ພິທີປະດັບຫຼຽນໄຊຂອງ ລັດຖະບານ ສສ ຫວຽດນາມ ໃຫ້ແກ່ ບັນດາກົມກອງລວມໝູ່ ແລະ ບຸກຄົນຂອງ ກອງທັບປະຊາຊົນລາວ ໃນໂອກາດສະເຫຼີມສະຫຼອງ ວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ໃນພາລະກິດປະຕິວັດຂອງ ປະຊາຊົນລາວບັນດາເຜົ່າ ຄົບຮອບ 70 ປີ ( 30 ຕຸລາ 1949-30 ຕຸລາ 2019 ) ຈັດຂຶ້ນໃນວັນທີ 4 ພະຈິກ 2019 ທີ່ກະຊວງປ້ອງກັນປະເທດ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ສປປ ລາວ, ປະດັບຫຼຽນໂດຍ ພົອ ໂງ ຊ່ວນລິກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ແລະ ກ່າວຮັບໂດຍ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ເຊິ່ງມີການນຳ, ອະດີດການນຳພັກ-ລັດຖະບານ ແລະ ກອງທັບປະຊາຊົນລາວ, ແຂກຮັບເຊີນ ແລະ ບັນດາກົມກອງທ້ອງຖິ່ນທົ່ວກອງທັບ ເຂົ້າຮ່ວມ.

ພົທ ຫງວັຽນ ຈ້ອງເຫງຍ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ ຂຶ້ນຜ່ານດໍາລັດຂອງ ລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ຕົກລົງປະດັບຫຼຽນໄຊດາວຄໍາ ແຫ່ງ ສສ ຫວຽດນາມ ໃຫ້ ກະຊວງປ້ອງກັນປະເທດ ສປປ ລາວ ເຊິ່ງມີລາຍລະອຽດດັ່ງນີ້:

  • ຫຼຽນໄຊເອກະລາດ ຊັ້ນ I ຈໍານວນ 7 ກົມ
  • ຫຼຽນໄຊເອກະລາດ ຊັ້ນ II ຈໍານວນ 10 ກົມກອງ
  • ຫຼຽນໄຊເອກະລາດ ຊັ້ນ III ຈໍານວນ 35 ກົມກອງ

+ ຍ້ອງຍໍບຸກຄົນ ມີຄື:

  • ຫຼຽນໄຊເອກະລາດ ຊັ້ນ II ຈໍານວນ 5 ສະຫາຍ
  • ຫຼຽນໄຊເອກະລາດ ຊັ້ນ III ຈໍານວນ 15 ສະຫາຍ
  • ຫຼຽນໄຊມິດຕະພາບ 15 ສະຫາຍ

ພົອ ໂງ ຊ່ວນລິກ ໄດ້ກ່າວໃນພິທີອັນສະຫງ່າລາສີ ແລະ ເຕັມໄປດ້ວຍນ້ຳໃຈມິດຕະພາບ ວ່າ:

ພັກ-ລັດຖະບານ ຫວຽດນາມ ປະດັບຫຼຽນໄຊດາວຄຳ ເຊິ່ງເປັນຫຼຽນໄຊທີ່ມີຄຸນຄ່າທີ່ສຸດຂອງພັກ-ລັດຖະບານ ຫວຽດນາມ ປະດັບໃຫ້ ກອງທັບປະຊາຊົນລາວ ພ້ອມດ້ວຍບັນດາຫຼຽນໄຊປະເພດຕ່າງໆ ປະດັບໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນຂອງ ກອງທັບປະຊາຊົນລາວ; ເຊິ່ງນີ້ແມ່ນ ການຈາລຶກບັນດາການປະກອບສ່ວນອັນສຳຄັນຂອງ ກອງທັບປະຊາຊົນລາວ ໃນການກໍ່ສ້າງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ພ້ອມທັງສືບຕໍ່ສາຍພົວພັນອັນສະໜິດສະໜົມ, ບໍລິສຸດຜຸດຜ່ອງ, ຄວາມສາມັກຄີສະໜິດແໜ້ນຂອງສອງພັກ, ລັດ, ປະຊາຊົນ ແລະ ກອງທັບສອງຊາດພວກເຮົາ ໃຫ້ແໜ້ນແຟ້ນຂຶ້ນຕື່ມ.

ໂອກາດດຽວກັນ, ກະຊວງປ້ອງກັນປະເທດ ສສ ຫຼວຽດນາມ ຍັງໄດ້ມອບເງິນຈຳນວນ 50.000 ໂດລາ ຊ່ວຍເຫຼືອປະຊາຊົນທີ່ປະສົບໄພນ້ໍາຖ້ວມ ຢູ່ທາງພາກກາງ ແລະ ພາກໃຕ້ຂອງ ສປປ ລາວ.