ງານບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈໍາປີ 2019 ແມ່ນເລີ່ມຂຶ້ນແລ້ວ ໃນລະຫວ່າງວັນທີ 5-11 ພະຈິກ 2019, ແຕ່ສິ່ງທີ່ຊາວນະຄອນຫຼວງວຽງຈັນຫຼາຍຄົນ ແລະ ຕ່າງແຂວງ ເປັນຫ່ວງ ກໍຄື ບັນຫາຂີ້ເຫຍື້ອ ກາຍເປັນຂອງແຖມຖິ້ມຊະຊາຍ ຕາມເດີ່ນພຣະທາດຫຼວງ ໃນແຕ່ລະປີ; ເຖິງວ່າ ຈະຖິ້ມແບບຕັ້ງໃຈ ຫຼື ບໍຕັ້ງໃຈ ກໍຕາມ ເຫັນແລ້ວເປັນພາບພົດບໍ່ຄ່ອຍງົດງາມປານໃດ ຍ້ອນຄວາມມັກງ່າຍຂອງຄົນຈໍານວນໜຶ່ງ. ສະນັ້ນ, ພວກເຮົາຕ້ອງຮັກສາຄວາມສະອາດຊ່ວຍກັນ ກໍລະນີກິນອາຫານ ເສດຂີ້ເຫຍື້ອ ຄວນໄປຖິ້ມ ຢູ່ຖັງຂີ້ເຫຍື້ອ ບ່ອນທີ່ຈັດວາງໄວ້ ເພື່ອຄວາມສະອາດງາມຕາ.

ໃນແຕ່ລະປີ ນັບແຕ່ມື້ເປີດງານບຸນ ຈົນຮອດມື້ສິ້ນສຸດ, ໃນແຕ່ລະມື້ ເຮົາຈະເຫັນຂີ້ເຫຍື້ອຊະຊາຍຕາມຮ້ານ ແລະ ສະຖານທີ່ຕ່າງໆບໍລິເວນງານ; ເຖິງວ່າ ຄະນະຮັບຜິດຊອບເກັບມ້ຽນຂີ້ເຫຍື້ອ ໄດ້ລະດົມ ຫຼື ຈ້າງພະນັກງານເກັບມ້ຽນຂີ້ເຫຍື້ອຈໍານວນຫຼາຍ ແລະ ຈັດສັນບ່ອນມ້ຽນຂີ້ເຫຍື້ອ ດ້ວຍຄວາມຮັບຜິດຊອບສູງ ກໍຕາມ ແຕ່ມັນຍັງບໍ່ພຽງພໍກັບຂອງເສດເຫຼືອທີ່ຜູ້ໄປທ່ຽວຊົມສ້າງຂຶ້ນ.

ບັນຫານີ້ ກາຍເປັນບັນຫາຊໍາເຮື້ອ, ເກີດມີສຽງຈົ່ມວ່າຈາກສັງຄົມຂ້ອນຂ້າງໜາຫູສົມຄວນ ແລະ ເປັນພາບພົດບໍ່ຄ່ອຍງົດງາມປານໃດ, ນອກຈາກຈະເຮັດໃຫ້ສະຖານທີ່ເປິະເປື້ອນ ຍັງເປັນການວັດເຖິງລະດັບຈິດສໍານຶກຂອງບຸກຄົນທົ່ວໄປ ບໍ່ທັນສູງ ແລະ ການບໍລິການຈັດການຂອງພວກເຮົາ ນໍາອີກ.

ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃນອາທິດທີ່ຜ່ານມາ ວ່າ:

ງານບຸນພຣະທາດຫຼວງ ປີນີ້, ໄດ້ສົມທົບກັບ ຜູ້ປະກອບການສໍາປະທານພື້ນທີ່ ແບ່ງຄວາມຮັບຜິດຊອບ ເປັນຕົ້ນແມ່ນ ການຮັບຜິດຊອບຮ້ານທີ່ບັນດາຜູ້ປະກອບການ ຜູ້ທີ່ໃຫ້ເຊົ່າ ແມ່ນໜ້າທີ່ຂອງຜູ້ປະກອບການ ຕ້ອງແຈກຢາຍ ແລະ ມີຖົງຢາງໃຫ້ແຕ່ລະຮ້ານໃສ່ຂີ້ເຫຍື້ອ, ພາຍໃນຮ້ານ ຕ້ອງມີການຮັກສາຄວາມສະອາດ ແລະ ມີເກັບມ້ຽນຂີ້ເຫຍື້ອຂອງໃຜລາວ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລ້ວນຳໄປເກັບມ້ຽນໄວ້ໃນບ່ອນທີ່ຈັດສັນໄວ້ ເພື່ອຄວາມສະດວກໃນການເຂົ້າເກັບມ້ຽນຂີ້ເຫຍື້ອ.

ນອກນີ້, ຍັງຈັດສັນເອົາ ພະນັກງານເກັບຂີ້ເຫຍື້ອ ຈໍານວນ 200 ຄົນ ເຮັດໜ້າທີ່ຈັດສັນເກັບມ້ຽນຂີ້ເຫຍື້ອປັດກວາດ ຢູ່ເດີ່ນບໍລິເວນສາທາລະນະ ແລະ ບໍລິເວນນອກສະຖານທີ່ອ້ອມຮອບງານບຸນ ແລະ ຈັດສັນບ່ອນຖິ້ມຂີ້ເຫຍື້ອ ຈໍານວນ 160 ບ່ອນ ພາຍໃນງານຕາມຈຸດຕ່າງໆ ເພື່ອບໍ່ໃຫ້ມີການຖິ້ມຂີ້ເຫຍື້ອທີ່ຊະຊາຍ ແລະ ມີຄວາມເປັນລະບຽບຮຽບຮ້ອຍສະອາດງາມຕາ ແກ່ຜູ້ມາທ່ຽວງານ.

ຢ່າງໃດກໍຕາມ, ເພື່ອໃຫ້ ງານບຸນນະມັດສະການພຣະທາດຫຼວງ ປີນີ້ ບໍ່ມີຂີ້ເຫຍື້ອຊະຊາຍ ພວກເຮົາທຸກຄົນຕ້ອງມີຈິດສໍານຶກນໍາກັນວ່າ: ຖ້າຫາກມີຈຸດປະສົງໄປທ່ຽວງານບຸນ, ມີການຊື້ສິ່ງຂອງ ຫຼື ກິນໝົດແລ້ວ ກໍຄວນນຳໄປຖິ້ມບ່ອນຖັງຂີ້ເຫຍື້ອ ບໍ່ໃຫ້ຖິ້ມຊະຊາຍຕາມໃຈຕົວເອງ ຫຼື ກໍລະນີລູກຫຼານຫຼົງຖິ້ມ ຜູ້ປົກຄອງຕ້ອງເກັບໄປຖິ້ມໃສ່ຖັງ ຫຼື ແນະນໍາໄປຖິ້ມໃຫ້ຖືກຈຸດ.

ແຕ່ຖ້າຫາກທຸກຄົນບໍ່ມີຈິດສໍານຶກ ຕ່າງຄົນຕ່າງຊື້ສິນຄ້າ, ຊື້ອາຫານການກິນ ເປັນເສດເຈ້ຍ ຫຼື ຖົງຢາງ ແລ້ວຖິ້ມຊະຊາຍແບບຕາມໃຈ ໂດຍທີ່ຂາດຄວາມຮັບຜິດຊອບ ແລະ ແນ່ນອນວ່າ ຖ້າຫາກພະນັງານເກັບມ້ຽນຂີ້ເຫຍື້ອ ປັດກວາດບໍ່ທົ່ວເຖິງ, ພໍຮຸ່ງເຊົ້າມື້ຕໍ່ມາ ຈະມີແຕ່ເສດຂີ້ເຫຍື້ອຢັ່ງຢາຍທົ່ວເດີ່ນທາດຫຼວງ ຫຼື ບາງເທື່ອລົມພັດປິວໄປໂຮມກັນບໍລິເວນແຈຮົ້ວ ຫຼື ຂອບທາງ ກາຍເປັນເສດຂີ້ເຫຍື້ອເປິະເປື້ອນ; ເມື່ອແລ້ວງານ ວັນທີ 11 ພະຈິກ 2019 ກໍກາຍເປັນຜົນສະທ້ອນລວມຕໍ່ຄວາມສວຍງາມຂອງຕົວເມືອງ ໂດຍສະເພາະ ນະຄອນຫຼວງວຽງຈັນ ຈະບໍ່ບັນລຸເປົ້າໝາຍ 6 ທີ່ວາງໄວ້.

ສະນັ້ນ, ຮຽກຮ້ອງໃຫ້ທຸກພາກສ່ວນ ເປັນເຈົ້າການຮ່ວມກັນ ເກັບມ້ຽນຂີ້ເຫຍື້ອ, ໂດຍສະເພາະ ພໍ່-ແມ່ປະຊາຊົນ ທີ່ໄປທ່ຽວງານບຸນພຣະທາດຫຼວງ ຕ້ອງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຕໍ່ຂີ້ເຫຍື້ອຂອງໃຜລາວ ໂດຍການເກັບໃສ່ຖົງ ແລ້ວຖິ້ມໃສ່ຈຸດຕ່າງໆທີ່ກຳນົດໃຫ້ ເພື່ອຊ່ວຍເຫຼືອກັນໃນການກຳຈັດສິ່ງເສດເຫຼືອຕ່າງໆ, ເພື່ອສະພາບແວດລ້ອມທີ່ດີ, ຫຼຸດຜ່ອນມົນລະພິດ ແລະ ເຮັດງານບຸນດັ່ງກ່າວ ມີຄວາມສະອາດຈົບງາມ.