ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ປກສ (ກົມໃຫຍ່ 501) ຮ່ວມກັບ ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດກອງປະຊຸມເຜີຍແຜ່ກົດລະບຽບຈະລາຈອນ ແລະ ຄວາມປອດໄພຈະລາຈອນທາງບົກ ໃຫ້ຊາວໜຸ່ມທົ່ວກົມໃຫຍ່ ໃນວັນທີ 20 ພະຈິກ 2019, ໂດຍມີ ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງຫົວໜ້າກົມໃຫຍ່ 501, ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ແລະ ພັທ ປອ ວຽງໄຊ ທໍາມະສິດ ເລຂາຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ 501, ມີແຂກຮັບເຊີນ, ຄະນະພັກ-ຄະນະບັນຊາ ແລະ ສະມາຊິກຊາວໜຸ່ມ ທົ່ວກົມໃຫຍ່ 501 ເຂົ້າຮ່ວມ.

ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ກ່າວວ່າ:

ການເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ສະມາຊິກຊາວໜຸ່ມ ທົ່ວກົມໃຫຍ່ 501 ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກົດລະບຽບການສັນຈອນ, ຮູ້ແລ້ວສືບຕໍ່ໃນການເຜີຍແຜ່ ແລະ ແນະນໍາເລີ່ມຈາກຄອບຄົວ, ຮູ້ແລ້ວເຜີຍແຜ່ໃຫ້ຄົນອື່ນ, ຮູ້ເພື່ອປະຕິບັດ, ເພື່ອເປັນການສ້າງສະຕິ, ເຄົາລົບລະບຽບກົດໝາຍ, ສ້າງຄວາມເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ ແລະ ບໍ່ໃຫ້ເຈົ້າໜ້າທີ່ຕໍາຫຼວດ ຕົກເປັນຈໍາເລີຍຂອງສັງຄົມ ໂດຍເລີ່ມຈາກໂຕຂອງເຮົາເອງ ກ່ອນຈະໄປເວົ້ານໍາຜູ້ອື່ນ ເຮົາຕ້ອງເປັນເຈົ້າການຂອງຕົນເອງ ແລະ ຕ້ອງເປັນແບບຢ່າງເສຍກ່ອນ.

ພ້ອມນັ້ນ, ກໍໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ເຂົ້າຮ່ວມໃນຄັ້ງນີ້ ຈົ່ງຕັ້ງໃຈ, ເອົາໃຈໃສ່ຈົດກ່າຍ, ສິ່ງໃດທີ່ເຮົາບໍ່ທັນຮູ້ ເຮົາກໍຕ້ອງຮຽນ, ຮຽນຮູ້ແລ້ວ ກໍຕ້ອງນໍາໄປຈັດຕັ້ງປະຕິບັດ, ເປັນເຈົ້າໜ້າທີ່ ກໍຕ້ອງຮູ້ກົດລະບຽບກົດໝາຍ ແລະ ລະບຽບການສັນຈອນໃຫ້ເຂັ້ມງວດ.

ຈາກນັ້ນ, ພັທ ບຸນເລີດ ວິລະສັກ ຫົວໜ້າພະແນກໂຄສະນາ ກົມຕໍາຫຼວດຈາລະຈອນ ໄດ້ບັນຍາຍຄວາມຮູ້ກ່ຽວກັບ ລະບຽບການສັນຈອນຕາມທ້ອງຖະໜົນຫຼວງ, ຫຼັກການຂັບຂີ່ປອດໄພ, ປ້າຍເຕືອນ, ປ້າຍຫ້າມຕ່າງໆ ພ້ອມທັງຍົກໃຫ້ເຫັນບັນຫາທີ່ພາໃຫ້ເກີດອຸບັດຕິເຫດ ເປັນຕົ້ນແມ່ນ: ຜູ້ລະເມີດຕໍ່ກົດລະບຽບການສັນຈອນ, ຜູ້ຂັບຂີ່ອາຍຸບໍ່ເຖິງກະສຽນ, ບໍ່ມີໃບອະນຸຍາດຂັບຂີ່, ສະພາບເຕັກນິກລົດບໍ່ຮັບປະກັນ, ຂາດສະຕິໃນການເຄົາລົບ ລະບຽບການສັນຈອນ, ດື່ມສິ່ງມຶນເມົາ, ຂັບຂີ່ດ້ວຍຄວາມປະໝາດ, ຂາດສະຕິ, ຂັບຂີ່ລົດໄວເກີນກຳນົດ, ບໍ່ໃສ່ໝວກກັນກະທົບ, ບັນຫາການເພີ່ມຂຶ້ນຂອງພາຫະນະ ແລະ ບັນຫາອື່ນໆ.

ເຊິ່ງການເຜີຍແຜ່ໃນຄັ້ງນີ້ ກໍເພື່ອແນໃສ່ໃຫ້ ນັກຂັບຂີ່, ຜູ້ໃຊ້ລົດ-ໃຊ້ຖະໜົນ ກໍຄື ສະມາຊິກຊາວໜຸ່ມ ທົ່ວກົມໃຫຍ່ການເມືອງ ປກສ ໃຫ້ມີສະຕິຂັບຂີ່ລົດດ້ວຍຄວາມປອດໄພ ເພື່ອຫຼີກລ່ຽງຈາກການເກີດອຸບັດຕິເຫດ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ພ້ອມທັງຂັບຂີ່ປອດໄພ ແລະ ມີສະຕິສູງ ເພື່ອຮັບປະກັນເຮັດໃຫ້ອຸບັດຕິເຫດຫຼຸດໜ້ອຍຖອຍລົງ.