ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດຝຶກອົບຮົມ ວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ແລະ ວຽກງານວິໄຈຢາເສບຕິດ ໃຫ້ພະນັກງານ-ນັກຮົບທົ່ວປະເທດ ໃນລະຫວ່າງວັນທີ 25-27 ພະຈິກ 2019, ໂດຍການເຂົ້າຮ່ວມຂອງ ພັອ ອ່ອນຜິວ ໂຄ້ງວຽງທອງ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ມີບັນດານັກສໍາມະນາກອນ ທັງສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ

ພັອ ອ່ອນຜິວ ໂຄ້ງວຽງທອງ ກ່າວວ່າ:

ການຝຶກອົບຮົມໃນຄັ້ງນີ້ ໂດຍມີພະນັກງານ-ນັກຮົບທີ່ມາຈາກ ຫ້ອງການ 315 ແລະ ພະແນກກວດກາຄວບຄຸມຢາເສບຕິດ ໃນຈໍານວນ 18 ແຂວງ ໃນນັ້ນແມ່ນ ຈະໄດ້ແລກປ່ຽນບົດຮຽນ ເປັນຕົ້ນແມ່ນ:

ຝຶກອົບຮົມ ວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ແລະ ວຽກງານວິໄຈຢາເສບຕິດ ໃຫ້ພະນັກງານ-ນັກຮົບທົ່ວປະເທດ

ວຽກງານບໍລິຫານ, ຄົ້ນຄວ້າ-ສັງລວມ, ວຽກງານໂຄສະນາ, ວຽກງານຫຼຸດຜ່ອນພືດທີ່ມີສານເສບຕິດ ແລະ ວຽກງານບໍາບັດປິ່ນປົວຜູ້ທີ່ຖືກເຄາະຮ້າຍ, ການວິໄຈຢາເສບຕິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ.

ອີກອັນໜຶ່ງທີ່ສໍາຄັນ ກໍເພື່ອສະກັດກັ້ນ ແລະ ຄວບຄຸມບໍ່ໃຫ້ບັນຫາຢາເສບຕິດ ທີ່ເປັນຕົ້ນເຫດ ກໍ່ໃຫ້ເກີດບັນຫາອາຊະຍາກໍາ ທີ່ເປັນອັນຕະລາຍຕໍ່ປະຊາຊົນ ລວມເຖິງການພັດທະນາເສດຖະກິດ-ສັງຄົມ ເຊິ່ງມັນໄດ້ແຜ່ລະບາດອອກສູ່ວົງກວ້າງ ແລະ ນັບມື້ເພີ່ມທະວີຄວາມຮຸນແຮງຂຶ້ນ.

ໃນໂອກາດນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ ນັກສໍາມະນາກອນທຸກພາກສ່ວນ ຈົ່ງເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄວາມຄິດເຫັນ ເພື່ອຊອກຫາວິທີທາງແກ້ໄຂ, ແລກປ່ຽນຄວາມຮູ້-ຄວາມສາມາດ ແລະ ຄວາມເຂົ້າໃຈ ເພື່ອທີ່ຈະນໍາເອົາບົດຮຽນດັ່ງກ່າວ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງ ເວົ້າລວມ, ເວົ້າສະເພາະ ແມ່ນການສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ, ປະກົດຜົນເປັນຈິງ ແລະ ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ.