ບໍລິສັດ ລາວຟອດຊີຕີ ມອບໂຊກໃຫຍ່ ຄືນກໍາໄລໃຫ້ລູກຄ້າ

0
868

ໃນວັນທີ 6 ພະຈິກ 2019 ບໍລິສັດ ລາວຟອດຊີຕີ ໄດ້ຈັດງານຈັບສະຫຼາກມອບໂຊກໃຫຍ່ ຄືນກໍາໄລໃຫ້ລູກຄ້າ ແລະ ທັງເປັນການສ້າງຄວາມໄວ້ວາງໃຈໃນ ບໍລິສັດ ລາວຟອດ ທີ່ໄດ້ແຈກແທ້ໃຫ້ລູກຄ້າຕາມເງື່ອນໄຂລຸ້ນໂຊກ ງ່າຍໆ ພຽງແຕ່ລູກຄ້າທ່ານໃດທີ່ຊື້ ຫຼື ຜ່ອນລົດຟອດທຸກລຸ້ນໃນໄລຍະເດືອນມັງກອນ 2019 ຫາ 30 ມິຖຸນາ 2019 ກໍຈະມີສິດລຸ້ນຮັບລາງວັນໃຫຍ່ ໂດຍຈະມີຄູປອງ ເພື່ອລຸ້ນ ຮັບໂຊກລາງວັນທີ 1 ຟອດ Ecosport ECOBOOTS ຈໍານວນ 1 ຄັນ; ເຊິ່ງລາງວັນທີ 1 ມີ ລົດຟອດ Ecosport ECOBOOTS ຈຳນວນ 1 ຄັນ, ລາງວັນທີ 2 ສາຍຄໍຄຳ ໜັກ 2 ບາດ ຈໍານວນ 5 ລາງວັນ; ລາງວັນທີ 3 Samsung Galaxy Note 10 ຈຳນວນ 5 ລາງວັນ.

ລາວຟອດຊີຕີ ມອບໂຊກໃຫຍ່ ຄືນກໍາໄລໃຫ້ລູກຄ້າ
ລາວຟອດຊີຕີ ມອບໂຊກໃຫຍ່ ຄືນກໍາໄລໃຫ້ລູກຄ້າ

ສໍາລັບໂຄງການຈັບສະຫຼາກມອບໂຊກໃຫຍ່ ຄືນກໍາໄລໃຫ້ລູກຄ້າຂອງ ບໍລິສັດ ລາວຟອດ ຄັ້ງນີ້, ຜູ້ໂຊກດີທີ່ໄດ້ ຮັບລາງວັນທີ 1 ໄດ້ແກ່ ທ້າວ ດາວອນ ທອງວິໄລ ບ້ານ ໂພນສະອາດໃຕ້ ເມືອງແປກ ແຂວງຊຽງຂວາງ ເບີໂທ: 020 28782787.ສ່ວນລາງວັນທີ 2 ໄດ້ແກ່ ທ້າວ ບ່ອງ ນິລາວັນ; ທ້າວ ໄກສອນ ສົນທິກຸມມານ; ທ້າວ ຄຳ ໄຊຍະວົງ; ທ້າວ ວັນ ນະສິດ ພວງມະໄລ; ທ້າວ ສິລິໂສພາ ສຸມຸນທາ ແລະ ລາງ ວັນທີ 3 ໄດ້ແກ່ ທ້າວ ສີສຸນົນ; ນາງ ດາວອນ (ດາວອນ ອໍໂຕ້) ; ທ້າວ ມະໄລທອງ ແກ່ນສັກດາ; ບໍລິສັດ ເຊບລອນ ຄອບຟີ ແລະ ທ່ານ ວຽງສິງ ທອງມະນີວົງ.