ອຸບັດຕິເຫດໄຟໄໝ້ລົດສະແຕັກນໍ້າມັນ 22 ລໍ້ ຢູ່ເສັ້ນທາງ 450 ເຂດບ້ານດຸ້ງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນເວລາ 17:00 ໂມງຂອງວັນທີ 3 ພະຈິກ 2019 ຍ້ອນຜູ້ຂັບຂີ່ລົດສະແຕັກ ນໍ້າມັນຫັກຫຼົບລົດບັນທຸກ 10 ລໍ້ ແກ່ດິນທີ່ເບຼກກະທັນຫັນ ຈົນເຮັດໃຫ້ລົດແກ່ນໍ້າມັນເສຍຫຼັກຕົກຂ້າງທາງ ກ່ອນໄຟໄໝ້ໝົດທັງຄັນ ໂຊກດີຜູ້ຂັບຂີ່ອອກຈາກລົດທັນ; ເຊິ່ງລົດຄັນດັ່ງກ່າວ ໄດ້ບັນຈຸນໍ້າມັນແອັດຊັງ 35.000 ກວ່າລິດ ສ້າງຄວາມເສຍຫາຍມູນຄ່າເສຍຫາຍ 2 ຕື້ກີບ.

ພັທ ສີຊົມພູ ພົງລາດສະສີ ຮອງຫົວໜ້າພະແນກຕໍາຫຼວດຊີ້ນໍາຈະລາຈອນ ປກສ ເມືອງໄຊເສດຖາ ນະຄອນ ຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມຄວາມສະຫງົບ ໃນວັນທີ 4 ພະຈິກ ວ່າ: ພາຍຫຼັງໄດ້ຮັບລາຍ ງານຈາກປະຊາຊົນຊົນວ່າ ເກີດອຸບັດຕິເຫດໄຟໄໝ້ລົດສະແຕັກນໍ້າມັນ 450 ປີ ຈຶ່ງໄດ້ແຕ່ງກໍາລັງຕໍາຫຼວດວິຊາສະເພາະລົງໄປກວດກາສະຖານທີ່ເກີດເຫດ ພົບເຫັນລົດສະແຕັກນໍ້າມັນໄຟໄໝ້ໝົດຄັນ. ຈາກນັ້ນ, ຈຶ່ງໄດ້ສອບສວນຜູ້ຂັບຂີ່ຊື່ ທ້າວ ຫງຽນຮົງກວນ ອາຍຸ 47 ປີ ເຊື້້ອຊາດສັນຊາດຫວຽດ ນາມ ເປັນຜູ້ຂັບລົດສະແຕັກນໍ້າມັນ 22 ລໍ້ ເລກທະບຽນ 37C-29 556 ຫົວ 37R-00571 ທ້າຍ.

ຜ່າການສອບສວນຜູ້ກ່ຽວສາ ລະພາບວ່າ: ໄດ້ຂັບລົດຂົນສົ່ງນໍ້າມັນແອັດຊັງ ເປໂຕເລເມົາ ປະຈໍາຢູ່ຫວຽດ ນາມ. ພ້ອມທັງຂັບລົດຂົນສົ່ງນໍ້າມັນແອັດຊັງເຂົ້າມາປະເທດລາວ ເດືອນລະຄັ້ງ. ກ່ອນເກີດເຫດ, ໄດ້ລົດຂັບສະແຕັກນໍ້າມັນ 22 ລໍ້ ເລກທະບຽນ 37C-29556 ຫົວ 37R-00571 ທ້າຍ ບັນຈຸນໍ້າມັນ ແອັດຊັງ 35.145 ລິດ ຂັບຂີ່ອອກຈາກຫວຽດນາມ (ຄົນດຽວ) ເພື່ອຈະໄປສົ່ງຢູ່ສາງນໍ້າມັນບ້ານໜອງແຫ້ວ ເມືອງຫາດຊາຍຟອງ ນະຄອນ ຫຼວງວຽງຈັນ. ພໍຂັບຂີ່ລົດຮອດເຂດບ້ານດຸ້ງ ເມືອງໄຊເສດຖາ ເວລາ 17:00 ໂມງ ຂອງວັນທີ 3 ພະຈິກ 2019 ໄດ້ມີລົດບັນທຸກ 10 ລໍ້ສີແດງ ຢູ່ທາງໜ້າແລ່ນໄປຕາມທິດທາງດຽວກັນ ໃນລະຫວ່າງນັ້ນ ລົດ 10 ລໍ້ ໄດ້ເບຼກກະທັນທັນຫັນ ເຮັດໃຫ້ຜູ້ກ່ຽວເບຼກບໍ່ທັນ ຈຶ່ງເຮັດໃຫ້ຫົວລົດຜູ້ກ່ຽວໄປດາດ ໃສ່ທ້າຍລົດບັນທຸກ 10 ລໍ້ ພ້ອມ ທັງຫັກອອກໄປເບື້ອງຂວາຈົນເຮັດໃຫ້ເສຍຫຼັກຕົກລົງຂ້າງທາງ ຈຶ່ງເກີດໄຟໄໝ້ຂຶ້ນຢ່າງແຮງ.

ສ່ວນລົດບັນທຸກ 10 ລໍ້ ຄູ່ກໍລະນີ ແມ່ນໄດ້ຫຼົບໜີ, ເຊິ່ງຄະດີດັ່ງກ່າວ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ເມືອງ ໄດ້ສົມທົບກັບພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກໍາລັງຕິດຕາມຕົວຜູ້ຂັບຂີ່ລົດ 10 ລໍ້ຄັນດັ່ງກ່າວ ເພື່ອໄປສອບສວນຫາລາຍລະອຽດຂອງການເກີດອຸບັດຕິເຫດໃນຄັ້ງນີ້ ເພື່ອໃຫ້ຄວາມເປັນທໍາທັງ 2 ຝ່າຍ. ອຸບັດຕິເຫດຄັ້ງນີ້ ໄດ້ສ້າງຄວາມເສຍຫາຍປະມານ 2 ຕື້ກີບ.