ໃນວັນທີ 31 ຕຸລາ 2019, ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫ້າວ ຊູ່ເຊີນ ຮອງປະທານສໍານັກງານກວດສອບແຫ່ງຊາດ ສປ ຈີນ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາເຄື່ອນໄຫວເຮັດວຽກ ຕາມເນື້ອໃນບົດບັນທຶກຄວາມເຂົ້າໃຈການຮ່ວມມື 2 ຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ສໍານັກງານກວດສອບແຫ່ງຊາດ ສປ ຈີນ ໃນລະ ຫວ່າງວັນທີ 30 ຕຸລາ ຫາ 2 ພະຈິກ 2019 ເພື່ອເສີມຂະຫຍາຍສາຍພົວພັນ, ເປັນການທົບທວນການປະຕິບັດວຽກງານຮ່ວມມື ໄລຍະຜ່ານມາ ລວມທັງປຶກສາຫາລື ກ່ຽວກັບ ທິດທາງແຜນການຮ່ວມມືໃນຂົງເຂດວຽກງານການກວດສອບຂອງທັງ 2 ຝ່າຍ ໃນຕໍ່ໜ້າ ໂດຍສະເພາະແມ່ນ ການຍົກລະດັບຂີດຄວາມສາມາດຂອງ ພະນັກ ງານ-ນັກກວດສອບອົງການກວດສອບແຫ່ງລັດ.

ໂອກາດນີ້, ທ່ານ ປອ ບຸນທອງ ຈິດມະນີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະຜູ້ແທນສໍານັກງານກວດສອບແຫ່ງຊາດ ສປ ຈີນ ທີ່ໄດ້ເດີນທາງມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ອັນເປັນການປະກອບສ່ວນທີ່ສໍາຄັນ ໃນການເສີມຂະຫຍາຍສາຍພົວພັນແບບຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານໃຫ້ແກ່ສອງພັກ-ສອງລັດ ກໍຄື ປະຊາຊົນ 2 ຊາດ ລາວ-ຈີນ, ໂດຍສະເພາະແມ່ນ ການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ສໍານັກງານກວດສອບແຫ່ງຊາດ ສປ ຈີນ ໃຫ້ໄດ້ຮັບໝາກຜົນອັນດີງາມ.

ໃນໂອກາດດຽວກັນນັ້ນ, ທ່ານ ຫ້າວ ຊູ່ເຊີນ ກໍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ແຫ່ງ ສປປ ລາວ ແລະ ລາຍງານຈຸດປະສົງໃນການເຂົ້າຢ້ຽມຂໍ່ານັບ ພ້ອມທັງລາຍງານ ຜົນການພົບປະແລກປ່ຽນບົດຮຽນເຊິ່ງກັນແລະກັນ ກັບ ອົງການກວດສອບແຫ່ງລັດ ແຫ່ງ ສປປ ລາວ ໃນຫຼາຍດ້ານວຽກງານ ເຊິ່ງເຫັນວ່າ ມີຜົນສຳເລັດຕາມຄາດໝາຍ.