ຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວຊີ້ນຳ-ນຳພາ ປະຈໍາໄຕມາດ III ແລະ ວາງທິດທາງແຜນການ ໄຕມາດ IV ໃນວັນທີ 5 ພະຈິກ 2019 ໂດຍການເປັນປະທານຂອງ ສະຫາຍ ພັທ ບຸນເສີດ ໄຊຍະສານ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາ, ມີ ສະຫາຍ ສົມໝາຍ ໄຊຍະວົງ ຄະນະປະຈໍາພັກ ຫົວໜ້າຫ້ອງວ່າການປົກຄອງ ເມືອງວຽງຄໍາ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ.

ສະຫາຍ ພັທ ບຸນມີ ວໍລະເດດ ຄະນະພັກຮາກຖານ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງຄຳ ກ່າວວ່າ:

ຜ່ານມາ, ຄະນະພັກໄດ້ເປັນເຈົ້າການໃນການນຳພາຈັດຕັ້ງວາງແຜນວຽກງານວິຊາສະເພາະໃນທຸກດ້ານ ແລະ ທຸກຂົງເຂດ ດ້ວຍຄວາມຮັບຜິດຊອບສູງຮັບປະກັນຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ພ້ອມນັ້ນ, ຍັງໄດ້ນຳເອົາບັນດາເອກະສານ, ມະຕິ, ຄຳສັ່ງ, ຂໍ້ຕົກລົງຄຳສັ່ງ ແນະນຳຕ່າງໆເວົ້າລວມ, ເວົົ້າສະເພາະກົດລະບຽບຂອງພັກ, ຂໍ້ຫ້າມໃນກຳລັງປ້ອງກັນຄວາມສະຫງົບ ເພື່ອເຊື່ອມຊຶມໃຫ້ສະມາຊິກພັກຮັບຮູ້ ແລະ ເຂົ້າໃຈໃນການຈັດຕັ້ງປະຕິບັດເຫັນໄດ້ພະນັກງານສະມາຊິກພັກມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຫຼັກໝັ້ນ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ.

ນອກນີ້, ຄະນະພັກຮາກຖານ ຍັງໄດ້ແບ່ງຄວາມຮັບຜິດຊອບລົງຊີ້ນຳ-ນຳພາ ແລະ ຮ່ວມຊີວິດນຳແຕ່ລະໜ່ວຍພັກ ແລະ ສອງອົງການຈັດຕັ້ງມະຫາຊົນເປັນປົກກະຕິ, ໄດ້ກະຕຸກຊຸກຍູ້ແຕ່ລະພະແນກແຕ່ລະກຸ່ມບ້ານໃນການຮ່ວມຊີວິດເຮັດວຽກງານການເມືອງ-ແນວຄິດໃຫ້ບັນດາພະນັກງານ-ນັກຮົບໃນຄວາມ ຮັບຜິດຊອບຂອງຕົນສຳເລັດ, ຄະນະພັກໄດ້ຈັດຕັ້ງແບ່ງຄວາມຮັບຜິດຊອບໃຫ້ສະຫາຍໃນຄະນະພັກຮັບຜິດຊອບຊີ້ນຳອົງການຈັດຕັ້ງມະຫາຊົນ, ຊາວໜຸ່ມ, ແມ່ຍິງ, ເອົາໃຈໃສ່ປັບປຸງຂະຫຍາຍພັກໄປຕາມລະບຽບຂອງພັກສາມາດສະເໜີມະຫາຊົນຜູ້ກ້າວໜ້າຮຽນລະບຽບພັກ 1 ສະຫາຍ, ມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກ 9 ສະຫາຍ; ເລື່ອນສຳຮອງຂຶ້ນສົມບູນ 8 ສະຫາຍ.

ທິດທາງແຜນການ 3 ເດືອນໃນຕໍ່ ໜ້າຈະກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ ແລະ ມີຄວາມເປັນເອກະພາບໃນການຊີ້ນຳ-ນຳພາຮັບປະກັນຫຼັກການລວມສູນປະຊາທິປະໄຕ; ສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະບໍລິຫານງານ ພັກເມືອງວຽງຄຳ ເວົ້າລວມ, ເວົ້າສະເພາະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານ ປກສ ເມືອງວຽງຄໍາ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ໂອກາດດຽວກັນ, ສະຫາຍ ສົມໝາຍ ໄຊຍະວົງ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ຈົ່ງເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ແນວ ຄິດໃຫ້ແກ່ພະນັກງານ-ນັກຮົບຢ່າງເປັນປົກກະຕິ, ສືບຕໍ່ກະຕຸກຊຸກຍູ້ໃຫ້ແຕ່ ລະພະແນກ, ກຸ່ມບ້ານ, ໜ່ວຍງານວິຊາ ສະເພາະໃຫ້ໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນ, ສືບຕໍ່ນຳພາ-ບັນຊາຂຶ້ນ ບັນຊີຕິດຕາມກວດກາຄຸ້ມຄອງການເຄື່ອນໄຫວຂອງເປົ້າໝາຍປະຕິການ ເກົ່າ, ປະຕິການໃໝ່ໃຫ້ຖືກຕ້ອງຕາມຫຼັກການວິຊາສະເພາະ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່.