ອາທິດຜ່ານມາ, ຄະນະພັກຮາກຖານ ຫ້ອງຕຳຫຼວດ ປກສ ແຂວງອຸດົມໄຊ ໄດ້ສະຫຼຸບວຽກງານພັກປະຈຳເດືອນພະຈິກ ແລະ ຈັດພິທີຮັບສະມາຊິກພັກສົມບູນ ໂດຍການເປັນປະທານຂອງ ສະຫາຍ ພັທ ສອນວິໄລ ຕຸລາທອງ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ, ມີຄະນະພັກ, ສະມາຊິກພັກ ພ້ອມດ້ວຍເປົ້າໝາຍເລື່ອນເຂົ້າເປັນສະມາຊິກພັກພາຍໃນຫ້ອງ ເຂົ້າຮ່ວມ.

ສະຫາຍ ພັຕ ສົມໃຈ ອິນພູ ວຽງ ຄະນະພັກຮາກຖານ ຮອງຫົວໜ້າພະແນກຕຳຫຼວດເສດຖະກິດ ໄດ້ສະຫຼຸບຜົນງານການເຄື່ອນໄຫວຊີ້ນຳບັນຊາຂອງຄະນະພັກ ຕະຫຼອດໄລຍະຜ່ານມາ, ໂດຍໄດ້ຖືເອົາການສຶກສາອົບຮົມດ້ານການເມືອງ-ແນວຄິດເປັນກົກ ຕິດພັນກັບການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຢ່າງມີຄວາມຮັບປະກັນ ແລະ ເຮັດສຳເລັດໜ້າທີ່ຖືກຕ້ອງຕາມແນວທາງຂອງພັກ, ກົດໝາຍ ຂອງລັດ, ບັນດາມະຕິ, ຄຳສັ່ງຂອງຂັ້ນເທິງວາງອອກໃນແຕ່ລະໄລຍະເຊິ່ງສາມາດຮັບປະກັນໄດ້ສະຖຽນສະພາບດ້ານການເມືອງ, ຄວາມ ສະຫງົບດ້ານສັງຄົມ.

ສະຫາຍ ພັທ ສອນວິໄລ ຕຸລາທອງ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານພັກຂອງ ຫ້ອງຕຳຫຼວດ ປກສ ແຂວງອຸດົມໄຊ
ສະຫາຍ ພັທ ສອນວິໄລ ຕຸລາທອງ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານພັກຂອງ ຫ້ອງຕຳຫຼວດ ປກສ ແຂວງອຸດົມໄຊ

ສຳລັບທິດທາງໃນຕໍ່ໜ້າ, ຄະນະພັກຮາກຖານຫ້ອງຕຳຫຼວດຈະສືບຕໍ່ປັບປຸງການນຳພາບັນຊາຂອງຄະນະພັກແຕ່ລະຂັ້ນໃຫ້ມີຄວາມຊຳນິຊຳນານງານໃນທຸກດ້ານ, ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຄະນະພັກ, ສະມາຊິກພັກ-ພະນັກງານ, ຄວາມສາມັກຄີພາຍໃນ ແລະ ນອກ, ແບບແຜນການນຳພາ-ບັນຊາ ເປັນຕົ້ນແມ່ນ: ການຄຸ້ມຄອງພະນັກງານ-ນັກຮົບໃຫ້ໜັກແໜ້ນ, ເຂັ້ມແຂງ.

ຈາກນັ້ນ, ໄດ້ຂຶ້ນຜ່ານມະຕິຕົກລົງ ສະບັບເລກທີ 7493/ຄພ -ປອຊ,ລົງວັນທີ 30 ຕຸລາ 2019 ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງເຂົ້າເປັນສະມາຊິກພັກສົມບູນ ຈຳນວນ 4 ສະຫາຍ ຍິງ 1 ສະຫາຍ ແລະ ຮັບເອົາມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງອີກ ຈຳນວນ 4 ສະຫາຍ.

ວັນດຽວກັນ, ຫ້ອງການເມືອງ ປກສ ແຂວງອຸດົມໄຊ ກໍໄດ້ຈັດພິທີຮັບສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ໂດຍມີສະມາຊິກຖືກເລື່ອນຂຶ້ນເປັນສະມາຊິກພັກສົມບູນຈຳນວນ 2 ສະຫາຍ ຍິງ 1 ສະຫາຍ.