ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມການນຳແຂວງ, ເມືອງ, ບ້ານ ຢູ່ແຂວງຊຽງຂວາງ ໃນວັນທີ 23-24 ພະຈິກ 2019, ໂດຍການຕ້ອນຮັບຂອງ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານເຈົ້າແຂວງໆຊຽງຂວາງ ໄດ້ລາຍງານການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະຜ່ານມາ ແລະ ແຜນການທິດທາງໃນຕໍ່ໜ້າ ໃຫ້ທ່ານຮອງປະທານປະເທດຮັບຮູ້, ຈາກນັ້ນ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ມີຄຳຄິດເຫັນໂອ້ລົມວ່າ:

ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງພັກ ຕ້ອງເອົາໃຈໃສ່ວຽກງານຂະບວນການສູ້ຊົນ ບັນດາຄາດໝາຍຂອງກອງປະຊຸມໃຫຍ່ທີ່ຮັບຮອງ ເປັນຕົ້ນແມ່ນ:

ການຜະລິດເປັນສິນຄ້າ, ການແກ້ໄຂຄວາມທຸກຍາກ ແລະ ການຫັນປ່ຽນຂອງປະຊາຊົນດີຂຶ້ນ, ດ້ານເນື້ອໃນ ຕ້ອງສອດຄ່ອງກັບສະພາບຕົວຈິງຂອງແຂວງ-ເມືອງ, ຕ້ອງສູ້ຊົນປະຕິບັດໃຫ້ສຳເລັດ, ພັດທະນາໃຫ້ດີກວ່າເກົ່າ, ຮັກສາໄດ້ເອກະລັກອັນໂດດເດັ່ນຂອງທ້ອງຖິ່ນ ແລະ ການພັດທະນາ ຕ້ອງຕິດພັນກັບ ການຮັກສາສິ່ງແວດລ້ອມ ຍືນຍົງກົມກືນກັບທັດສະນີຍະພາບ.

ນອກນີ້, ກໍສຸມໃສ່ການກະກຽມ ງານມະຫາກຳກິລາແຫ່ງຊາດ, ບັນດາອະນຸກຳມະການແຕ່ລະວຽກ ຕ້ອງເອົາໃຈໃສ່ໜ້າທີ່ຂອງຕົນ ເປັນຕົ້ນແມ່ນ ວຽກງານ ປກຊ-ປກສ ຕ້ອງເຂັ້ມແຂງ, ຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການບໍລິການ.

ໃນໂອກາດທີ່ ທ່ານ ພັນຄຳ ວິພາວັນ ໄປຢ້ຽມຢາມແຂວງຊຽງຂວາງ, ທ່ານພ້ອມດ້ວຍຄະນະ ແລະ ການນຳຂອງແຂວງ ໄດ້ກວດກາການກໍ່ສ້າງສະໜາມກິລາເປີດ-ປິດ ບ້ານຄັງໜອງຫຼວງ, ການກໍ່ສ້າງພະເຈົ້າອົງຫຼວງ ທີ່ວັດໄຫຫີນ ແລະ ການກໍ່ສ້າງເຂດອານຸສອນສະຖານ ສຳນັກງານສູນກາງຊີ້ນຳການປະຕິວັດ ເຂດຊຽງຂວາງ ໃນໄລຍະປີ 1964-1972 ທີ່ບ້ານຕ້າຍ ເມືອງແປກ.