ຈະປັບປຸງທາງດິນແດງ ເຂດບ້ານນາສາລາ ເປັນທາງປູຢາງ

0
2220

ນັບແຕ່ທາງແບ່ງຫຼັກ 19 ( ເສັ້ນທາງ13 ໃຕ້ ) ເຂດບ້ານໜອງບົວ ເຂົ້າໄປຫາ ບ້ານນາສາລາ, ບ້ານດົງບັງ ຮອດ ບ້ານດ່າດິນແດງ ເມືອງໄຊທານີ ແມ່ນຈະໄດ້ມີການປັບປຸງສ້ອມແປງສະເພາະໜ້າ ຄື: ປັບປຸງຈຸດທີ່ເປັນຂຸມ-ຫຼຸມ ຕະຫຼອດເສັ້ນທາງ, ຈຸດໃດທາງດິນແດງ ແມ່ນຈະໄດ້ປູຢາງ 1 ຊັ້ນ ໃຫ້ລົດແລ່ນໄດ້ສະດວກສະບາຍກວ່າເກົ່າ.

ແຕ່ຈຸດທີ່ໄດ້ຮັບຜົນກະທົບໜັກ ກໍຄື ເຂດບ້ານນາສາລາ ແຕ່ 4 ແຍກ ໄປຫາຟາມໄກ່ຊີພີ ຍາວປະມານ 1 ກິໂລເເມັດ ເຊິ່ງເປັນທາງດິນແດງ ຢາມຝົນກໍເປັນບວກເປັນຂຸມ, ພໍຮອດລະດູນີ້ ກໍພົບກັບບັນຫາຂີ້ຝຸນໄງ່ ເຮັດໃຫ້ປະຊາຊົນຢູ່ຕາມແຄມທາງ ແລະ ຜູ້ທ່ຽວທາງ ພົບກັບຄວາມຫຍຸ້ງຍາກຫຼາຍ, ແຕ່ທາງພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ປູຢາງ 1 ຊັ້ນ ເພື່ອບໍ່ໃຫ້ມີຂີ່ຝຸ່ນໄງ່ຫຼາຍ. ສ່ວນວຽກເຮັດຮ່ອງລະບາຍນໍ້າ ແມ່ນຈະໄດ້ໄກ່ເກ່ຍກັບປະຊາຊົນ ຢູ່ຕາມແຄມທາງກ່ອນ ເພາະມີບາງຄອບຄົວບໍ່ໃຫ້ການຮ່ວມມື ໂດຍປຸກເທີບເງີບກວມທໍ່ລະບາຍນໍ້າ ເຮັດໃຫ້ຫຍຸ້ງຍາກພໍສົມຄວນ.

ຕໍ່ກັບເສັ້ນທາງດັ່ງກ່າວນີ້, ພະແນກໂທທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມຄວາມສະຫງົບ ໃນວັນທີ 7 ພະຈິກ 2019 ວ່າ:

ປັດຈຸບັນ ແມ່ນກໍາລັງລົງມືສ້ອມແປງ ໂດຍເລີ່ມໄປແຕ່ເສັ້ນທາງ ເຂດບ້ານອຸດົມຜົນ, ລາດຄວາຍ, ໂນນແຕ້, ໂດຍຈະມີການລາດຢາງຄັກແນ່ ເພື່ອໃຫ້ມີຄວາມສະດວກໃນການໄປ-ມາ. ຈາກນັ້ນ, ຈຶ່ງສືບຕໍ່ສ້ອມແປງແຕ່ທາງແບ່ງຫຼັກ 19 ບ້ານໜອງບົວ ຈົນຮອດ ບ້ານນາສາລາ ເຂດຟາມໄກ່ຊີພີ ເຊິ່ງຈະໄດ້ມີການສ້ອມແປງສະເພາະໜ້າ ເຊັ່ນ: ຖົມຂຸມ-ຫຼຸມ ເພື່ອໃຫ້ລົດແລ່ນສະດວກ.