ບ້ານພະບາດໂພນສັນ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໃນທ້າຍອາທິດຜ່ານມາ, ເຂົ້າຮ່ວມໂດຍ ທ່ານ ພູວົງ ພິມມະສອນ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດ ເມືອງທ່າພະບາດ, ມີ ພັທ ປອ ຄຳ ຜັນ ບຸນມີໄຊ ຫົວໜ້າກອງບັນຊາການ ປກສ ເມືອງທ່າພະບາດ, ມີຄະນະພັກກອງບັນຊາການ ປກສ ເມືອງ, ປກສ ບໍລິການປະຊາຊົນ, ອໍານາດການປົກຄອງບ້ານ-ນາຍບ້ານ, ພໍ່-ແມ່ປະຊາຊົນ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ໃນພິທີ, ໄດ້ຜ່ານເອກະສານການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ເຊັ່ນ: ຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 818/ປກສ ວ່າດ້ວຍ ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຂໍ້ຕົກລົງຂອງເຈົ້າເມືອງທ່າພະບາດ ສະບັບເລກທີ 761/ມທບ, 762/ມທບ ວ່າດ້ວຍ ສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີທົ່ວເມືອງທ່າພະບາດ, ແຜນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ເອກະສານບົດບັນທຶກສັນຍາ ກ່ຽວກັບ ວຽກງານຮັກສາຄວາມສະຫງົບ, ຂໍ້ແຂ່ງຂັນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ແລະ ເອກະສານລະບຽບສາຍພົວພັນພາຍໃນບ້ານ.

ເຊິ່ງໄດ້ຫັນແຜນສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ມາເປັນແນວທາງນະໂຍບາຍຂອງພັກ-ລັດ ລົງສູ່ຮາກຖານບ້ານ, ຫົວໜ່ວຍຄອບຄົວ ແລະ ປະຊາຊົນພາຍໃນບ້ານ ຕ້ອງໄດ້ເປັນເຈົ້າການໃນການປະຕິບັດແນວທາງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນວຽກງານທົ່ວປວງຊົນຮອບດ້ານ, ໂດຍອີງໃສ່ 6 ມາດຖານເງື່ອນໄຂເປັນຫຼັກ ເພື່ອໃຫ້ມັນຖືກຕ້ອງສອດຄ່ອງ, ຖ້າຄອບຄົວ ຫຼື ບຸກຄົນໃດບໍ່ຟັງຄວາມການຈັດຕັ້ງ, ບໍ່ເຄົາລົບລະບຽບກົດໝາຍຂອງບ້ານ-ເມືອງ ຈະຕ້ອງໄດ້ນໍາມາສຶກສາອົບຮົມ ຫຼື ປະຕິບັດຕາມລະບຽບກົດໝາຍ.

ທ່ານ ພູວົງ ພິມມະສອນ
ທ່ານ ພູວົງ ພິມມະສອນ

ຕອນທ້າຍ, ທ່ານ ພູວົງ ພິມມະສອນ ໄດ້ຍົກໃຫ້ເຫັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ທຸກຄົນມີສ່ວນຮ່ວມເປັນວຽກທົ່ວປວງຊົນຮອບດ້ານ ພ້ອມທັງເນັ້ນໃຫ້ອຳນາດການປົກ ຄອງບ້ານຕະຫຼອດຮອດພໍ່-ແມ່ປະຊາຊົນເອົາໃຈໃສ່ສຶກສາອົບຮົມລູກຫຼານ ຂອງຕົນເອງບໍ່ໃຫ້ໄປຫຍຸ້ງກ່ຽວກັບສິ່ງເສບຕິດ, ມົ້ວສຸມຫຼິ້ນການພະນັນອື່ນໆ, ທຳມາຫາກິນຖືກຕ້ອງຕາມລະບຽບກົດ ໝາຍ, ເກັບກຳສະພາບຄົນເຂົ້າ-ອອກ, ຄົນຫຼຸດຄົນເພີ່ມພາຍໃນບ້ານ ເພື່ອຫຼີກລ່ຽງກຸ່ມຄົນບໍ່ດີທີ່ມາລີ້ຊ້ອນ, ຕ້ອງເປັນ ເຈົ້າການລາຍງານການຈັດຕັ້ງຂັ້ນເທິງຮັບ ຊາບ ເພື່ອເຮັດໃຫ້ບ້ານພະບາດໂພນສັນ ມີຄວາມສະຫງົບໂດຍພື້ນຖານ, ເປັນບ້ານ ທີ່ມີວັດພຸດທະສາດສະໜາທີ່ເຄົາລົບບູຊາຂອງຊາວພຸດ ແລະ ທີ່ມີຊື່ສຽງເປັນ ສະຖານທີ່ແຂກທັງພາຍໃນ ແລະ ຕ່າງປະເທດນັບຖືມາຕັ້ງແຕ່ບູຮານ.