ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ອົງຄະນະພັກ ວິທະຍາຄານເຕັກນິກການທະຫານ ກະຊວງປ້ອງກັນປະເທດ ໄດ້ໄຂຂຶ້ນໃນວັນທີ 6 ພະຈິກ 2019 ໂດຍການເປັນປະທານຂອງ ສະຫາຍ ພັອ ສິງຄໍາ ເທບສົມວົງ ເລຂາຄະນະພັກ ຫົວໜ້າການທະຫານ ວິທະຍາຄານເຕັກນິກການທະຫານ, ເຂົ້າຮ່ວມມີ ສະຫາຍ ພົຕ ແອສະໄໝ ເລືອງວັນໄຊ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຜູ້ແທນສົມບູນ ແລະ ແຂກຮັບເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.

ສະຫາຍ ພັອ ສີສະໝອນ ໂນລະສິນ ຮອງເລຂາຄະນະພັກ ຮອງຫົວໜ້າການທະຫານ ວິທະຍາຄານເຕັກນິການທະຫານ ກ່າວວ່າ:

ສະຫາຍ ພັອ ສີສະໝອນ ໂນລະສິນ ຮອງເລຂາຄະນະພັກ ຮອງຫົວໜ້າການທະຫານ ວິທະຍາຄານເຕັກນິການທະຫານ

ຜົນງານການເຄື່ອນໄຫວຊີ້ນໍາ-ນໍາພາ ວຽກງານຮອບດ້ານຂອງ ອົງຄະນະພັກ ໃນໄລຍະ 5 ປີຜ່ານມາ ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ ຄະນະພັກກະຊວງປ້ອງກັນປະເທດ ວາງອອກກໍຄື:

ມະຕິ ກອງປະຊຸມໃຫຍ່ ຄັ້ງທີ I ຂອງ ອົງຄະນະພັກວິທະຍາຄານ ເຮັດໃຫ້ທົ່ວກົມກອງມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງ ທາງດ້ານການຈັດຕັ້ງ, ສາມາດຮັບປະກັນເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ ໃນການກໍ່ສ້າງ-ບໍາລຸງນັກວິຊາສະເພາະເຕັກນິກການທະຫານ ສະໜອງໃຫ້ແກ່ ກຳລັງຫຼວງ-ກຳລັງທ້ອງຖິ່ນ ໃນທົ່ວກອງທັບ.

ຄະນະພັກ ຍາມໃດກໍໄດ້ເອົາໃຈໃສ່ ຍົກລະດັບຄຸນນະພາບການຮຽນ-ການສອນຂອງຄູ-ອາຈານ ແລະ ນັກຮຽນ ໃນທຸກເປົ້າໝາຍໃຫ້ນັບມື້ດີຂຶ້ນ, ວີທີການສິດສອນ ກໍໄດ້ຮັບການປັບປຸງແບບໃໝ່, ມີລັກສະນະວິທະຍາສາດ ແທດເໝາະກັບ ສະພາບຄວາມເປັນຈິງຂອງຍຸກສະໄໝ, ເຮັດໃຫ້ການປະເມີນຜົນການຮຽນ ມີຄຸນນະພາບດີຂຶ້ນເລື້ອຍໆ ແລະ ໄດ້ສຳເລັດການບໍາລຸງກໍ່ສ້າງລະບົບຕ່າງໆ ເຊັ່ນ:

ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ອົງຄະນະພັກ ວິທະຍາຄານເຕັກນິກການທະຫານ ກະຊວງປ້ອງກັນປະເທດ
  • ບຳລຸງວຽກງານເສນາເຕັກນິກ 2 ຊຸດ
  • ກໍ່ສ້າງເຕັກນິກລົດການທະຫານ ລະດັບອະນຸປະລິນຍາ ໄດ້ 4 ຊຸດ
  • ກໍ່ສ້າງລະບົບຊັ້ນກາງເຕັກນິກຍຸດໂທ 5 ຊຸດ
  • ເຕັກນິກລົດການທະຫານ 5 ຊຸດ
  • ຖັນແຖວຄູອາຈານ ກໍໄດ້ເອົາໃຈໃສ່ຄົ້ນຄວ້າກວດແກ້
  • ຮຽບຮຽງບົດວິທະຍາສາດຕ່າງໆ ແລະ ແຕ່ງບົດສອນ ໄດ້ທັງໝົດ 898 ບົດ
  • ສໍາເລັດການສ້າງຫຼັກສູດກໍ່ສ້າງ ປະລິນຍາຕີເຕັກນິກລົດ, ເຕັກນິກຍຸດໂທ ແລະ ເປີດຮຽນເປັນທາງການ ສົກຮຽນ 2018-2019

ນອກຈາກນີ້, ຍັງໄດ້ເອົາໃຈໃສ່ຄຸ້ມຄອງ ການປະຕິບັດຂໍ້ກຳນົດລະບຽບຂອງນັກຮຽນ ຢ່າງເຂັ້ມງວດ, ກວດກາການຂຶ້ນຫ້ອງ-ລົງຫ້ອງ, ການຄົ້ນຄວ້າຮໍ່າຮຽນ, ທັດສະນະການອອກແຮງງານ, ເພີ່ມພູນຜະລິດຜົນ, ຄວາມຫ້າວຫັນປະກອບສ່ວນເຂົ້າຮ່ວມຂະບວນການຕ່າງໆຢ່າງແທດເຖິງ, ໄດ້ຈັດກອງປະຊຸມສະພາວິທະຍາສາດເພື່ອຄົ້ນຄວ້າ, ຮັບຮອງບັນດາເອກະສານ ລະບົບກໍ່ສ້າງປະລິນຍາຕີ ໃຫ້ 2 ຂະແໜງການ ແລະ ແປເອກະສານທີ່ຊ່ຽວຊານຫວຽດນາມ ມາຊ່ວຍສ້າງໄດ້ 68 ສະບັບ.

ພ້ອມນັ້ນ, ຄະນະພັກ ກໍຍັງໄດ້ເອົາໃຈໃສ່ຕໍ່ ວຽກງານອົບຮົມຫັດແອບປັບປຸງລະບຽບແບບແຜນ, ວຽກງານປັບປຸງກໍ່ສ້າງກຳລັງ ທາງດ້ານການເມືອງແນວຄິດ ແລະ ການຈັດຕັ້ງ, ວຽກງານກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດ ຕັ້ງມະຫາຊົນ, ວຽກງານນະໂຍບາຍ-ປະກັນສັງຄົມ, ວຽກງານຮັບປະກັນ ດ້ານຊີວິດການເປັນຢູ່ຂອງ ພະນັກງານ-ນັກຮົບ ແລະ ຂົງເຂດວຽກງານອື່ນໆ.

ປັດຈຸບັນ, ອົງຄະນະພັກ ວິທະຍາຄານ ປະກອບມີ 2 ຄະນະພັກຮາກຖານ, 11 ໜ່ວຍພັກເອກະລາດ ແລະ 7 ໜ່ວຍພັກ ຂຶ້ນກັບ ຄະນະພັກຮາກຖານ, ມີສະມາຊິກພັກທັງໝົດ 389 ສະຫາຍ, ສາມາດຕີລາຄາຄຸນະພາບການນໍາພາຂອງພັກ ສົກປີ 2018-2019 ມີ 9 ໜ່ວຍພັກ ໄດ້ຖືກຮັບຮອງເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຈໍານວນສະມາຊິກພັກແຂງ ກວມເອົາ 72,75%, ສະມາຊິກພັກກາງ ກວມເອົາ 24,68% ແລະ ບໍ່ໄດ້ຈັດປະເພດ ກວມເອົາ 2,31%.

ປ່ອນບັດຄັດເລືອກເອົາ ຄະນະພັກຊຸດໃໝ່

ກອງປະຊຸມ ໄດ້ປ່ອນບັດຄັດເລືອກເອົາ ຄະນະພັກຊຸດໃໝ່ ເຊິ່ງມີຜູ້ລົງສະໝັກທັງໝົດ 13 ສະຫາຍ ເລືອກເອົາ 11 ສະຫາຍ ເຊິ່ງໄດ້ແກ່ ສະຫາຍ ພັອ ສິງຄຳ ເທບວົງສົມ ເປັນເລຂາ, ສະຫາຍ ພັອ ສະໜອນ ໂນລະລິນ ເປັນຮອງ, ສະຫາຍ ພັທ ຈັນສະໜອນ ລັດສະໄໝ ເປັນປະທານກວດກາ ແລະ ອີກ 9 ສະຫາຍ ເປັນຄະນະ.

ພ້ອມດຽວກັນນັ້ນ, ກໍໄດ້ຄັດເລຶອກເອົາ ຕົວແທນຂອງຄະນະພັກ ເພື່ອເຂົ້າຮ່ວມ ກອງປະຊຸມໃຫຍ່ ນຳຄະນະພັກຂັ້ນເທິງ ໄດ້ຕາມລະດັບຄາດໝາຍ ແລະ ໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຂອງ ສະຫາຍ ພົຕ ແອສະໄໝ ເລືອງວັນໄຊ ເພື່ອເປັນທິດນຳ ແລະ ບ່ອນອີງ ແນໃສ່ເຮັດໃຫ້ການເຄື່ອນໄຫວຊີ້ນຳ-ນຳພາຂອງ ຄະນະພັກ ຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃນຕໍ່ໜ້າ ໃຫ້ໄດ້ຮັບໝາກຜົນດີກວ່າເກົ່າ.