ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ນໍາກໍາລັງເຂົ້າກວດຄົ້ນຫ້ອງພັກເປົ້າໝາຍຄ້າຂາຍຢາເສບຕິດ ຢູ່ເຮືອນພັກແຫ່ງໜຶ່ງ ເຂດບ້ານຫ້ວຍລາຍນ້ອຍ ເມືອງປາກລາຍ ແຂວງໄຊຍະບູລີ ພົບຢາບ້າຈຳນວນ 19.000 ເມັດ, ເງິນ 15.000 ບາດ, ໂທລະສັບ 3 ເຄື່ອງ ແລະ ລົດກະບະວີໂກ້ແຊ້ມ 1 ຄັນ ພ້ອມຜູ້ຖືກຫາຊື່ ທ້າວ ວິໄລ ພັນທະວົງ ຫຼື ອານຸ ອາຍຸ 50 ປີ ຢູ່ບ້ານຫ້ວຍລາຍນ້ອຍ ເມືອງປາກລາຍ ໃນເວລາປະມານ 14 ໂມງ ຂອງວັນທີ 5 ພະຈິກ 2019.

ຜ່ານການສອບສວນຜູ້ກ່ຽວຮັບສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວແມ່ນເປັນຂອງຜູ້ກ່ຽວແທ້. ເບື້ອງຕົ້ນໄລຍະປີ 2018, ທ້າວ ວິໄລ ພັນທະວົງ ໄດ້ເຂົ້າເຮັດວຽກນຳບໍລິສັດເອກະຊົນ ຢູ່ເຂດເມືອງປາກລາຍ ແຂວງໄຊຍະບູລີ ແລະ ໄດ້ເຊົ່າເຮືອນພັກຢູ່ເຂດບ້ານໄຊຍະມຸງຄຸນ ເມືອງປາກລາຍ. ຮອດເດືອນສິງຫາ 2019, ໄດ້ຍ້າຍ ໄປພັກເຊົາຢູ່ເຮືອນພັກເຂດຢູ່ບ້ານຫ້ວຍລາຍນ້ອຍ. ພໍຮອດໄລຍະເດືອນຕຸລາ 2019, ໄດ້ຂີ່ລົດເດີນທາງໄປເມືອງຊະນະຄາມ ແຂວງວຽງຈັນ ເພື່ອໄປຕິດຕໍ່ພົວພັນຊື້ຢາບ້ານໍາບຸກຄົນທີ່ໄດ້ສ້າງຄວາມຮູ້ຈັກກັນທາງເຟດບຸກ. ພໍເດີນທາງໄປຮອດ ໄດ້ຊື້ຢາບ້ານໍາບຸກຄົນດັ່ງກ່າວ ຈໍານວນ 1 ມັດ ເທົ່າກັບ 2.000 ເມັດ. ຈາກນັ້ນ, ໄດ້ນໍາເອົາໄປແບ່ງຂາຍໃຫ້ພວກໄວລຸ້ນທີ່ພົວພັນກັບຢາເສບຕິດຢູ່ເຂດບ້ານຫ້ວຍລາຍນ້ອຍ ຈຳນວນ 1.000 ເມັດ. ສ່ວນທີ່ຍັງເຫຼືອແມ່ນເກັບຮັກສາໄວ້ເພື່ອຂາຍໃຫ້ກຸ່ມໄວລຸ້ນ.

ໃນໄລຍະເດືອນດຽວກັນ, ທ້າວ ວິໄລ ພັນທະວົງ ໄດ້ຕິດຕໍ່ຊື້ຢາບ້າ ຈໍານວນ 3 ມັດ ເທົ່າກັບ 18.000 ເມັດ
ນໍາບຸກຄົນຜູ້ເກົ່າ ຢູ່ເມືອງຊະນະຄາມ ໂດຍນັດສົ່ງກັນ ຢູ່ບໍລິເວນເສັ້ນທາງຕີນພູ ເຂດບ້ານຄົກເຂົ້າດໍ ຫາ ເມືອງຊະນະຄາມ ແຂວງວຽງຈັນ. ຈາກນັ້ນ, ກໍໄດ້ເອົາຢາບ້າຈຳນວນດັ່ງກ່າວມາເກັບຮັກສາ ໄວ້ໃນຫ້ອງນອນ. ຮອດເວລາ 14 ໂມງຂອງວັນທີ 5 ພະຈິກ 2019 ມີເຈົ້າໜ້າທີ່ຕໍາຫຼວດເຂົ້າກວດຄົ້ນພົບຢາບ້າທີ່ຊຸກເຊື່ອງໄວ້ຫ້ອງນອນ ຈຳນວນ 19.000 ເມັດ (ເຫຼືອຂາຍຈາກຄັ້ງກ່ອນ).