ສປປ ລາວ ຕັ້ງຢູ່ຈຸດຕັດຂອງອາຊີ ຕາເວັນອອກສຽງໃຕ້, ທາງຫຼວງສາຍຫຼັກ ແມ່ນຍາວແຕ່ເໜືອເຖິງໃຕ້ ( ທາງຫຼວງ ອາຊີ ສາຍເລກທີ 11 ) ແລະ ທາງຫຼວງ ທີ່ເຊື່ອມຕໍ່ຕາເວັນອອກ-ຕາເວັນຕົກ ທີ່ຜູ້ປະກອບການນໍາໃຊ້ສໍາລັບການຄ້າສາກົນ ເກືອບທັງໝົດ; ລົດບັນທຸກຂະໜາດໃຫຍ່ຈໍານວນຫຼາຍກັບລົດທ້ອງຖິ່ນທີ່ສັນຈອນໄປມາຜ່ານໝູ່ບ້ານນ້ອຍຕ່າງໆ ການໃຊ້ຄວາມໄວເກີນກໍານົດແມ່ນຂຶ້ນໄປໃນທົ່ວທຸກບ່ອນ. ສະນັ້ນ, ຈຶ່ງເປັນຄວາມສ່ຽງຕໍ່ການເກີດອຸບັດຕິເຫດ.

ວິໃສທັດເສັ້ນທາງຫຼວງແຫ່ງຊາດ ປີ 2030
ວິໃສທັດເສັ້ນທາງຫຼວງແຫ່ງຊາດ ປີ 2030

ໃນວິໄສທັດ 2030 ເສັ້ນທາງຫຼວງແຫ່ງຊາດ ຕ້ອງມີຄວາມປອດໄພ ໂດຍເສັ້ນທາງໃນຕົວເມືອງທີ່ມີການສັນຈອນໜາແໜ້ນ ຈະຕ້ອງມີຈຸດຈອດ-ຮັບຜູ້ ໂດຍສານທີ່ປອດໄພສໍາລັບລົດໂດຍສານສາທາລະນະ, ທາງຍ່າງ ແລະ ຈຸດຂ້າມທາງທີ່ປອດໄພ, ທາງຄົບກັນຈະຕ້ອງມີວົງວຽນ ຫຼື ໄຟອໍານາດ, ທາງຫຼວງແຫ່ງຊາດທີ່ມີການສັນຈອນໜາແໜ້ນ ຈະຕ້ອງມີເຫຼັກກັ້ນເພື່ອປ້ອງກັນບໍ່ໃຫ້ລົດຕົກອອກຈາກຖະໜົນ ຫຼື ປ້ອງກັນກະທົບຈາກດ້ານໜ້າ ແລະ ມີທາງເຊື່ອມທີ່ປອດໄພ; ເພື່ອເຮັດໃຫ້ລົດສາມາດເຂົ້າ-ອອກຈາກທາງຫຼວງໄດ້. ໄປພ້ອມກັບມາດຕະການຫຼຸດຜ່ອນຄວາມໄວແນ ໃສ່ຫຼຸດຜ່ອນຄວາມໄວຂອງລົດໃນເຂດຕົວເມືອງທີ່ມີສະພາບການສັນຈອນໜາແໜ້ນ ຫຼື ເຂດຊຸມຊົນແຄມທາງຫຼວງ ເຊິ່ງການຫຼຸດຜ່ອນຄວາມໄວຂອງຍານພາຫະນະ ແມ່ນສິ່ງສໍາຄັນຄຽງຄູ່ກັບການກໍາຈັດຄວາມໄວ.

ນອກນີ້, ການປ່ຽນແປງສະພາບເສັ້ນທາງ ເພື່ອປົກປ້ອງຜູ້ນໍາໃຊ້ເສັ້ນທາງ ຈາກການເສຍຊີວິດ ຫຼື ບາດເຈັບຢ່າງຮຸນ ແຮງໃນກໍລະນີມີຂໍ້ຜິດພາດ ຈະຕ້ອງມີການສຶກສາເພີ່ມຕື່ມ ເພືື່ອໃຫ້ມີຄວາມເຂົ້າໃຈໃນລະດັບໃໝ່ ແລະ ຈະຕ້ອງມີການລົງທຶນທີ່ສໍາຄັນ ເພື່ອຮັບປະກັນວ່າພວກເຮົາຈະຮຽນຮູ້ຈາກການກະທໍາ; ພວກເຮົາຈະດໍາເນີນໂຄງການທົດລອງ ຫຼາຍໂຄງການຄຽງຄູ່ກັບການພັດທະນາມາດຕະຖານຄວາມປອດໄພທາງດ້ານວິຊາການ. ໂດຍການອອກແບບເສັ້ນທາງຕ້ອງມີການປົກປ້ອງຄວາມປອດໄພທີ່ດີຂຶ້ນກວ່າເກົ່າ ສໍາລັບຜູ້ທີ່ນໍາໃຊ້ເສັ້ນທາງ; ໃນນີ້ ໂຄງການສາທິດຈະສຸມໃສ່ທາງ ຫຼວງ ເລກທີ 11 ລະຫວ່າງນະຄອນຫຼວງ ວຽງຈັນ-ຈໍາປາສັກ ເຊິ່ງສ່ວນຫຼາຍຈະເປັນຖະໜົນລຽບ, ມີການສັນຈອນຂອງລົດບັນທຸກຢ່າງຫຼວງຫຼາຍ ແລະ ມີການນໍາໃຊ້ຄວາມໄວທີ່ເກີນກໍານົດ ແລະ ຈະສຸມໃສ່ສຸມໃສ່ເສັ້ນທາງພູເຂົາຂອງ ທາງຫຼວງ ເລກທີ 11 ທີ່ມີບັນຫາທາງ ດ້ານຄວາມປອດໄພທີ່ແຕກຕ່າງກັນ; ສໍາລັບເສັ້ນທາງຢູ່ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ຈໍາປາສັກ ມີຄົນຍ່າງ, ລົດຈັກ, ລົດເມ, ລົດບັນທຸກ, ລົດໃຫຍ່ສັນຈອນໄປມາ ແມ່ນເປັນເຂດ ການຄ້າ ແລະ ທີ່ຢູ່ອາໄສໜັກແໜ້ນທັງເປັນເສັ້ນທາງທີ່ມີຜູ້ບາດເຈັບຢ່າງຮ້າຍ ແຮງຈາກອຸບັດຕິເຫດທີ່ເກີດຂຶ້ນ. ເຊິ່ງໂຄງການສາທິດຄວາມປອດໄພທາງ ຫຼວງດັ່ງກ່າວ ຈະໄດ້ຮັບການພັດທະນາ ຕາມຫຼັກການລະບົບຄວາມປອດໄພ; ເຮັດວຽກພາຍໃນກອບຄວາມຄິດການສັນຈອນທີ່ຍືນຍົງ ເຊິ່ງຈະໄດ້ຮັບປະກັນວ່າ ຈະບໍ່ມີການເສຍຊີວິດ ແລະ ບາດເຈັບ ທີ່ຮຸນແຮງເກີດຂຶ້ນອັນເປັນຜົນມາຈາກອຸບັດຕິເຫດຕາມເສັ້ນທາງຫຼວງ ທັງເປັນ ການສາທິດໃຫ້ເຫັນເຖິງການນໍາໃຊ້ມາດຕະການຄວາມປອດໄພຢ່າງເປັນລະບົບທີ່ສໍາຄັນ.

ອຸບັດຕິເຫດທີ່ເກີດຂຶ້ນ
ອຸບັດຕິເຫດທີ່ເກີດຂຶ້ນ

ພ້ອມນີ້, ການລົງທຶນໃສ່ການຮັບມືພາຍຫຼັງເກີດອຸບັດຕິເຫດດ້ານຂະແໜງສາທາລະນະສຸກ ມີບົດບາດສໍາຄັນຕໍ່ ຄວາມປອດໄພຕາມເສັ້ນທາງ ໂດຍສະເພາະແມ່ນການຮັບມືພາຍຫຼັງເກີດອຸບັດຕິເຫດດ້ວຍການປິ່ນປົວສຸກເສີນ ແລະ ການເບິ່ງແຍງຄົນເຈັບ ປະກອບດ້ວຍການແຈ້ງເຫດສຸກເສີນກ່ຽວກັບອຸບັດຕິເຫດ, ການສົ່ງຄົນເຈັບຈາກອຸບັດຕິເຫດໄປສະຖານທີ່ປິ່ນປົວ, ການປິ່ນປົວໂດຍພະນັກງານທີ່ມີຄວາມຮູ້ຄວາມສາມາດ ແລະ ການການຝຶກອົບຮົມສະເພາະດ້ານມາເປັນຢ່າງດີ ຕະຫຼອດຮອດການພັກຟື້ນ, ການຟື້ນຟູສໍາລັບຜູ້ບາດເຈັບຈາກອຸບັດຕິເຫດ.

ອຸບັດຕິເຫດທີ່ເກີດຂຶ້ນ
ອຸບັດຕິເຫດທີ່ເກີດຂຶ້ນ

ໃນໄລຍະຜ່ານມາ ບັນດາກະຊວງທີ່ກ່ຽວຂ້ອງ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຫຼຸດຜ່ອນອຸ ບັດຕິເຫດຢ່າງເປັນລະບົບບໍ່ລົດລະຄວາມພະຍາຍາມ ຄຽງຄູ່ກັບການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ; ແຕ່ໃນທາງກົງກັນຂ້າມ ຍັງມີອຸບັດຕິເຫດເກີດຂຶ້ນຢ່າງລຽນຕິດ ສືບເນື່ອງມາຈາກຜູ້ໃຊ້ລົດ-ໃຊ້ຖະໜົນຈໍານວນຫຼາຍ ຍັງປະຕິບັດກົດລະບຽບຈະລາຈອນທີ່ວາງອອກບໍ່ທັນໄດ້ດີ ຕະຫຼອດຮອດສະພາບເສັ້ນທາງບໍ່ສາມາດຮອງຮັບການເພີ່ມຂຶ້ນຂອງພາຫະນະ ແລະ ຍັງບໍ່ມີຄວາມອໍານວຍຄວາມສະດວກຄົບຊຸດທັງໝົດນີ້ລ້ວນແລ້ວແຕ່ແມ່ນປັດໄຈຂອງການເກີດອຸບັດຕິເຫດ, ມາເຖິງປັດຈຸບັນນີ້ ໄດ້ເວລາແລ້ວທີ່ທຸກພາກສ່ວນໃນສັງຄົມຕ້ອງເປັນເຈົ້າການໃນການຫຼຸດຜ່ອນອຸບັດຕິເຫດທາງຖະໜົນຢ່າງເປັນຮູບປະທໍາ.