ໃນອາທິດຜ່ານມາ, ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ແລະ ກອງກໍ່ສ້າງຮາກຖານການເມືອງ 917 ປະຈຳ ເມືອງສິງ ແຂວງຫຼວງນໍ້າທາ ເປັນປະທານໂດຍ ທ່ານ ປອ ຈັນພິພັກ ກອງຈຳປາ ເຈົ້າເມືອງໆສິງ, ມີ ພັອ ພູວຽງ ຈະເລີນລັດ ຮອງຫົວໜ້າກົມສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ພັອ ຄໍາພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຫົວໜ້າຄະນະຫ້ອງ, 2 ກອງບັນຊາການ ປກຊ-ປກສ ເມືອງສິງ ເຂົ້າຮ່ວມ.

ມອບໃບຢັ້ງຢືນ ແລະ ໃບຍ້ອງຍໍໃຫ້ບັນດາສະຫາຍ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານກໍ່ສ້າງຮາກຖານການເມືອງ ໃນໄລຍະ 8 ປີຜ່ານມາ

ພັທ ຫຍຸຍ ເພັງເມືອງຄູນ ຫົວໜ້າກອງກໍ່ສ້າງຮາກຖານ 917 ຜ່ານບົດສະຫຼຸບຜົນງານ 8 ປີຜ່ານມາ ວ່າ:

ຄະນະພັກ-ຄະນະບັນຊາ ກອງກໍ່ສ້າງຮາກຖານການເມືອງ 917 ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກອງໃຫ້ມີແນວຄິດໜັກແໜ້ນທາງດ້ານການເມືອງ, ມີຄວາມຈູບຈ້າວຫ້າວຫັນຕໍ່ໜ້າທີວຽກງານວິຊາສະເພາະ, ເອົາໃຈໃສ່ລົງໃກ້ຊິດຕິດແທດ, ເຮັດວຽກງານການເມືອງແນວຄິດ ໃຫ້ປະຊາຊົນເຫັນໄດ້ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງ, ມູນເຊື້ອຂອງພັກ, ນັບທັງວຽກງານວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ, ລົງເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນໄດ້ຮັບຮູ້, ເຂົ້າໃຈໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຫັນໄດ້ຄວາມໝາຍຄວາມສຳຄັນໃນການພັດທະນາ.

ນອກນັ້ນ, ຍັງໄດ້ໄດ້ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສາມາດມ້າງຄະດີໄດ້ 260 ເລືອງ, ກັກຜູ້ຖືກຫາໄດ້ 179 ຄົນ ຍິງ 24 ຄົນ; ຢຶດຂອງກາງທີ່ພົວພັນເຖິງການກະທຳຜິດໄດ້ປະເພດຢາບ້າ 21.988 ເມັດ, ຝິ່ນ 600 ກຼາມ, ລົດຈັກ 13 ຄັນ, ລະເບີດຄ້ອນ 2 ໜ່ວຍ, ຫົວລູກປືນຄົກ 60 ມມ ທີ່ຍັງບໍ່ແຕກ 1 ລູກ, ໂທລະສັບມືຖື 19 ໜ່ວຍ, ເງິນ 200.000 ກີບ, 2.000 ບາດ, 21.318 ຢວນ.

ມອບໃບຢັ້ງຢືນ ແລະ ໃບຍ້ອງຍໍໃຫ້ບັນດາສະຫາຍ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານກໍ່ສ້າງຮາກຖານການເມືອງ ໃນໄລຍະ 8 ປີຜ່ານມາ

ກອງປະຊຸມໄດ້ຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງ ປກສ ສະບັບເລກທີ 2212/ປກສ ລົງວັນທີ 10 ຕຸລາ 2019 ວ່າດ້ວຍ ການຖອນພະນັກງານກໍ່ສ້າງຮາກຖານການເມືອງ 917 ປະຈຳເມືອງສິງ ແຂວງຫຼວງນໍ້າທາ ຈຳນວນ 29 ສະຫາຍ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງໆສິງ; ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການມອບໃບຢັ້ງຢືນ ແລະ ໃບຍ້ອງຍໍໃຫ້ບັນດາສະຫາຍທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານກໍ່ສ້າງຮາກຖານການເມືອງ ໄລຍະ 8 ປີຜ່ານມາ.

ໂອກາດດັ່ງກ່າວ, ທ່ານ ປອ ຈັນພິພັກ ກອງຈຳປາ ໄດ້ກ່າວສະແດງຄຳຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍຍາດມາໄດ້ ໂດຍສະເພາະແມ່ນການປັບປຸງ ແລະ ບູລະນະລະບົບໂຄງຮ່າງການຈັດຕັ້ງຢູ່ຂັ້ນຮາກຖານ, ການນຳເອົາມະຕິ, ຄຳສັ່ງ, ແຜນພັດທະນາເສດຖະກິດຂອງແຂວງກໍ່ຄືຂອງເມືອງລົງໂຄສະນາສຶກສາອົບຮົມໃຫ້ພໍ່-ແມ່ປະຊາຊົນ ໄດ້ຮັບຮູ້ເຊື່ອມຊຶມຕໍ່ແນວທາງ.