ທ້າວ ອູເມັງ ອາຍຸ 43 ປີ ບ້ານພຽງໂຮມ ເມືອງຊຽງຄໍ້ ແຂວງຫົວພັນ ເປັນຈຳເລີຍໃນສະຖານການຄ້າຂາຍຢາເສບຕິດ ປະເພດຢາໄອສ໌ 1 ຖົງນ້ອຍ ນ້ຳໜັກ 8,8 ກຼາມ, ພາຍຫຼັງຖືກດຳເນີນຄະດີເປັນເວລາ 10 ເດືອນ ຈຶ່ງຖືກອົງການໄອຍະການປະຊາຊົນສັ່ງຟ້ອງຂຶ້ນສານ ເພື່ອພິຈາລະນາ ໃນວັນທີ 23 ຕຸລາຜ່ານມາ ແລະ ສານໄດ້ຕັດສິນຈຳຄຸກ 5 ປີ ປັບໃໝ 10.000.000 ກີບ.

ຄຳຖະແຫຼງຂອງອົງການໄອຍະການ ສະບັບເລກທີ 124/ອຍກຂ,ອຊ ແລະ ຜ່ານການຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ, ພາວະວິໄສແລ້ວ ລວມທັງບົດບັນທຶກການເຄື່ອນໄຫວຄອບຄອງຢາເສບຕິດຂອງຈຳເລີຍ ໃຫ້ຮູ້ວ່າ:

ການກະທໍາຂອງຈຳເລີຍໃນຄັ້ງນີ້ ໄດ້ກະທໍາຜິດຕາມຂໍ້ກ່າວຫາແທ້, ເຊິ່ງມັນສະແດງອອກຕາມບົດບັນທຶກການກັກຕົວ ແລະ ຄໍາໃຫ້ການຂອງຈໍາເລີຍ.

ເຫັນວ່າ: ການຄອບຄອງຢາເສບຕິດທີ່ກົດໝາຍເກືອດຫ້າມ ແລະ ມີໂທດທາງອາຍາ ແຕ່ຈໍາເລີຍກໍ່ຍັງກະທໍາຜິດ ໂດຍເຈດຕະນາເສບ ແລະ ມີໄວ້ໃນຄອບຄອງທີ່ແຕະຕ້ອງຕໍ່ປະມວນກົດໝາຍອາຍາ ພາກສະ ເພາະໃນໝວດທີ 8, ການມີຢາໄອສ໌ ໄວ້ໃນຄອບຄອງ ຕາມມາດຕາ 315 ວັກ 1 ໄດ້ກໍານົດວ່າ: ບຸກຄົນໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ,ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນໍາຢາອີ, ຢາບ້າ, ຢາໄອສ໌ ຫຼື ວັດຖຸອອກລິດຕໍ່ຈິດປະສາດຜ່ານ ສປປ ລາວ ຕໍ່າກວ່າ 100 ກຼາມ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 5-10 ປີ ແລະ ຈະຖືກປັບໃໝແຕ່ 10.000.000-100.000.000 ກີບ.

ຄອບຄອງຢາໄອສ໌ 8,8 ກຼາມ ຮັບໂທດ 5 ປີ ປັບໃໝ 10.000.000 ກີບ

ຈຳເລີຍ ຖືກກັກໃນວັນທີ 13 ມັງກອນ 2019, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງນາໝໍ້ ແຂວງອຸດົມໄຊ ລົງປະຕິບັດໜ້າທີ່ກວດກາຄວາມບໍ່ສະຫງົບຢູ່ເທດສະບານເມືອງນາໝໍ້ ແລະ ພົບເຫັນ ທ້າວ ອູເມັງ (ຈຳເລີຍ) ຢູ່ເສັ້ນທາງເຂດບ້ານນໍ້າແຊ ເມືອງນາໝໍ້ ຈຶ່ງເຂົ້າກວດຕົວພົບເຫັນຢາໄອສ໌ 1 ຖົງນ້ອຍໜັກ 8,8 ກຼາມ ຊຸກເຊື່ອງໄວ້ຖົງ ເສື້ອເບື້ອງຂວາຂອງຈຳເລີຍມາສອບສວນ.

ຜ່ານການສອບສວນຂອງເຈົ້າໜ້າທີ່, ຈຳເລີຍສາລະພາບວ່າ: ເລີ່ມເສບຢາເສບຕິດ ປະເພດຢາໄອສ໌ ແຕ່ປີ 2018 ເສບມື້ລະ 1-2 ຄັ້ງ ຄັ້ງລະ 2-3 ເມັດ. ມາເດືອນທັນວາ 2018, ໄດ້ໄປເຮັດວຽກເປັນກໍາມະກອນຢູ່ສວນກ້ວຍຈີນ ເຂດເມືອງສິງ ແຂວງຫຼວງນໍ້າທາ ແລະ ຍັງສືບຕໍ່ເສບຢາເສບຕິດຄືເກົ່າ.

ມາວັນທີ 12 ມັງກອນ 2019, ມີຜູ້ຊາຍບໍ່ຮູ້ຊື່ ແລະ ທີ່ຢູ່ມາຖາມຂາຍຢາໄອສ໌ໃຫ້ຢູ່ສວນກ້ວຍ 1 ຖົງນ້ອຍ ຈຶ່ງຕົກລົງຊື້ໄວ້ເພື່ອເສບ, ເມື່ອຊື້ໄດ້ຢາໄອສ໌ແລ້ວ, ຮອດເວລາປະມານ 7:00 ໂມງຂອງ ວັນທີ 13 ມັງກອນ 2019 ຕົນໄດ້ເອົາຢາໄອສ໌ຈໍານວນດັ່ງກ່າວໃສ່ໃນຖົງເສື້ອເບື້ອງຂວາແລ້ວຂີ່ລົດເມໂດຍສານຈາກເມືອງສິງ ແຂວງຫຼວງນໍ້າທາ ມາລົງຢູ່ເຂດບ້ານນໍ້າແຊ ເມືອງນາໝໍ້ ຈຸດປະສົງແມ່ນເພື່ອຈະມາຊອກເປັນກໍາມະກອນ, ພາຍຫຼັງລົງລົດມາ ກໍຖືກເຈົ້າໜ້າທີ່ເຂົ້າກວດຄົ້ນພົບຂອງກາງຢາເສບຕິດຈຳນວນດັ່ງກ່າວນັ້ນ.