ວັນທີ 12 ພະຈິກ 2019, ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ພົທ ກົວລຸຍມີນ ຮອງເຈົ້າແຂວງກຸ້ຍໂຈ ຫົວໜ້າກອງບັນຊາການ ປກສ ແຂວງກຸ້ຍໂຈ ແຫ່ງ ສປ ຈີນ ພ້ອມຄະນະ, ໃນໂອກາດທີ່ເດີນທາງມາຮ່ວມ ກອງປະຊຸມພົບປະແລກປ່ຽນບົດຮຽນ ກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ສປປ ລາວ ໃນລະຫວ່າງວັນທີ 10-13 ພະຈິກນີ້.

ໂອກາດດັ່ງກ່າວ, ພົທ ກົວລຸຍມີນ ຮອງເຈົ້າແຂວງກຸ້ຍໂຈ ໄດ້ລາຍງານ ຜົນການພົບປະແລກປ່ຽນບົດຮຽນ ເຊິ່ງກັນແລະກັນ ກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃນຫຼາຍດ້ານວຽກງານ ເຫັນວ່າ: ມີຜົນສຳເລັດຕາມຄາດໝາຍ.

ພ້ອມດຽວກັນນີ້, ພົຕ ປອ ສົມຫວັງ ທໍາມະສິດ ພ້ອມຄະນະ ກໍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການພົບປະແລກປ່ຽນບົດຮຽນຂອງ 2 ກອງບັນຊາການ ເພື່ອເປັນການສືບຕໍ່ສາຍພົວພັນຮ່ວມມືຂອງ ສອງກຳລັງ ເວົ້າລວມ, ເວົ້າສະເພາະ ກໍຄື 2 ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ກອງບັນຊາການ ປກສ ແຂວງກຸ້ຍໂຈ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກ່ວາເກົ່າ, ພ້ອມກັນສືບຕໍ່ຮ່ວມມື ຊ່ວຍເຫຼືອເຊິ່ງກັນແລະກັນ ໂດຍສະເພາະແມ່ນ ການກໍ່ສ້າງກຳລັງ ປກສ ແລະ ການຮ່ວມມືກັນດ້ານອື່ນໆ.

ໃນໄລຍະຜ່ານມາ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ມີການຮ່ວມມືກັບ ກອງບັນຊາການ ປກສ ແຂວງກຸ້ຍໂຈ ໃນປີ 2014, ໂດຍມີການລົງນາມບົດບັນທຶກການຮ່ວມມືດ້ວຍກັນ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ຢ່າງຮອບດ້ານ, ຊ່ວຍເຫຼືອຈັບບຸກຄົນທີ່ຕ້ອງສົງໄສກໍ່ການກະທໍາຜິດ ແລະ ຊ່ວຍເຫຼືອກວດຂໍ້ມູນເບາະແສຄະດີຂ້າມຊາດ.

ນອກນັ້ນ, ໃນປີ 2016 ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ກໍໄດ້ຢ້ຽມຢາມ ກອງບັນຊາການ ປກສ ແຂວງກຸ້ຍໂຈ ເພື່ອແລກປ່ຽນບົດຮຽນດ້ວຍກັນ ດ້ານວຽກງານສະກັດກັ້ນ ແລະ ປາບປາມຢາເສບຕິດ, ຕ້ານການໂຈລະກໍາທາງອິນເຕີເນັດ, ການກໍ່ອາຊະຍາກໍາຂ້າມຊາດ, ການຄ້າມະນຸດ ແລະ ການຮ່ວມມືໄລ່ຊອກໄລ່ຈັບເປົ້າໝາຍທີ່ມາ ແລະ ໄປລີ້ຊ່ອນ ຢູ່ພື້ນທີ່ຂອງສອງຝ່າຍ.