ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ໃຫ້ທິດຊີ້ນໍາ ຄະນະພັກ-ຄະນະນໍາກໍາມະບານ ແຕ່ລະຂັ້ນ ຕ້ອງຊຸກຍູ້ຂະບວນການແຂ່ງຂັນ ເຮັດໜ້າທີ່ວິຊາສະເພາະ ຕາມພາລະບົດບາດ ແລະ ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ໂດຍການສຸມໃສ່ ການຈັດຕັ້ງຜັນຂະຫຍາຍທິດທາງແຜນການວຽກງານຂອງ ກະຊວງ, ກົມກອງ ເຂົ້າສູ່ຂະບວນການຕົວຈິງໃຫ້ຫຼາຍຂຶ້ນ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ.

ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ໃຫ້ທິດຊີ້ນໍາ ຄະນະພັກ-ຄະນະນໍາກໍາມະບານ ແຕ່ລະຂັ້ນ
ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ໃຫ້ທິດຊີ້ນໍາ ຄະນະພັກ-ຄະນະນໍາກໍາມະບານ ແຕ່ລະຂັ້ນ

ການໃຫ້ທິດຊີ້ນໍາດັ່ງກ່າວ ມີຂຶ້ນໃນໂອກາດທີ່ທ່ານເຂົ້າຮ່ວມ ກອງປະຊຸມສະຫຼຸບວຽກງານກໍາມະບານ ປະຈໍາປີ 2019 ແລະ ວາງທິດທາງແຜນການ ປີ 2020 ໃນວັນທີ 22 ພະຈິກ 2019, ເປັນປະທານໂດຍ ພັທ ສົມພອນ ວົງສຸທິ ປະທານສະຫະພັນກໍາມະບານ ກະຊວງ ປກສ, ມີຕາງໜ້າສະຫະພັນກໍາມະບານ, ກົມກອງອ້ອມຂ້າງ ກະຊວງ, ແຂກຮັບເຊີນ ແລະ ສະມາຊິກກໍາມະບານ ເຂົ້າຮ່ວມ.

ໂດຍ ທ່ານຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຊີ້ນໍາວ່າ:

ໃນຕໍ່ໜ້າ, ຄະນະພັກ-ຄະນະນໍາກໍາມະບານ ແຕ່ລະຂັ້ນ ຕ້ອງຊີ້ນໍາ-ນໍາພາສະມາຊິກກໍາມະບານ ແຂ່ງຂັນເຮັດໜ້າທີ່ວິຊາສະເພາະ ຕາມພາລະບົດບາດ ໃຫ້ມີຜົນສໍາເລັດ ເຊັ່ນ:

  • 2 ບໍລິສັດທີ່ເຮັດວຽກງານບໍລິການຮັກສາຄວາມປອດໄພ ເຮັດໜ້າທີ່ປ້ອງກັນເວນຍາມ ສໍານັກງານ-ອົງການຂອງລັດ-ເອກະຊົນ, ພື້ນຖານການຜະລິດທຸລະກິດ ໃຫ້ມີຄວາມປອດໄພ, ຮັບປະກັນໃຫ້ລູກຄ້າມີຄວາມເຊື່ອໝັ້ນໄວ້ວາງໃຈ.
  • ສະມາຊິກກໍາມະບານຢູ່ ກົມໃຫຍ່ພະລາທິການ ເຮັດໜ້າທີ່ບໍລິຫານຮັບໃຊ້ໃຫ້ດີ ເພື່ອຮັບປະກັນເຖິງການເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະຂອງ ບັນດາກົມກອງຕ່າງໆ ຢູ່ອ້ອຂ້າງກະຊວງ ແລະ ທ້ອງຖິ່ນ. ພ້ອມກັນນັ້ນ, ກໍຕ້ອງປະຕິບັດລະບຽບຫຼັກການການຮັບ-ເບີກຈ່າຍ ຢ່າງເຂັ້ມງວດ, ເອົາໃຈໃສ່ຄຸ້ມຄອງທຸລະກິດທີ່ມີແລ້ວ ດໍາເນີນໄປຖືກຕ້ອງຕາມລະບຽບກົດໝາຍ ແລະ ສ້າງລາຍຮັບໃຫ້ກົມກອງຫຼາຍຂຶ້ນ.
  • ຢູ່ໂຮງໝໍ 5 ເມສາ ຍົກລະດັບຄຸນນະພາບການບໍລິການ ຮັບໃຊ້ການປິ່ນປົວ, ການໂຄສະນາ ກ່ຽວກັບ ການປ້ອງກັນພະຍາດ ແລະ ການຕ້ານພະຍາດ.
  • ກໍາມະບານຢູ່ ໂຮງຮຽນວັດທະນະທໍາຊົນເຜົ່າເດັກກໍາພ້າ ຫຼັກ 67 ຕ້ອງສຸມໃສ່ປະຕິບັດຕາມຫຼັກສູດການຮຽນ-ການສອນ ທີ່ກະຊວງສຶກສາວາງອອກ ໃຫ້ສອດຄ່ອງກັບສະພາບຕົວຈິງ ໃນວຽກງານປ້ອງກັນຄວາມສະຫງົບ ຍົກສູງຄຸນນະພາບ ຄູ-ອາຈານສອນດີ-ນັກຮຽນເກັ່ງ, ມີລະບຽບວິໄນ ແລະ ຮັບປະກັນບໍ່ໃຫ້ນັກຮຽນ ເສຍທາດຂາດຄຸນ.

ຄຽງຄູ່ກັນນີ້, ຄະນະພັກ-ຄະນະບັນຊາ ຕ້ອງສືບຕໍ່ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກໍາມະບານ ໃນຂົງເຂດທີ່ມີການຜະລິດ-ທຸລະກິດ ໃຫ້ມີຈໍານວນພົນເພີ່ມຂຶ້ນ ຮັບປະກັນທາງດ້ານຄຸນນະພາບ, ບ່ອນທີ່ມີອົງການຈັດຕັ້ງກໍາມະບານ, ມີສະມາຊິກກໍາມະບານ ຄື: ກົມໃຫຍ່ພະລາທິການ, ໂຮງຮຽນວັດທະນະທໍາຊົນເຜົ່າເດັກກໍາພ້າ ຫຼັກ 67 ກໍຕ້ອງຮັກສາການຈັດຕັ້ງດັ່ງກ່າວນີ້ໄວ້, ສືບຕໍ່ເຄື່ອນໄຫວໃຫ້ດີ ກາຍເປັນກໍາລັງແຮງໃຫ້ ຄະນະພັກ-ຄະນະນໍາຂອງຕົນເອງ ໃນການເຕົ້າໂຮມຄວາມສາມັກຄີເຄື່ອນໄຫວວຽກງານຕ່າງໆ ໃນກົມກອງ.

ກອງປະຊຸມສະຫຼຸບວຽກງານກໍາມະບານ ປະຈໍາປີ 2019 ແລະ ວາງທິດທາງແຜນການ ປີ 2020
ກອງປະຊຸມສະຫຼຸບວຽກງານກໍາມະບານ ປະຈໍາປີ 2019 ແລະ ວາງທິດທາງແຜນການ ປີ 2020

ນອກຈາກນີ້, ກໍຕ້ອງຊຸກຍູ້ ຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງ ສະຫະພັນກໍາມະບານລາວ ແລະ 8 ຂະບວນການແຂ່ງຂັນ ຂອງ ຄະນະບໍລິຫານງານ ສະຫະພັນກໍາມະບານ ຕິດພັນກັບ ຂະບວນການລວມຂອງກະຊວງ, ສ້າງຂະບວນການຂ່ໍານັບຮັບຕ້ອນ ວັນຊາດທີ 2 ທັນວາ ແລະ ວັນສໍາຄັນຕ່າງໆ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມສະຫງົບ-ປອດໄພ.