ກົມຍຸດໂທ ຈັດກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VII

0
1434

ກອງປະຊຸມໃຫຍ່ ຄັ້ງທີ VII ໜ່ວຍພັກຮາກຖານ ກົມຍຸດໂທ ກົມໃຫຍ່ພະລາທິການ ປກສ ໄດ້ຈັດຂຶ້ນ ໃນວັນທີ 21 ພະຈິກ 2019, ເຂົ້າຮ່ວມຊີ້ນຳກອງປະຊຸມໂດຍ ສະຫາຍ ພັອ ຄຳແພງ ລາວລີ ຄະນະປະຈໍາພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີຜູ້ແທນສົມບູນ ແລະ ແຂກຮັບເຊີນຈາກພາກສ່ວນ ຕ່າງໆເຂົ້າຮ່ວມ.

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VII ຂອງ ກົມຍຸດໂທ

ສະຫາຍ ພັອ ກົງເພັດ ແສງຕາເຮືອງຮຸ່ງ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມຍຸດໂທ ກ່າວວ່າ:

ໃນໄລຍະ 3 ປີຜ່ານມາ, ໄດ້ນຳພາສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບເປັນປົກກະຕິ, ຄົ້ນຄວ້າເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ ຢ່າງເລິກເຊິ່ງ, ຫັນເອົາມະຕິຄຳສັ່ງຂອງຄະນະພັກຂັ້ນເທິງ ສ້າງເປັນມະຕິຂອງໜ່ວຍພັກ ແລະ ນຳພາຈັດຕັ້ງປະຕິບັດຕົວຈິງ.

ປີ 2018 ມີສະມາຊິກພັກເຂັ້ມແຂງ ກວມ 96%, ປະເພດແຂງ 4% ແລະ ໄດ້ຮັບນາມມະຍົດເປັນກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ 5 ປີຊ້ອນ; ພ້ອມທັງໄດ້ນຳພາວຽກງານວິຊາສະເພາະ ເອົາໃຈໃສ່ຊີ້ນໍາ-ນໍາພາໃນການຄຸ້ມຄອງ, ຊຸກຍູ້, ຕິດຕາມ ແລະ ກວດກາອາວຸດຍຸດໂທປະກອນຂອງກຳລັງປ້ອງກັນຄວາມສະຫງົບ ຖືກຕ້ອງຕາມຂໍ້ກຳນົດ, ລະບຽບຫຼັກການຕ່າງໆທີ່ຂັ້ນເທິງວາງອອກ ຢ່າງເຂັ້ມງວດ, ຈັດຕັ້ງປະຕິບັດການຈັດຊື້ເຄື່ອງວິຊາສະເພາະ ຕາມແຜນງົບປະມານ ແລະ ການຊີ້ນຳຂອງຂັ້ນເທິງ ຖືກຕ້ອງຕາມລະບຽບຫຼັກການ, ມີຄຸນນະພາບ ແລະ ທັນເວລາ.

ສະມາຊິກພັກກົມຍຸດໂທ ໃຊ້ສິດເລືອກຄະນະໜ່ວຍພັກຊຸດໃໝ່
ສະມາຊິກພັກກົມຍຸດໂທ ໃຊ້ສິດເລືອກຄະນະໜ່ວຍພັກຊຸດໃໝ່

ຕະຫຼອດໄລຍະທີ່ຜ່ານມາ, ໄດ້ຈັດຕັ້ງການຮັບ-ຈ່າຍອາວຸດ-ກະສູນ ແລະ ເຄື່ອງຍຸດໂທປະກອນ 235 ລາຍການ ມີນ້ຳໜັກ 792 ໂຕນ, ສ້ອມແປງອຸປະ ກອນວິຊາສະເພາະ ທີ່ເປ່ເພນຳບັນດາກົມກອງອ້ອມຂ້າງ ກະຊວງ ແລະ ປກສ ແຂວງ ນ້ຳໜັກທັງໝົດ 9 ໂຕນກວ່າ; ໃນນັ້ນ, ໄດ້ສ້ອມແປງອາວຸດໄດ້ຈຳນວນ 775 ກະບອກ, ສ້ອມແປງຕຽງນອນ ຈຳນວນ 204 ໜ່ວຍ, ທຳລາຍລະເບີດເສຍຄຸນ ຢູ່ບັນດາກົມກອງອ້ອມຂ້າງ ກະຊວງ ແລະ ປກສ ແຂວງ ມີນ້ຳໜັກ 1 ໂຕນກວ່າ. ຕໍ່ກັບຜົນງານທີ່ຍາດມາໄດ້ນັ້ນ ຍັງໄດ້ຮັບການຢ້ອງຍໍຂັ້ນປະເພດຕ່າງໆຄື: ໄດ້ຮັບຫຼຽນໄຊແຮງງານ ຊັ້ນ 3 ຈຳນວນ 2 ໜ່ວຍ, ຫຼຽນກາ ປກສ ຈຳນວນ 4 ໜ່ວຍ, ໃບຍ້ອງຍໍປະເພດຕ່າງໆ 42 ໃບ.

ຄະນະໜ່ວຍພັກຊຸດໃໝ່ ກົມຍຸດໂທ ກົມໃຫຍ່ພະລາທິການ ປກສ
ຄະນະໜ່ວຍພັກຊຸດໃໝ່ ກົມຍຸດໂທ ກົມໃຫຍ່ພະລາທິການ ປກສ

ໃນຕອນທ້າຍ, ກອງປະຊຸມ ໄດ້ປ່ອນບັດຄັດເລືອກເອົາ ຄະນະພັກ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກທັງໝົດ 5 ສະຫາຍ ເລືອກເອົາ 3 ສະຫາຍ ເລືອກໄດ້ ສະຫາຍ ພັອ ກົງເພັດ ແສງຕາເຮືອງຮຸ່ງ ເປັນ ເລຂາ, ສະຫາຍ ພັທ ພູວົງ ສຸດທິວົງ ເປັນ ຮອງເລຂາ ແລະ ສະຫາຍ ພັທ ພູເຂົາ ນວນວົງສາ ເປັນ ຜູ້ກວດກາພັກ.