ງານບຸນນະມັດສະການພຣະທາດຫຼວງ ແລະ ສູນການຄ້າລາວໄອ-ເຕັກ ໃນປີ 2019 ນີ້, ພະແນກຕໍາຫຼວດຈະລາຈອນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ວາງກໍາລັງເຂົ້າປ້ອງກັນ 80 ຈຸດ ມີກໍາລັງພົນຫຼາຍກວ່າ 300 ສະຫາຍ ເພື່ອຮັບປະກັນຄວາມສະຫງົບ-ປອດໄພຮອບດ້ານ ໃຫ້ແກ່ການນໍາພັກ-ລັດ, ພໍ່-ແມ່ປະຊາຊົນ, ແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວຊົມງານ ໃຫ້ເຕັມໄປດ້ວຍບັນຍາກາດມ່ວນຊື່ນ ແລະ ປອດໄພກວ່າປີຜ່ານມາ.

ພັທ ເພັງສະຫວັນ ທໍາມະບູນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໄດ້ຜ່ານແຜນປ້ອງກັນບຸນດັ່ງກ່າວ ໃນວັນທີ 1 ພະຈິກ 2019 ໂດຍມີ ພັທ ຢຸດຕະພົງ ສຸວັນນະສິງ ຮອງຫົວໜ້າຫ້ອງຕໍາຫຼວດ ຜູ້ຊີ້ນໍາວຽກງານຕໍາຫຼວດຈະລາຈອນ ເຂົ້າຮ່ວມ ວ່າ:

ເພື່ອເຮັດໃຫ້ການຈັດງານບຸນນະມັດສະການພຣະທາດຫຼວງ ໄດ້ດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ. ດັ່ງນັ້ນ, ພະແນກຕໍາຫຼວດຈະລາຈອນ ຈຶ່ງໄດ້ຈັດຕັ້ງຈຸດກໍາລັງປ້ອງກັນທັງໝົດ 80 ຈຸດ, ໃຊ້ກໍາລັງພົນທັງໝົດ 350 ສະຫາຍ ຍິງ 17 ສະຫາຍ, ປ້ອມ 22 ປ້ອມ, ປ້ອມຖາວອນ 11 ປ້ອມ, ວົງໃນ 55 ຈຸດ, ວົງນອກ 25 ຈຸດ, ມີ 7 ດ່ານ ແລະ 5 ດ່ານກວດກາ ໃນນັ້ນລວມທັງດ່ານຂົວມິດຕະພາບ ແລະ ດ່ານສະໜາມບິນວັດໄຕ. ພ້ອມນີ້, ຍັງມີພາຫະນະຮັບໃຊ້ອີກທັງໝົດ 12 ຄັນ ໂດຍສະເພາະແມ່ນ ລົດກະບະ, ລົດສະຫຼາມ, ລົດລາກ ແລະອື່ນໆ.

ສໍາລັບວິທີຈັດຕັ້ງປະຕິບັດ ແມ່ນ ຄະນະພັກ-ຄະນະບັນຊາ ຈະຕ້ອງໄດ້ເຮັດວຽກສຶກສາອົບຮົມການເມືອງ-ແນວຄິດ ໃຫ້ອ້າຍນ້ອງເຂົ້າໃຈ, ເຫັນໄດ້ຄວາມສໍາຄັນ, ຕື່ນຕົວປະຕິບັດຄໍາສັ່ງ ແລະ ແຜນການ, ຍົກສູງຄວາມຮັບຜິດຊອບຂອງຕົນ ລວມທັງຄວາມມານະອົດທົນ ປະຕິບັດໜ້າທີ່ໃຫ້ໄດ້ຮັບຜົນດີ, ເອົາໃຈໃສ່ນໍາກໍາລັງ ຕິດຕາມສະພາບບໍລິເວນອ້ອມຮອບສະຖານທີ່ ແລະ ເຂົ້າປະຈໍາພື້ນທີ່ ຕາມແຜນທີ່ວາງໄວ້ ໃນຄວາມຮັບຜິດຊອບ ໃຫ້ມີຄວາມສະຫງົບ-ປອດໄພ 100%.