ໜ່ວຍຊາວໜຸ່ມ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2019 ແລະ ວາງທິດທາງແຜນການ ປີ 2020 ໃນວັນທີ 7 ພະຈິກ 2019 ເປັນປະທານໂດຍ ຮອ ແສງພະຈັນ ເທບຄຳວົງ ເລຂາໜ່ວຍຊາວໜຸ່ມຫ້ອງຕຳຫຼວດ, ເຂົ້າຮ່ວມມີ ພັທ ສີນະຄອນ ນາມມະລາດ ຮອງຫົວໜ້າຫ້ອງຕຳຫຼວດ, ມີຄະນະຮາກຖານຊາວໜຸ່ມ ປກສ ແຂວງ, ສະຫະພັນແມ່ຍິງຫ້ອງຕຳຫຼວດ ແລະ ແຂກຮັບເຊີນ, ຕະຫຼອດຮອດສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ຮອ ແສງພະຈັນ ເທບຄຳວົງ ກ່າວວ່າ: 1 ປີຜ່ານມາ, ຄະນະໜ່ວຍຊາວໜຸ່ມຫ້ອງຕຳຫຼວດ ໄດ້ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ບັນສະມາຊິກຊາວໜຸ່ມເປັນບັນຫາສຳຄັນ ໂດຍໄດ້ນຳໃຊ້ຫຼາຍວິທີ, ຫຼາຍຮູບການ ແລະ ເຮັດຢ່າງປົກກະຕິ-ຕໍ່ເນື່ອງ ເພື່ອສ້າງໃຫ້ບັນດາສະມາຊິກພາຍໃນໜ່ວຍມີຄວາມອຸນອຽນທຸ່ນທ່ຽງ, ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງຕໍ່ແນວທາງຂອງພັກ, ກົດໝາຍຂອງລັດ ກໍຄື ກົດລະບຽບຂອງກຳລັງປ້ອງກັນຄວາມສະຫງົບ ວາງອອກ.

ພ້ອມນີ້, ຄະນະໜ່ວຍ ຍັງໄດ້ເອົາໃຈໃສ່ໃນການປັບປຸງ ແລະ ຂະຫຍາຍການຈັດຕັ້ງໃຫ້ເຂັ້ມແຂງ, ມີຄຸນນະພາບດີຂຶ້ນເປັນກ້າວໆ, ປັບປຸງແບບແຜນວິທີການເຄື່ອນໄຫວວຽກງານຊາວໜຸ່ມ ຕິດພັນກັບ ການເຄື່ອນໄຫວວິຊາສະເພາະຂອງແຕ່ລະເຫຼົ່າຮົບ ແລະ ມີການຕີລາຄາຈັດແບ່ງປະເພດບັນດາສະມາຊິກຊາວໜຸ່ມ ຄື: ປະເພດແຂງ 258 ສະຫາຍ ຍິງ 49 ສະຫາຍ ແລະ ວຽກງານການສ້າງຂະບວນການຕ່າງໆ ຢ່າງມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ.

ບັນດາພະນັກງານ-ນັກຮົບ, ແຂກຮັບເຊີນ ແລະ ສະມາຊິກໜ່ວຍຊາວໜຸ່ມຫ້ອງຕຳຫຼວດ ປກສ ແຂວງສະຫວັນນະເຂດ ທີ່ເຂົ້າຮ່ວມກອງປະຊຸມ
ບັນດາພະນັກງານ-ນັກຮົບ, ແຂກຮັບເຊີນ ແລະ ສະມາຊິກໜ່ວຍຊາວໜຸ່ມຫ້ອງຕຳຫຼວດ ປກສ ແຂວງສະຫວັນນະເຂດ ທີ່ເຂົ້າຮ່ວມກອງປະຊຸມ

+ ເອົາໃຈໃສ່ວຽກງານງານຈັດຕັ້ງປະຕິບັດ 4 ບຸກ ຄື:

  • ບຸກທະລຸທາງດ້ານຈິນຕະນາການ
  • ບຸກທະລຸທາງດ້ານຊັບພະຍາກອນມະນຸດ
  • ບຸກທະລຸທາງດ້ານແບບແຜນວິທີເຮັດວຽກ
  • ບຸກທະລຸທາງດ້ານການແກ້ໄຂຊີວິດການເປັນຢູ່

ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັ້ນ 4 ບຸກ ໃນໄລຍະຜ່ານມາ, ໜ່ວຍຊາວໜຸ່ມຫ້ອງຕຳຫຼວດຂອງພວກເຮົາ ສາມາດຢັ້ງຢືນໜ່ວຍ 4 ບຸກ ໄດ້ 2 ປີຊ້ອນ ແລະ ໄດ້ຮັບທຸງໄຊ 4 ບຸກ ຂອງ ໜ່ວຍຊາວໜຸ່ມ. ຈາກນັ້ນ, ກອງປະຊຸມກໍໄດ້ປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບຢ່າງກົງກົງມາ ແລະ ພ້ອມກັນສືບຕໍ່ທິດທາງແຜນການ ໃນປີ 2020 ໃນການຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກ ໃຫ້ສຳເລັດຜົນຕາມລະດັບຄາດໝາຍ.