ໄລຍະເວລາ 5 ປີ ທີ່ ທ້າວ ສຸລິຍາ ຫຼື ເລ້ ອາຍຸ 34 ປີ ບ້ານນາໂນ ເມືອງໄຊເສດ ຖາ ນະຄອນຫຼວງວຽງຈັນ ຖືກປະຕິບັດໂທດຈໍາຄຸກ ແລະ ປັບໃໝ 7.000.000 ກີບ ແຕ່ບໍ່ເຮັດໃຫ້ແນວຄິດ ແລະ ພຶດຕິ ກໍາຜູ້ກ່ຽວປ່ຽນແປງໄດ້. ພາຍຫຼັງພົ້ນໂທດອອກພຽງ 5 ເດືອນ ໄດ້ເຄື່ອນໄຫວລັກຊັບພົນລະເມືອງອີກ; ເຊິ່ງກໍ່ເຫດມາແລ້ວຫຼາຍຄັ້ງ ກ່ອນຖືກເຈົ້່າໜ້າທີ່ ປກສ ເມືອງໄຊເສດຖາ ຈັບດໍາເນີນຄະດີ ພ້ອມ ກັບລົດຈັກ ຈໍານວນ 2 ຄັນ ຂໍ້ຫາລັກຊັບ ພົນລະເມືອງ ໃນວັນທີ 9 ຕຸລາ 2019.

ຖືກໂທດ 5 ປີ ບໍ່ເຂັດຫຼາບ ສືບຕໍ່ເຄື່ອນໄຫວລັກຊັບພົນລະເມືອງ
ຖືກໂທດ 5 ປີ ບໍ່ເຂັດຫຼາບ ສືບຕໍ່ເຄື່ອນໄຫວລັກຊັບພົນລະເມືອງ

ເຈົ້າໜ້າທີ່ໜ່ວຍງານຄະດີອາຍາ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ:

ຜ່ານການສອບສວນ ຜູ້ກ່ຽວສາລະພາບວ່າ: ໃນປີ 2014 ໄດ້ຖືກເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ກັກຕົວດໍາເນີນຄະດີລັກຊັບພົນລະເມືອງ, ຖືກສານຕັດສິນລົງໂທດຈໍາຄຸກ 5 ປີ ປັບໃໝ 7.000. 000 ກີບ. ຈາກນັ້ນ, ວັນທີ 26 ເມສາ 2019 ໄດ້ພົ້ນໂທດກັບຄືນສູ່ຄອບຄົວໄດ້ໄລຍະ 5 ເດືອນ ຈຶ່ງໄປເຮັດວຽກກໍາມະກອນ ແລະ ມີແນວຄິດເຄື່ອນໄຫວລັກຊັບພົນລະເມືອງອີກ;ໂດຍຄັ້ງທໍາອິດແມ່ນໃນຕົ້ນເດືອນກັນຍາ ໄດ້ໄປຫຼິ້ນຢູ່ຮ້ານອາຫານແຫ່ງໜຶ່ງ ເຂດເສັ້ນທາງ 450 ປີ ພົບເຫັນລົດຈັກໂຊນິກສີຟ້າ ຈອດຢູ່ ຂ້າງຮ້ານຈຶ່ງໄດ້ຍ່າງໄປຖອດສາຍໄຟຄໍ ແລະ ຈູງອອກຈາກຮ້ານອາຫານ ຕິດຈັກຂີ່ເມືອເຮືອນ ເອົາໄປນໍາໃຊ້ໄດ້ໄລຍະໜຶ່ງ ແລ້ວປະໄວ້ຢູ່ເຮືອນ.

ຖືກໂທດ 5 ປີ ບໍ່ເຂັດຫຼາບ ສືບຕໍ່ເຄື່ອນໄຫວລັກຊັບພົນລະເມືອງ
ຖືກໂທດ 5 ປີ ບໍ່ເຂັດຫຼາບ ສືບຕໍ່ເຄື່ອນໄຫວລັກຊັບພົນລະເມືອງ

ໃນວັນທີ 15 ກັນຍາ ແມ່ນໄດ້ໄປຫຼິ້ນ ຢູ່ຮ້ານກິນດື່ມ ເຂດບ້ານໂຊກນ້ອຍ ກັບ ໝູ່ຄົນໜຶ່ງ ແຕ່ໝູ່ໄດ້ກັບກ່ອນ ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ໄປພັກເຊົາຢູ່ເຮືອນພັກ ແຫ່ງໜຶ່ງທີ່ຢູ່ໃກ້ຄຽງ ແລ້ວພົບເຫັນລົດ ຮອນດ້າຊູໂມເອັກ ສີຂຽວອ່ອນ ຈອດ ໄວ້ໃນຄອກລົດ ຈຶ່ງໄດ້ເຂົ້າໄປສັງເກດ ເບິ່ງບໍ່ເຫັນເຈົ້າຂອງ ແລ້ວເຂົ້າໄປຫັກຄໍ ລົດຈັກ ຈູງອອກໄປທາງນອກ ແລະ ຕິດ ຈັກລົດຄັນດັ່ງກ່າວຂີ່ກັບເຮືອນເພື່ອລໍຖ້າຕິດຕໍ່ຂາຍ. ວັນທີ 26 ກັນຍາ ເວລາ 4:00 ໂມງ ເຊົ້າ; ໄດ້ໄປເລາະຫຼິ້ນໂດຍນໍາໃຊ້ລົດຄັນທີ່ລັກມາຄັ້ງຫຼ້າສຸດ ເພື່ອຊອກຫາລັກຊັບພໍຂີ່ລົດຮອດຮ້ານອາຫານ ເຫັນວ່າເຈົ້າຂອງຮ້ານນອນຫຼັບແລ້ວ ຈຶ່ງໄດ້ໃຊ້ຄີມ ແລະ ກະແຈທີ່ກຽມມາຕັດກະແຈປະຕູ ເມື່ອສໍາເລັດກໍເຂົ້າໄປກວດຄົ້ນ ໄດ້ໂທລະ ສັບ ຈໍານວນ 2 ເຄື່ອງ; ຮອດວັນທີ 9 ຕຸລາ 2019 ກໍຖືກເຈົ້າໜ້າທີ່ ກັກຕົວຢູ່ ເຮືອນໄປດໍາເນີນຄະດີຕາມກົດໝາຍ.

ຖືກໂທດ 5 ປີ ບໍ່ເຂັດຫຼາບ ສືບຕໍ່ເຄື່ອນໄຫວລັກຊັບພົນລະເມືອງ
ຖືກໂທດ 5 ປີ ບໍ່ເຂັດຫຼາບ ສືບຕໍ່ເຄື່ອນໄຫວລັກຊັບພົນລະເມືອງ

ນອກນັ້ນ, ທ້າວ ເລ້ ຍັງສາລະພາບ ວ່າ: ຕະຫຼອດໄລຍະທີ່ເຄື່ອນໄຫວລັກຊັບພົນລະເມືອງ; ຜູ້ກ່ຽວຍັງໄດ້ພົວພັນ ເສບຢາບ້າ ເຊິ່ງເສບມື້ລະ 2-3 ເມັດ ແລະ ພາຍຫຼັງທີ່ລັກລົດຈັກໄດ້ໃນແຕ່ລະຄັ້ງ ກໍຈະເອົາໄປຂາຍໃຫ້ກັບຄົນທີ່ຮູ້ ຈັກ ແລະ ບ້ານໃກ້ຄຽງ ເພື່ອເອົາເງິນໄປຊື້ຢາບ້າໄປເສບ ແລະ ຫຼິ້ນກິນຟູມເຟືອຍ ຈົນໝົດ.