັນການກະທໍາຜິດທາງອາຍາໃນສະຖານການຄ້າຂາຍຢາເສບຕິດປະເພດຢາບ້າທີ່ແຕະຕ້ອງເຖິງສະຖຽນລະພາບທາງເສດຖະກິດຂອງຊາດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ຕາມປະມວນກົດໝາຍອາຍາ ມາດຕາ 315.

ເພາະການກະທໍາຜິດຂອງພວກຈຳເລີຍເປັນການກະທຳຜິດ ໂດຍເຈດຕະນາ ເນື່ອງຈາກວ່າ ພວກຈຳເລີຍກໍຮູ້ດີວ່າ ຢາເສບຕິດ ຜິດຕໍ່ກົດໝາຍ ຫ້າມຜະລິດ, ປຸງແຕ່ງ, ມີໄວ້ໃນຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ-ສົ່ງອອກ, ຂົນ ສົ່ງໂດຍເດັດຂາດ. ແຕ່ພວກຈຳເລີຍ ກໍມີເຈດຕະນາກະທຳຜິດ ແລະ ພວກຈຳເລີຍ ກໍເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ, ບໍ່ເປັນຄົນບ້າເສຍຈິດ ແລະ ເຖິງກະສຽນອາຍຸທາງອາຍາແລ້ວ ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ສານຈຶ່ງຕັດສິນຈຳຄຸກພວກຈຳເລີຍຕາມໄດ້ກ່າວຢູ່ຂ້າງເທິງນັ້ນ.