ກະຊວງ ປກສ ເປັນເຈົ້າການກວດກາຄົນເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ ໃນລາວ

0
2501

ໃນວາລະດໍາເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສະພາແຫ່ງຊາດ ຊຸດທີ VIII ຄັ້ງວັນທີ 13 ພະຈິກ 2019 ເປັນປະທານໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ເຊິ່ງ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ ກໍໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ການຕິດຕາມກວດກາຄົນເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ ທີ່ມາເຄື່ອນໄຫວຢູ່ ສປປ ລາວ ໂດຍໃຫ້ຮູ້ວ່າ: ໄລຍະຜ່ານມາ, ເຫຼົ່າວິຊາສະເພາະທີ່ຮັບຜິດຊອບວຽກງານດັ່ງກ່າວ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ສາມາດຮັບປະກັນໃຫ້ສັງຄົມມີຄວາມສະຫງົບ ໂດຍພື້ນຖານ.

ພົທ ວິໄລ ຫຼ້າຄຳຟອງ ໄດ້ກ່າວວ່າ:

ໄລຍະຜ່ານມາ, ຄະນະນຳ ກະຊວງ ປກສ ໄດ້ຊີ້ນຳໃຫ້ ກົມວິຊາສະເພາະ ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ເຫຼົ່າວິຊາສະເພາະ ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕິດຕາມກວດກາຄົນເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ ທີ່ມາເຄື່ອນໄຫວຢູ່ລາວ ຢ່າງເຂັ້ມງວດ ເພື່ອເຮັດໃຫ້ສັງຄົມ ມີຄວາມສະຫງົບ-ປອດໄພ ໂດຍພື້ນຖານ.

ແຕ່ກໍຍັງປັດສະຈາກບໍ່ໄດ້ບາງບັນຫາທີ່ເກີດຂຶ້ນ ສະແດງອອກຄື:

  • ສາມາດສັງລວມຕົວເລກຄົນເຂົ້າເມືອງ 9.852.571 ເທື່ອຄົນ, ມີ 166 ສັນຊາດ (ຫຼາຍກວ່າໝູ່ແມ່ນ ສັນຊາດຈີນ ມີທັງໝົດ ຄື: 807.737 ເທື່ອຄົນ);
  • ຄົນອອກເມືອງ 10.149.008 ເທື່ອຄົນ, ມີ 103 ສັນຊາດ, ຄຸ້ມຄອງບັນຊີບຸກຄົນຕ້ອງຫ້າມເຂົ້າ ສປປ ລາວ ທັງໝົດ 3.342 ຄົນ ຍິງ 433 ຄົນ, ມີ 79 ສັນຊາດ ໃນນີ້ຫ້າມເຂົ້າຖາວອນ 1.409 ຄົນ ຍິງ 176 ຄົນ, ມີ 17 ສັນຊາດ;
  • ກວດພົບຄົນເຂົ້າ-ອອກເມືອງ ນຳໃຊ້ໜັງສືຜ່ານແດນປອມ 24 ຄົນ ຍິງ 1 ຄົນ ມີ 15 ສັນຊາດ;
  • ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາຂໍ້ມູນບຸກຄົນ ເພື່ອຂໍວີຊາກັບດ່ານ 1.098.380 ຄົນ, ມີ 87 ສັນຊາດ;
  • ຄົນຕ່າງປະເທດພົວພັນເຖິງຄະດີຄວາມຕ່າງໆ 435 ເລື່ອງ, ມີຜູ້ຖືກຫາ 2.344 ຄົນ ຍິງ 335 ຄົນ, ມີ 17 ສັນຊາດ ກໍລະນີທີ່ມີຫຼາຍກວ່າໝູ່ແມ່ນ ປະກອບອາຊີບບໍ່ຖືກຕ້ອງ, ດຳເນີນທຸລະກິດ ບໍ່ຖືກຕ້ອງ, ເຮັດວຽກບໍ່ຖືກເປົ້າໝາຍທີ່ໄດ້ຮັບອະນຸຍາດ;
  • ຄົນຕ່າງປະເທດທີ່ເປັນຜູ້ຖືກຫາ 209 ຄົນ ຍິງ 20 ຄົນ, ນັກໂທດ 383 ຄົນ ຍິງ 38 ຄົນ.

ພ້ອມດຽວກັນນີ້, ກະຊວງ ປກສ ຍັງວາງທິດທາງ ການຈັດຕັ້ງປະຕິບັດວຽກງານ ກວດກາຄົນເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ ທີ່ມາເຄື່ອນໄຫວຢູ່ລາວ ໂດຍຈະເພີ່ມທະວີປະສານສົມທົບກັບ ບັນດາຂະແໜງການອື່ນໆທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທຸກຂັ້ນ ເປັນເຈົ້າການປະຕິບັດແນວທາງ, ກົດໝາຍ ແລະ ລະບຽບການທີ່ພົວພັນເຖິງວຽກງານດັ່ງກ່າວ.

ພ້ອມທັງກໍ່ສ້າງ-ປັບປຸງ ບັນດານິຕິກໍາທີ່ເປັນບ່ອນອີງໃຫ້ແກ່ ການເຄື່ອນໄຫວເຮັດວຽກງານ ໃຫ້ຄົບຖ້ວນພຽງພໍ ແລະ ມີຄວາມຮັດກຸມ, ຜັນຂະຫຍາຍບັນດາກົດໝາຍ ໃຫ້ເປັນນິຕິກຳກຸ່ມກົດໝາຍ ໃຫ້ແທດເໝາະກັບໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະເຫຼົ່າວິຊາສະເພາະ.

ນອກຈາກນັ້ນ, ຈະຕ້ອງສືບຕໍ່ໂຄສະນາເຜີຍແຜ່ໃຫ້ກວ້າງຂວາງ, ເຮັດໃຫ້ທົ່ວສັງຄົມຮັບຮູ້ເຂົ້າໃຈ ແລະ ຕື່ນຕົວຈັດຕັ້ງປະຕິບັດ; ເຊິ່ງໃນນັ້ນ ກຳລັງປ້ອງກັນຄວາມສະຫງົບ ທີ່ເຮັດໜ້າທີ່ດ້ານນີ້ໂດຍກົງ ຕ້ອງເພີ່ມທະວີກຳແໜ້ນ ແລະ ຍົກສູງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.