ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ນໍາລົດຈັກ ຈໍານວນ 5 ຄັນ ທີ່ຖືກຄົນຮ້າຍລັກໄປມອບຄືນໃຫ້ເຈົ້າຂອງເດີມ ມອບໂດຍ ພັທ ທອງ ສະຫວັດ ແສນສຸວາດ ຫົວໜ້າກອງບັນຊາການ ປກສ ເມືອງ ພ້ອມດ້ວຍຄະນະ.

ພັທ ທອງສະຫວັດ ແສນສຸວາດ ໃຫ້ຮູ້ວ່າ: ລົດຈັກ ຈໍານວນ 5 ຄັນ ຄື: ລົດຮອນດ້າເວັບ 100 ຈໍານວນ 4 ຄັນ ແລະ ລົດຮອນດ້າຊູໂມ ເອັກ 1 ຄັນ ໂດຍສາມາດເກັບກູ້ໄດ້ຈາກ ຄົນຮ້າຍ ຈໍານວນ 2 ກຸ່ມ ທີ່ເຄື່ອນໄຫວກໍ່ເຫດລັກຊັບ ແລະ ຊິງຊັບຂອງພົນລະເມືອງໃນຂອບເຂດ ແລະ ອ້ອມຂ້າງເມືອງ. ດັ່ງນັ້ນ, ຈຶ່ງມອບຄືນໃຫ້ເຈົ້າຂອງເດີມເປັນຜູ້ຄຸ້ມຄອງ ເນື່ອງຈາກວ່າ ລົດບາງຄັນແມ່ນຍັງຢູ່ໃນໄລຍະຂອງການຜ່ອນ-ດາວ ແລະ ນໍາໃຊ້ໄດ້ພຽງໄລຍະເວລາສັ້ນ ແຕ່ກໍຖືກຄົນຮ້າຍລັກໄປເສຍກ່ອນ.

ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງ ພໍ່-ແມ່ປະຊາຊົນ ຕະຫຼອດຮອດຜູ້ນໍາໃຊ້ຍານພາຫະນະທຸກພາກສ່ວນໃຫ້ເອົາໃຈ ໃສ່ໃນການປົກປັກຮັກສາ, ມີສະຕິສູງໃນການຮັກສາຊັບສິນຂອງຕົນເອງ. ຖ້າຫາກຈໍາເປັນຕ້ອງຈອດລົດໄວ້ ກໍຄວນນໍາໄປຝາກຢູ່ສະຖານທີ່ຮັບຝາກ ຫຼື ຈອດ ໄວ້ໃນເຮືອນຊານ ກໍຄວນໃສ່ກະແຈເປັນທີ່ຮຽບຮ້ອຍ ແລະ ແໜ້ນໜາ ເພື່ອປ້ອງກັນບໍ່ຄົນຫວັງດີລັກໄປໄດ້ງ່າຍ.