ກອງປະຊຸມພົບປະແລກປ່ຽນບົດຮຽນ ວຽກງານຄ້າຍຄຸມຂັງ-ດັດສ້າງ ລະຫວ່າງ (2 ແຂວງພາກເໜືອ) ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ແລະ ກອງບັນຊາການ ປກສ ແຂວງຊຽງຂວາງ ໃນວັນທີ 31 ຕຸລາ 2019 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫຼວງນໍ້າທາ, ເຂົ້າຮ່ວມມີ ພັທ ຫຸມພັນ ເຮືອງວົງສາ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫຼວງນໍ້າທາ ແລະ ພັທ ຈູຊົງ ຈືໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ພ້ອມດ້ວຍທີມງານ, ມີບັນດາຫົວໜ້າຄະນະຄ້າຍຄຸມຂັງ-ດັດສ້າງທັງສອງແຂວງ ເຂົ້າຮ່ວມ.

ພັທ ຫຸມພັນ ເຮືອງວົງສາ ໄດ້ລາຍງານສະພາບທີ່ຕັ້ງຈຸດພິເສດຂອງຄ້າຍໂດຍຫຍໍ້ ວ່າ:

ຄ້າຍຄຸມຂັງ-ດັດສ້າງ ແມ່ນຄ້າຍໜຶ່ງທີ່ມີບົດບາດທຽບເທົ່າກັບຂັ້ນຫ້ອງ ເຊິ່ງຂຶ້ນກັບ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ຄື: ດ້ານໂຄງຮ່າງການຈັດຕັ້ງ ປະກອບມີ 4 ພະແນກ ກັບ 1 ກອງຮ້ອຍ, ມີພະນັກງານ-ນັກຮົບທັງໝົດ 81 ສະຫາຍ, ມີສະມາຊິກພັກ 43 ສະຫາຍ, ສ້າງຕັ້ງເປັນຄະນະພັກຮາກຖານ ແລະ ມີ 4 ໜ່ວຍພັກຂຶ້ນກັບ.

ຕາງໜ້າຄ້າຍຄຸມຂັງ-ດັດສ້າງທັງ 2 ແຂວງ ມອບຂວງຂວັນທີ່ລະນຶກເຊິ່ງກັນແລະກັນ
ຕາງໜ້າຄ້າຍຄຸມຂັງ-ດັດສ້າງທັງ 2 ແຂວງ ມອບຂວງຂວັນທີ່ລະນຶກເຊິ່ງກັນແລະກັນ

ວຽກງານຕົ້ນຕໍຂອງຄ້າຍ ແມ່ນໄດ້ສຸມໃສ່ຄຸ້ມຄອງກວດກາສຶກສາອົບຮົມນັກໂທດ, ຜູ້ຖືກຫາ ແລະ ດັດສ້າງ, ສ້າງພະລາທິການກັບທີ່ ແລະ ປັບປຸງລະບົບພື້ນຖານໂຄງລ່າງຕ່າງໆ ເພື່ອຮອງຮັບໃຫ້ແກ່ການປະຈຳການ, ການຄຸ້ມຄອງນັກໂທດໃຫ້ຫັນເຂົ້າສູ່ລະບຽບຂອງຄ້າຍຢ່າງເຂັ້ມງວດ; ສໍາລັບວຽກງານການຜະລິດ, ປັດຈຸບັນມີງົວ 43 ໂຕ, ໝູ 200 ກວ່າໂຕ, ແບ້ 20 ໂຕ, ລ້ຽງປາ 21 ໜອງ, ປ່ອຍແນວພັນປາ ຊຸດ 1 ປະມານ 200.000 ກວ່າໂຕ, ເຮັດຫັດຖະກຳຈັກສານ ແລະ ປູກພືດຜັກປະເພດຕ່າງໆ ເພື່ອປ້ອນເຂົ້າເຮືອນຄົວລວມ.