ກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ສຶກສາອົບຮົມຜູ້ຂັບຂີ່ດັດແປງສະພາບເຕັກນິກລົດ 38 ຄົນ ໃນວັນທີ 29 ຕຸລາ 2019 ເຂົ້າຮ່ວມ ໂດຍ ພັທ ບຸນມີ ແກ້ວບຸນກອງ ຮອງ ຫົວໜ້າກອງບັນຊາການ ປກສ ເມືອງໂພນໂຮງ, ມີພະນັກງານກ່ຽວຂ້ອງຈາກກອງບັນຊາການ ປກສ ເມືອງໂພນໂຮງ ແລະ ຜູ້ຂັບຂີ່ທີ່ດັດແປງສະພາບເຕັກນິກ ຂອງລົດ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.

ປກສ ເມືອງໂພນໂຮງ ສຶກສາອົບຮົບຜູ້ຂັບຂີ່ດັບແປງສະພາບເຕັກນິກລົດ
ປກສ ເມືອງໂພນໂຮງ ສຶກສາອົບຮົບຜູ້ຂັບຂີ່ດັບແປງສະພາບເຕັກນິກລົດ

ພັຕ ກົງຈັນ ສີວິໄລວົງ ຮອງພະແນກຕໍາຫຼວດຈະລາຈອນ ປກສ ແຂວງວຽງຈັນ ກ່າວວ່າ:

ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນການກະກຽມກອງປະຊຸມໃຫຍ່ຂອງຄະນະພັກ ແຂວງວຽງຈັນ ໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍດີ ໜ່ວຍງານຈະລາຈອນ ປກສ ເມືອງໂພນໂຮງ ໄດ້ລົງເຄື່ອນໄຫວກວດກາພາຫະນະຕາມ ເສັ້ນທາງຂອບເຂດເທດສະບານເມືອງ ແລະ ບັນດາໂຮງຮຽນຢ່າງຕັ້ງໜ້າໃນໄລຍະເດືອນກັນຍາ 2019, ຜ່ານການລົງກວດກາຕົວຈິງພົບເຫັນນັກຂັບຂີ່ດັດແປງ ສະພາບເຕັກນິກຂອງລົດຈັກ ເປັນຕົ້ນແມ່ນໃສ່ຕີນນ້ອຍ ແລະ ໃສ່ທໍ່ໄອເສຍ ທີ່ມີສຽງດັງຈຳນວນ 38 ຄັນ ພ້ອມທັງນຳເອົາລົດຈັກຈຳນວນດັ່ງກ່າວມາຮັກສາໄວ້ຢູ່ກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ ແລະ ໄດ້ເຊີນເອົາເຈົ້າຂອງລົດ ແລະ ຜູ້ປົກຄອງເຂົ້າມາສຶກສາອົບຮົມກ່າວເຕືອນ ແລະ ໃຊ້ມາດຕະການປັບໃໝ.

ປກສ ເມືອງໂພນໂຮງ ສຶກສາອົບຮົບຜູ້ຂັບຂີ່ດັບແປງສະພາບເຕັກນິກລົດ
ປກສ ເມືອງໂພນໂຮງ ສຶກສາອົບຮົບຜູ້ຂັບຂີ່ດັບແປງສະພາບເຕັກນິກລົດ

ພັທ ບຸນມີ ແກ້ວບຸນກອງ ຍັງໄດ້ຍົກໃຫ້ເຫັນເຖິງຜົນເສຍຂອງການດັດແປງສະພາບເຕັກນິກລົດໃຫ້ຜູ້ປົກຄອງ ແລະ ນ້ອງນັກຮຽນ ເຊິ່ງບັນຫາການແຕ່ງລົດແມ່ນໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ ສັງຄົມເສຍເງິນພໍ່ແມ່ຕໍ່ກັບສະພາບການສັນຈອນຕາມທ້ອງຖະໜົນຫຼວງ ກໍແມ່ນບັນຫາໜຶ່ງເຊິ່ງນັກຂັບຂີ່ແຕ່ລະຄົນຕ້ອງ ໄດ້ເປັນເຈົ້າການປະຕິບັດກົດລະບຽບຈະລາຈອນທີ່ໄດ້ກຳນົດໄວ້; ສະພາບເຕັກ ນິກຂອງລົດຕ້ອງຢູ່ໃນສະພາບເດີມທີ່ໂຮງງານຜະລິດອອກມາເທົ່ານັ້ນແຕ່ຍ້ອນ ຄວາມຮູ້ເທົ້າບໍ່ເຖິງການມີນັກຂັບຂີ່ຈຳນວນໜຶ່ງມີການຝ່າຝືນບໍ່ເຄົາລົບກົດລະບຽບຈະລາຈອນເປັນຕົ້ນແມ່ນການຂັບຂີ່ລົດຈັກເປັນພຶງເປັນແພກີດຂວາງການສັນຈອນ; ດັດແປງທໍ່ໄອເສຍ ເຮັດໃຫ້ມີສຽງລົບກວນຄົນອື່ນໃນເວລາກາງຄືນ, ໃສ່ຕີນນ້ອຍບໍ່ຖືກຕາມຂະໜາດມາດຕະຖານຂອງໂຮງານຜະລິດ ແລະອື່ນໆ; ເຊິ່ງ ການລະເມີດດັ່ງກ່າວນີ້ ແມ່ນສາເຫດໜຶ່ງທີ່ພາໃຫ້ຕົວເລກອຸບັດຕິເຫດເພີ່ມຂຶ້ນຢ່າງຫຼວງຫຼາຍ ທັງສູນເສຍວັດຖຸເງິນຄຳ, ຮ້າຍແຮງໄປກວ່ານັ້ນກໍເຖິງຂັ້ນເສຍຊີວິດກໍມີ; ຈາກສະພາບຄືດັ່ງກ່າວຈຶ່ງຮຽກຮ້ອງ ໃຫ້ນ້ອງນັກຮຽນຈົ່ງຢຸດເຊົາການປະພຶດຕົວໄປ ໃນທາງທີ່ບໍ່ຖືກຕ້ອງ ແລ້ວປ່ຽນແນວຄິດຂອງຕົນເອງໄປໃນທາງທີ່ດີ ເປັນລູກທີ່ດີຂອງພໍ່ແມ່ ເປັນນັກຮຽນທີ່ດີຂອງຄູອາຈານແລະເປັນເຈົ້າການໃນການປະຕິບັດກົດລະບຽບຈະລາຈອນໃຫ້ເຂັ້ມງວດ.