ກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ໜ່ວຍພັກຮາກຖານ ກົມການເງິນ ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 8 ພະຈິກ 2019, ເປັນປະທານໂດຍ ສະຫາຍ ພັອ ໜູຈອນ ກ້ອນທອງດຳ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມການເງິນ, ເຂົ້າຮ່ວມໂດຍ ສະຫາຍ ພົຈວ ໜູດີ ມີໄຊຍະລາດ ເລຂາຄະນະບໍລິຫານງານພັກກົມໃຫຍ່ ຫົວໜ້າກົມໃຫຍ່ພະລາທິການ, ມີແຂກຖືກເຊີນ, ພະນັກງານບຳນານ ແລະ ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ສະຫາຍ ພັອ ໜູຈອນ ກ້ອນທອງດຳ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມການເງິນ ໄດ້ຜ່ານບົດລາຍງານການເມືອງ ໄລຍະ 3 ປີ ຜ່ານມາ ວ່າ:

ໄດ້ເອົາໃຈໃສ່ນໍາພາ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ເປັນປົກກະຕິ, ນຳພາເຊື່ອມຊຶມກຳແໜ້ນ ຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຍົກສູງທັດສະນະຫຼັກໝັ້ນຊົນຊັ້ນ, ມີຄວາມປອດໃສ, ໜັກແໜ້ນທາງດ້ານການເມືອງ, ມີຄວາມສາມັກຄີເປັນເອກະພາບ.

ໄດ້ຄົ້ນຄວ້າເກັບກຳຂໍ້ມູນ ແລະ ສ້າງແຜນງົບປະມານ ເຊິ່ງສາມາດປະຕິບັດລາຍຮັບວິຊາການ ປີ 2019 ໄດ້ຮັບອະນຸມັດ 39.379,92 ລ້ານກີບ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 190%, ການປະຕິບັດຕົວເລກງົບປະມານ ປີ 2019 ໄດ້ຮັບອະນຸມັດ 1.780,53 ລ້ານກີບ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 3,9%, ເອົາໃຈໃສ່ຊີ້ນໍາ, ຄຸ້ມຄອງ ແລະ ຊຸກຍູ້ການຈັດຕັ້ງປະຕິບັດງົບປະມານ ໃຫ້ຫັນເຂົ້າສູ່ລະບຽບຫຼັກການ, ຖືກກັບເປົ້າໝາຍ, ສໍາເລັດຕາມກໍານົດເວລາ ແລະ ຕອບສະໜອງທາງດ້ານງົບປະມານຕ່າງໆ ໄດ້ຕາມເປົ້າໝາຍ ແລະ ຖືກຕ້ອງຕາມລະບຽບຫຼັກການ.

ພ້ອມນັ້ນ, ຍັງໄດ້ເອົາໃຈໃສ່ບູລະນະ ກົງຈັກການຈັດຕັ້ງຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ ໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ຮອບດ້ານ ເຊິ່ງໄດ້ຮັບການຍ້ອງຍໍ 3 ດີ ປະເພດ I ຈຳນວນ 21 ສະຫາຍ, ໄດ້ຮັບການຍ້ອງຍໍຈາກ ສູນກາງຊາວໜຸ່ມ 2 ສະຫາຍ, ຂັ້ນກະຊວງ ປກສ 3 ສະຫາຍ, ພະນັກງານໄດ້ຮັບການເລື່ອນຊັ້ນ 33 ສະຫາຍ ຍິງ 12 ສະຫາຍ.

ສຳລັບໃນປີ 2019, ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ສາມາດເລືອກໄດ້ປະເພດແຂງ 29 ສະຫາຍ ຍິງ 13 ເທົ່າກັບ 86,29%, ສາມາດຂະຫຍາຍມະຫາຊົນກ້າວໜ້າ ຮຽນສະໜັບສະໜູນພັກ 12 ສະຫາຍ ຍິງ 4 ສະຫາຍ, ຮຽນລະບຽບພັກ 10 ສະຫາຍ ຍິງ 3 ສະຫາຍ, ເຂົ້າພັກສໍາຮອງ 5 ສະຫາຍ ຍິງ 2 ສະຫາຍ ແລະ ເລື່ອນຂຶ້ນສົມບູນ 3 ສະຫາຍ ຍິງ 2 ສະຫາຍ.

ໃນກອງປະຊຸມ ຍັງໄດ້ປ່ອນບັດເລືອກເອົາ ຄະນະໜ່ວຍພັກ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 7 ສະຫາຍ ເລືອກເອົາ 5 ສະຫາຍ ທີ່ມີຄວາມຮູ້-ຄວາມສາມາດ, ມີບົດຮຽນໃນການຊີ້ນຳ-ນຳພາ, ມີຄວາມບໍລິສຸດສັດຊື່, ມີຄວາມຈົງຮັກພັກດີ ແລະ ມີມາດຖານເງື່ອນໄຂຄົບຖ້ວນ; ຜ່ານການປ່ອນບັດ ສາມາດເລືອກໄດ້ ສະຫາຍ ພັອ ໜູຈອນ ກ້ອນທອງດຳ ເປັນເລຂາ, ສະຫາຍ ພັທ ນາງ ທອງປັນ ພົມຫຼ້າວົງ ເປັນຮອງເລຂາ, ສະຫາຍ ພັທ ນາງຈຳ ປາທອງ ເຄນສຸລິນ ເປັນປະທານກວດກາ, ພັທ ອານຸສັກ ພົມມີໄຊ ແລະ ພັທ ນາງ ຈັນທີ ເນົາວະລາດ ເປັນຄະນະ.

ສະຫາຍ ພົຈວ ໜູດີ ມີໄຊຍະລາດ ເລຂາຄະນະບໍລິຫານງານພັກ ຫົວໜ້າກົມໃຫຍ່ພະລາທິການ ໄດ້ເນັ້ນຕໍ່ກອງປະຊຸມ ວ່າ:

ໃຫ້ສະມາຊິກພັກທຸກສະຫາຍ ເອົາໃຈໃສ່ເຊື່ອມຊຶມກຳແໜ້ນ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ຢ່າງເລິກເຊິ່ງ, ເອົາໃຈໃສ່ປະຕິບັດໜ້າທີ່ເປັນ ເສນາທິການ ໃຫ້ແກ່ການນຳກົມໃຫຍ່ ໃນການນຳພາ-ຄຸ້ມຄອງ, ເອົາໃຈໃສ່ປັບປຸງກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ສາມາດເລືອກໄດ້ ຜູ້ທີ່ມີຄວາມຮູ້-ຄວາມສາມາດ ເພື່ອປະຕິບັດໜ້າທີ່ ແລະ ຮັບປະກັນວຽກງານການເງິນ ໃຫ້ແກ່ ກຳລັງ ປກສ ໃນຂອບເຂດທົ່ວປະເທດ ໃຫ້ມີຜົນສຳເລັດເປັນກ້າວໆ.