ກົມກວດກາ ກະຊວງການເງິນ ແຫ່ງ ສປປ ລາວ ຮ່ວມກັບ ກົມກວດກາ ກະຊວງການເງິນ ສສ ຫວຽດນາມ ໄດ້ຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນ ວຽກງານກວດກາ ຂຶ້ນໃນລະຫວ່າງວັນທີ 19-20 ພະຈິກ 2019, ເປັນປະທານໂດຍ ທ່ານ ທຸມ ຄໍາພານິດ ຫົວໜ້າກົມກວດກາ ກະຊວງການເງິນ ແຫ່ງ ສປປ ລາວ, ທ່ານ ວູຮົງຮ່າຍ ຮອງຫົວໜ້າກົມກວດກາ ກະຊວງການເງິນ ສສ ຫວຽດນາມ, ໂດຍມີ ບັນດາຂະແໜງກວດກາການເງິນ ບັນດາແຂວງທົ່ວປະເທດ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ທຸມ ຄໍາພານິດ ກ່າວວ່າ:

ວຽກງານກວດກາການເງິນ ແມ່ນວຽກງານໜຶ່ງທີ່ມີຄວາມທ້າທາຍຕໍ່ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ, ຖ້າວ່າ ການກວດກາ ຫາກຖືກຈັດຕັ້ງປະຕິບັດໄດ້ດີ, ການແກ້ໄຂຫຼັງການກວດກາມີຄວາມຖືກຕ້ອງ, ຊັດເຈນ ແລະ ທ່ວງທັນເວລາ ຈະສົ່ງຜົນດີໃຫ້ແກ່ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດ ຕໍ່ກັບ ວຽກງານກວດກາ, ເຊິ່ງພັກເຮົາໄດ້ກໍານົດວ່າ:

ຖ້າວ່າ ບໍ່ມີການກວດກາ ຄືບໍ່ມີການນໍາພາ, ຖ້າວ່າ ກວດກາແລ້ວ ບໍ່ມີການແກ້ໄຂ ຫຼື ແກ້ໄຂແລ້ວ ແຕ່ບໍ່ຖືກຕ້ອງ, ບໍ່ຊັດເຈນ ແລະ ບໍ່ທ່ວງທັນເວລາ ນັ້ນກໍຄືບໍ່ມີການກວດກາ.

ສໍາລັບຫົວຂໍ້ທີ່ນໍາມາສໍາມະນາແລກປ່ຽນບົດຮຽນໃນຄັ້ງນີ້ ມີ 3 ຫົວຂໍ້ຄື: ວຽກງານກວດກາງົບປະມານ ກ່ຽວກັບ ການກໍ່ສ້າງພື້ນຖານໂຄງລ່າງຂອງລັດ, ວຽກງານກວດກາສ່ວຍສາອາກອນ, ວຽກແກ້ໄຂຫຼັງການກວດກາ ແລະ ບັນຫາອື່ນໆທີ່ສໍາຄັນ ເພື່ອແນໃສ່ປັບປຸງ, ຍົກລະດັບຄວາມເຂົ້າໃຈໃຫ້ແກ່ພະນັກງານ ທີ່ເຮັດວຽກກວດກາຂະແໜງການເງິນ ທົ່ວປະເທດ ສາມາດກໍາໄດ້ ແລະ ໄປຜັນຂະຫຍາຍນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ ຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນເອງ ໃຫ້ທັນກັບສະພາບຄວາມເປັນຈິງ.