ເຈົ້າໜ້າທີ່ພະແນກຕຳຫຼວດສິ່ງແວດລ້ອມ ຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ ໄດ້ຈັດພິທີທຳລາຍສັດປີກ ປະເພດໄກ່ ຈຳນວນ 300 ໂຕທີ່ລັກລອບນຳເຂົ້າບໍ່ຖືກຕ້ອງຈາກປະເທດໄທ ເພື່ອມາຈຳໜ່າຍໃນຕະຫຼາດແຫ່ງຕ່າງໆໃນເທດບານເມືອງທ່າແຂກ ແຂວງຄຳມ່ວນ.

ພັທ ວຽງສີ ທຸມມະວົງ ຫົວໜ້າພະແນກຕຳຫຼວດສິ່ງແວດລ້ອມແຂວງຄຳມ່ວນ ໃຫ້ຮູ້ວ່າ: ສັດປີກດັ່ງກ່າວ ແມ່ນຢຶດໄດ້ຈາກທ້າວ ຕຽງ ອາຍຸ 45 ປີ ແລະ ນາງ ບຸນຖຳ ອາຍຸ 54 ປີ ເປັນຜົວ-ເມຍກັນ ຢູ່ບ້ານໂພໄຊ ເມືອງທ່າແຂກ, ເຊິ່ງເປັນຜູ້ທີ່ລັກລອບນຳເອົາສັດປີກເຂົ້າ ໂດຍບໍ່ຖືກຕ້ອງຕາມກົດໝາຍ ໂດຍນຳໃຊ້ລົດຮຸນໄດສີຂາວໝາຍເລກທະບຽນ 1090 ຄຳມ່ວນ ລັກລອບຂົນ-ສົ່ງສັດປີກ ປະເພດໄກ່ຈຳນວນ 300 ໂຕຈາກທ່າເຮືອບ້ານປາກເປັ່ງ ເມືອງທ່າແຂກ ເພື່ອນຳໄປຂາຍຢູ່ຕະຫຼາດພາຍໃນເທດສະບານເມືອງ; ພໍມາຮອດເວລາ 10:00 ໂມງ ຂອງວັນທີ 19 ພະຈິກ 2019 ຈຶ່ງຖືກເຈົ້າໜ້າທີ່ຕຳຫຼວດເຂົ້າກັກຕົວຢູ່ເຂດບ້ານດົງໃຕ້ ເມືອງທ່າແຂກ ໄປດຳ ເນີນຄະດີຕາມກົດໝາຍ.

ຜ່ານການສອບສວນພວກກ່ຽວຮັບສາລະພາບວ່າ: ໄດ້ເຄື່ອນໄຫວຄ້າ-ຂາຍ ສັດປິກທີ່ລັກລອບນຳເຂົ້າມາຈາກປະເທດໄທ ມາຫຼາຍຄັ້ງແລ້ວ ເພື່ອນຳໄປຂາຍຕໍ່ໃຫ້ແມ່ຄ້າຕາມທ້ອງຕະຫຼາດໃນຂອບເຂດຕົວເມືອງ ໂດຍສັດປີກ ປະເພດໄກ່ທັງໝົດນັ້ນແມ່ນຊື້ມາຈາກປະຊາຊົນຢູ່ແຂວງນະຄອນພະນົມ ປະເທດໄທ ພາຍຫຼັງຊື້ໄກ່ມາໄດ້ແລ້ວກໍຂົນລົງໃສ່ເຮືອຂ້າມມາຂຶ້ນຢູ່ເຂດບ້ານປາກເປັ່ງ ຕໍ່ຜູ້ກະທຳຜິດນີ້ ເຈົ້າໜ້າທີ່ໄດ້ດຳເນີນການສຶກສາອົບຮົມກ່າວເຕືອນຕາມລະບຽບກົດໝາຍ.