ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ ( ສກລ ) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-6 ພະຈິກ 2019 ໂດຍການເປັນປະທານຂອງ ທ່ານ ປອ ປ້ານນ້ອຍ ມະນີ ກຳມະການສູນກາງພັກ ປະທານສູນກາງສະຫະພັນກໍາມະບານລາວ, ມີ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີຮອງປະທານ ສກລ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ສີມູນ ອຸ່ນລາສີ ຮອງປະທານ ສກລ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ມະຕິກອງປະຊຸມ ຄົບຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ ຄັ້ງທີ 4 ສະໄໝທີ VII ໂດຍຍົກໃຫ້ເຫັນ ວ່າ:

ໃນໄລຍະຜ່ານມາ, ສະຫະພັນກໍາມະບານແຕ່ລະຂັ້ນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານປົກປ້ອງແຮງງານ ກັບພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ໄດ້ເຂົ້າຮ່ວມປະກອບຄໍາເຫັນຕໍ່ບັນດານິຕິກຳທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງ ສະຊິກກຳມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ, ສາມາດສ້າງສັນຍາແຮງງານລວມໝູ່ໄດ້ 70 ແຫ່ງ, ເຂົ້າຮ່ວມການໄກ່ເກ່ຍຂໍ້ຂັດແຍ່ງ ທາງດ້ານແຮງງານໄດ້ 63 ກໍລະນີ, ແກ້ໄຂໄດ້ 29 ກໍລະນີ, ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂ 34 ກໍລະນີ, ທວງເງິນຄ່າແຮງງານ ໃຫ້ກໍາມະກອນໄດ້ 1.411.250.000 ກີບ, ໄດ້ສົມທົບກັບ ຄະນະກໍາມະການ 3 ຝ່າຍ ເພື່ອຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຄ່າແຮງງານຂັ້ນຕໍ່າຂອງ ຜູ້ອອກແຮງງານ 1.100.000 ກີບຕໍ່ຄົນຕໍ່ເດືອນ.

ຄຽງຄູ່ກັນນັ້ນ, ສະມາຊິກກຳມະບານ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບ ຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ເຮັດໃຫ້ສະມາຊິກກຳມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ມີຜົນສໍາເລັດ; ເຊິ່ງສະເພາະປີ 2019, ມີ 15 ສະຫະພັນກໍາມະບານແຂວງ, 13 ສະຫະພັນກໍາມະບານກະຊວງ ແລະ ອົງການ ໄດ້ຮັບການປະເມີນ 5 ເປັນເຈົ້າ.

ສະຫະພັນກໍາມະບານ ໄດ້ອອກໃບຢັ້ງຢືນ 5 ເປັນເຈົ້າ ໃຫ້ 6 ສະຫະພັນກໍາມະບານ, ໄດ້ຮັບຮອງເປັນ ສະຫະພັນກໍາມະບານ 5 ເປັນເຈົ້າ, ຈໍານວນ 5 ສະຫະພັນກຳມະບານເມືອງ, ມີ 103 ສະຫະພັນກຳມະບານເມືອງ ແລະ 3.718 ຮາກຖານ ແລະ ໄດ້ຮັບການປະເມີນ 5 ເປັນເຈົ້າ.

ທິດທາງແຜນການ ໃນປີ 2020 ຈະສືບຕໍ່ເຂົ້າຮ່ວມໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດຄ່າແຮງງານຕໍ່າສຸດ ຢູ່ບັນດາຫົວໜ່ວຍແຮງງານ, ຊຸກຍູ້ສ້າງສັນຍາແຮງງານລວມໝູ່ ຢູ່ຫົວໜ່ວຍແຮງງານ ໃຫ້ເພີ່ມຂຶ້ນ ປະສານສົມທົບກັບ ຄະນະກໍາມະການ 3 ຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂຂໍ້ຂັດແຍ່ງທາງດ້ານສິດ ແລະ ຜົນປະໂຫຍດລະຫວ່າງ ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ, ສືບຕໍ່ໂຄສະນາໃຫ້ແກ່ ແຮງງານເຄື່ອນຍ້າຍ ຕິດພັນກັບ ການສະກັດກັ້ນ ຕ້ານການຄ້າມະນຸດ ແລະ ຄວາມປອດໄພແຮງງານ ໃນສະຖານທີ່ເຮັດວຽກ ໃຫ້ແກ່ຜູ້ອອກແຮງງານ.